ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວປະຈຳຫວຽດນາມ ຮ່ວມພິທີເປີດສົກຮຽນໃໝ່ ສົກປີ 2023-2024 ທີ່ ໂຮງຮຽນມິດຕະພາບ T78

  

  

20230905 Lao Am to VN 1

20230905 Lao Am to VN 2

  

  

ວັນທີ 05 ກັນຍາ 2023, ທີ່ ໂຮງຮຽນມິດຕະພາບ T78 ໄດ້ຈັດພິທີເປີດສົກຮຽນໃໝ່ ສົກປີ 2023-2024,  ເຂົ້າຮ່ວມພິທີມີ ທ່ານ ເວືອງ ດິງ ເຫວ (Vuong Dinh Hue), ກໍາມະການກົມການ ເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມ. ສ່ວນຝ່າຍສະຖານທູດມີທ່ານ ແສງເພັດ  ຮຸ່ງບຸນ ຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ  ສສ ຫວຽດນາມ ນອກນີ້ຍັງມີການນຳຈາກສະພາແຫ່ງຊາດ, ກະຊວງສຶກສາກໍ່ສ້າງ, ການນຳຈາກນະຄອນຫຼວງຮ່າໂນ້ຍ, ການນຳເມືອງຟຸກເຖາະ, ສະມາຄົມມິດຕະພາບຫວຽດນາມ-ລາວ ພ້ອມດ້ວຍພະນັກງານຄູອາຈານ ແລະ ນັກຮຽນຢ່າງພ້ອມພຽງ.

         

ໃນພິທີກ່າວເປີດ ທ່ານເລ ຟູ່ ຖັ່ງ, ເລຂາພັກ, ອຳນວຍການໂຮງຮຽນມິດຕະພາບ T78 ໄດ້ຍົກ ໃຫ້ເຫັນທີ່ມາ ແລະ ຕົ້ນກໍາເນີດຂອງໂຮງຮຽນຊຶ່ງໄດ້ສ້າງຕັ້ງມາແຕ່ວັນທີ 01/01/ 1958 ໂດຍພາຍໃຕ້ ແນວຄິດຂອງປະທານໂຮ່ຈີ່ມິນ ຊ່ວຍເຫຼືອການປະຕິວັດລາວເພື່ອສ້າງບຸກຄະລາກອນໃນການປົດປ່ອຍ ປະ ເທດຊາດ, ເປັນໂຮງຮຽນແຫ່ງທຳອິດທີ່ສອນພາສາຫວຽດ ແລະ ວັດທະນະທຳໃຫ້ນັກຮຽນລາວຢູ່ຫວຽດ ນາມ, ຜ່ານການຍົກຍ້າຍຫຼາຍຄັ້ງແຕ່ປີ 1980 ຮອດປັດຈຸບັນໂຮງຮຽນແຫ່ງດັ່ງກ່າວໄດ້ຕັ້ງຢູ່ຕາແສງ ເຖາະຫຼົກ, ເມືອງ ຟຸກ ເຖາະ, ນະຄອນຫຼວງຮ່າໂນ້ຍ. ໄລຍະ 65 ປີ ຜ່ານມາໂຮງຮຽນແຫ່ງດັ່ງກ່າວໄດ້ ສ້າງ ບຸກຄະລະລາກອນໃຫ້ແກ່ລາວໄດ້ຫຼາຍກວ່າ 27 ພັນຄົນ, ມີຫຼາຍສະຫາຍໄດ້ເປັນການນຳຂັ້ນສູງຂອງພັກ, ລັດ ແລະ ກາຍເປັນພະນັກງານຫຼັກແຫຼ່ງຂອງບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຂອງລາວ, ປີ 2022-2023 ເນື່ອງໃນໂອກາດວັນສ້າງຕັ້ງໂຮງຮຽນຄົບຮອບ 65 ປີ ລັດຖະບານ ລາວໄດ້ມອບ ຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ລວມໝູ່, ພະນັກງານຄູອາຈານຫຼາຍສະຫາຍໄດ້ຮັບຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍຈາກລັດຖະບານສອງປະເທດອີກດ້ວຍ.

         

ໂຮງຮຽນມິດຕະພາບ T78 ເປັນໂຮງຮຽນທີ່ຂຶ້ນກັບກະຊວງສຶກສາກໍ່ສ້າງຫວຽດນາມໂດຍກົງ, ມີໜ້າທີ່ສອນພາສາຫວຽດໃຫ້ນັກສຶກສາລາວ ແລະ ສຶກສາສາມັນໃຫ້ນັກຮຽນຊົນເຜົ່າສ່ວນໜ້ອຍ ຂອງ ວຽດນາມ ແລະ ນັກຮຽນລາວຈຳນວນໜຶ່ງທີ່ຮຽນສາມັນ ຊຶ່ງນັ້ນກໍໄດ້ປະກອບສ່ວນໜ້າທີ່ການເມືອງ ອັນສຳຄັນເປັນການເພີ່ມພູນຄູນສ້າງເຂົ້າໃນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ.

         

ໂອກາດນີ້, ທ່ານ ເວືອງ ດິງ ເຫວ ກໍໄດ້ຕີລາຄາສູງ ແລະ ຍ້ອງຍໍສັນລະເສີນມາຍັງຄູອາຈານຫຼານຮຸ່ນ ຄົນໄດ້ມີຜົນງານດີເດັ່ນຫຼາຍດ້ານໃນໄລຍະຜ່ານມາ, ໃນໄລຍະ 65 ປີ ຜ່ານມາໄດ້ຮັບການເອົາໃຈໃສ ຂອງສອງພັກ, ສອງລັດ​ຫວຽດນາມ-ລາວ ໃນການຊຸກຍູ້ໃຫ້ກໍາລັງໃຈໃນການປະກອບສ່ວນຂອງພະນັກ ງານຄູອາຈານທີ່ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ໄດ້ສຳເລັດໜ້າທີ່ໆໄດ້ມອບໝາຍທີ່ພັກ, ລັດມອບ ໝາຍໃຫ້ ໂດຍສະເພາະແມ່ນການກໍ່ສ້າງບຸກຄະລາກອນຊົນເຜົ່າສ່ວນໜ້ອຍຂອງຫວຽດນາມ ກໍຄືບຸກຄະລາ ກອນຂອງ ສປປ ລາວ. ທ່ານປະທານສະພາຍັງໄດ້ກ່າວເຖິງຄວາມສຳຄັນຂອງການສຶກສາ ເພາະເປັນປັດໄຈ ໃນການຕັດສິນຂອງການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຈຶ່ງເນັ້ນໜັກໃຫ້ຄູອາຈານ ແລະ ນັກຮຽນທຸກຄົນເອົາໃຈໃສ່ ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງໂຮງຮຽນຍາດມາໄດ້ ເພື່ອກໍສ້າງຊັບພະຍາ ກອນມະນຸດ ດັ່ງຄຳເວົ້າຂອງປະທານໂຮ່ຈີມິນ ເຄີຍກ່າວ: ເພື່ອຜົນປະໂຫຍດສີບປີຕ້ອງປູກຕົ້ນໄມ້ ແຕ່ເພື່ອຜົນປະໂຫຍດຮ້ອຍປີຕ້ອງໄດ້ສ້າງຄົນ.

         

ນອກຈາກນັ້ນ, ທ່ານປະທານສະພາພ້ອມດ້ວຍ ທ່ານທູດ ແລະ ຄະນະ ຍັງໄດ້ໄປຢ້ຽມຊົມຫໍພັກ ນັກສຶກສາລາວ-ຫວຽດນາມ ແລະ ຮ່ວມພິທີປູກຕົ້ນໄມ້ອີກດ້ວຍ.

    

   

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486167
ມື້ນີ້83
ມື້ວານ215
ອາທິດນີ້1203
ເດືອນນີ້5472