ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມອໍາລາ ປະທານປະເທດ ຫວຽດນາມ

  

  

 20230921 Lao Am to VN 1

20230921 Lao Am to VN 2

  

  

ວັນທີ 21 ກັນຍາ 2023  ຢູ່ຫ້ອງວ່າການປະທານປະເທດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ສະຫາຍ ຫວໍ ວັນ ເຖື້ອງ, ປະທານປະເທດແຫ່ງ ສສ ຫວຽດນາມ,  ເນື່ອງໃນໂອກາດສະຫາຍຈະຈົບວາລະ ການດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ.

  

​​ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ປະທານປະເທດ ກໍ່ຄືການນຳຂັ້ນສູງ ພັກ-ລັດ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ໃຫ້ ການຕ້ອນຮັບ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ຕະຫຼອດໄລຍະ 4 ປີ ແຫ່ງການປະຕິບັດໜ້າທີເປັນເອກອັກຄະລັດຖະທູດ ຂອງຕົນ. ນອກນີ້, ສະຫາຍ ຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງຫວຽດນາມພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ເຮັດໃຫ້ປະເທດ ແລະ ປະຊາຊົນຫວຽດນາມນັບມື້ພັດທະນາຂຶ້ນເປັນກ້າວໆ, ພ້ອມທັງ ສາມາດຄວບຄຸມພະຍາດໂຄວິດ-19ໄດ້ເປັນຢ່າງດີ ເຮັດໃຫ້ ຫວຽດນາມ ສາມາດຟື້ນໂຕໄວ ແລະ ກາຍເປັນໜຶ່ງໃນປະເທດທີ່ມີເສດຖະກິດຂະຫຍາຍຕົວສູງໃນໂລກ. ພ້ອມທັງ ໄດ້ຮັບບົດບາດສໍາຄັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນວ່າ ການເປັນປະທານອາຊຽນປີ 2020 ແລະ ໄດ້ຮັບເລືອກເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

  

ພ້ອມດຽວກັນນັ້ນສະຫາຍ ເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມຊົມເຊີຍຫວຽດນາມໃນການເພີ່ມທະວີ ແລະ ຍົກລະດັບການພົວພັນຮ່ວມມືກັບຫຼາຍປະເທດມະຫາອຳນາດ ໃນນັ້ນມີອາເມລິກາ ເຮັດໃຫ້ບົດບາດຂອງຫວຽດນາມໃນເວທີສາກົນນັບມື້ເພີ່ມຂຶ້ນ. ສະແດງຄວາມເຊື່ອໝັ້ນວ່າຫວຽດນາມຈະປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົວປະເທດຄັ້ງທີ 13 ຂອງພັກສຳເລັດຜົນ ຢ່າງຈົບງາມເພື່ອໃຫ້ກາຍເປັນປະເທດພັດທະນາ ແລະ ມີລາຍຮັບສູງໃນປີ 2045.   ພ້ອມນັ້ນ ຢືນຢັນວ່າ: ເຖິງວ່າຈະສຳເລັດໜ້າທີ່ການທູດຢູ່ ສສ ຫວຽດນາມ ແລະ ກັບຄືນປະເທດຈະຢູ່ໃນສະຖານະໃດກໍຕາມ, ກໍຈະສືບຕໍ່ເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນອັນພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂື້ນ.

  

ໂອກາດ​ນີ້, ສະຫາຍ ຫວໍ ວັນ ເຖື້ອງ, ປະທານປະເທດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ໃນໄລຍະປະຕິບັດໜ້າທີ່ຢູ່ ສສ ຫວຽດນາມຂອງສະຫາຍ ແສງເພັດ  ຮຸ່ງບຸນຍວງ ຕະຫຼອດໄລຍະ 4 ປີທີ່ຜ່ານມາ.  ໃນໄລຍະຜ່ານມາເສດຖະກິດຂອງຫວຽດນາມມີການຂະຫຍາຍຕົວໃນຈັງວະທີ່ເພີ່ງພໍໃຈ ນອກຈາກຄວາມພະຍາຍາມພາຍໃນປະເທດແລ້ວ ກໍ່ຍ້ອນໄດ້ຮັບການສະໜັບສະໜູນຂອງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວອ້າຍນ້ອງ. ເຖິງຢ່າງໃດກໍຕາມ ໃນໄລຍະຜ່ານມາເຫັນວ່າ: ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວສືບຕໍ່ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ. ສອງຝ່າຍສືບຕໍ່ສາມາດຈັດການພົບປະ ປະຈໍາປີລະຫວ່າງສອງກົມການເມືອງ, ກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີລະຫວ່າງສອງລັດຖະບານຢ່າງເປັນປົກກະຕິ, ການຢ້ຽມຢາມຢ່າງເປັນທາງການຂອງການ ນໍາຂັ້ນສູງຂອງສອງປະເທດ ແລະ ຂັ້ນຕ່າງໆເປັນປົກກະຕິ. ເຮັດໃຫ້ມູນຄ່າການຄ້າສອງສົ້ນຂອງສອງປະເທດກໍໄດ້ເພີ່ມຂຶ້ນ, ການລົງທຶນຂອງຫວຽດນາມຢູ່ລາວກໍມີທ່າອ່ຽງທີ່ເພີ່ມຂຶ້ນ ຊຶ່ງທຸກຜົນສຳເລັດດັ່ງກ່າວມີການປະກອບສ່ວນສຳຄັນຂອງສະຫາຍ ເອກອັກຄະລັດຖະທູດ. ພ້ອມດຽວກັນນັ້ນ, ສະຫາຍປະທານປະເທດກໍໄດ້ຝາກຄວາມຢື້ຢາມຖາມຂ່າວເຖີງສະຫາຍເລຂາທິການໃຫຍ່. ປະທານປະເທດ, ບັນດາສະຫາຍການນຳ, ອະດີດການນຳຂອງລາວອີກດ້ວຍ.

   

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486158
ມື້ນີ້74
ມື້ວານ215
ອາທິດນີ້1194
ເດືອນນີ້5463