ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຫວຽດນາມ ປະດັບຫຼຽນໄຊແຮງງານ ຊັ້ນ I ໃຫ້ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ

 

 

Vietnam11

 

ວັນທີ 30 ສິງຫາ 2023, ທີ່ເຮືອນຮັບແຂກລັດຖະບານໄດ້ມີພິທີປະດັບ ຫຼຽນໄຊແຮງງານຊັ້ນ I  ຈາກພັກ ແລະ ລັດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃຫ້ສະຫາຍແສງເພັດ  ຮຸ່ງບຸນຍວງ,  ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ  ລາວ ປະຈຳ ສສ ຫວຽດນາມ  ເປັນກຽດປະດັບໂດຍ ສະຫາຍ ບຸຍ ແທັງ ເຊີນ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງການຕ່າງ ປະເທດຫວຽດນາມ.

 

ໃນພິທີປະດັບຫຼຽນໄຊ, ສະຫາຍ ບຸ່ຍ ແທງ ເຊີນໄດ້ຕີລາຄສູງຕໍ່ຜົນງານການເຄື່ອນໄຫວ ຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ ໃນຕະຫຼອດໄລຍະທີ່ມາດຳລົງຕຳແໜ່ງ ເປັນເອກອັກ ຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ຊຶ່ງເປັນໄລຍະທີ່ມີລັກສະນະພິເສດເນື່ອງຈາກວ່າຖືກກັບໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ທົ່ວໂລກ ກໍຄືຢູ່ ລາວ ແລະ ຫວຽດນາມ ເຊິ່ງໄດ້ສົ່ງຜົນກະທົບ ຢ່າງຮ້າຍແຮງ ຕໍ່ມວນມະນຸດ ໂດຍສະເພາະແມ່ນການໄປມາຫາສູ່ ແລະ ລວມທັງກະທົບ ຕໍ່ການເຄື່ອນໄຫວ ວຽກຕ່າງໆ, ແຕ່ເຖິງຢ່າງໃດກໍຕາມ ຕະຫຼອດໄລຍະປະຈໍາການ ຢູ່ຫວຽດນາມ ສະຫາຍເອກອັກ ຄະລັດຖະທູດ ໄດ້ໃຫ້ຄວາມສຳຄັນ ເປັນຢ່າງຍິ່ງ ຕໍ່ການຊຸກຍູ້ ສົ່ງເສີມສາຍ ພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງປະເທດ ໃຫ້ເຂົ້າສູ່ ການຈັດຕັ້ງປະຕິບັດມີໝາກຜົນຕົວຈິງ, ເປັນຕົ້ນການກະກຽມໃຫ້ແກ່ການແລກປ່ຽນ ການຢ້ຽມ ຢາມຂອງການນຳຂັ້ນສູງສອງປະເທດ ຂອງເລຂາ ທິການໃຫຍ່, ປະທານ ປະເທດ, ນາຍົກລັດຖະມົນຕີ, ປະທານສະພາ ຕະຫຼອດຮອດ ບັນດາ ການນຳ, ວິຊາການ ຂອງບັນດາກະຊວງ, ຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ; ຊຸກຍູ້ການຈັດຕັ້ງປະຕິບັດ ການຕົກລົງຂອງການນໍາຂັ້ນສູງ ກໍ່ຄືຂໍ້ຕົກລົງຂອງບັນດາ ກະຊວງ ຂະແໜງການສູນກາງ ແລະ ທ້ອງຖິ່ນ ຂອງສອງຝ່າຍ, ຊຸກຍູ້ອໍານວຍຄວາມສະ ດວກໃຫ້ແກ່ ການໄປມາຫາສູ່ເຊິ່ງກັນແລະກັນ ລະຫວ່າງປະຊາ ຊົນສອງປະເທດ, ອັນສໍາຄັນ ໄດ້ກະກຽມໃຫ້ແກ່ ການພົບປະ ລະຫວ່າງ ສອງກົມການ ເມືອງປະຈໍາປີ 2020; 2021; 2022 ແລະ 2023; ກອງປະຊຸມ ຄັ້ງທີ 42, 43, 44, 45 ຂອງຄະນະກໍາມະການ ຮ່ວມມືລະຫວ່າງສອງລັດຖະບານ ເປັນຕົ້ນ. ພິເສດ ແມ່ນຊຸກຍູ້ການຈັດກິດຈະກໍາ ການສະເຫຼີມ ສະຫຼອງປີສາມັກຄີມິດຕະພາບປີ 2022 ເພື່ອ ສະເຫຼີມສະຫຼອງສອງວັນປະຫວັດສາດ ທີ່ສຳຄັນ ຂອງສອງຊາດຄື: ວັນສ້າງຕັ້ງສາຍພົວ ພັນການທູດ ຄົບຮອບ 60 ປີ (5/9/1962 – 5/9/2022) ແລະ ວັນເຊັນສົນທິສັນຍາ ມິດຕະພາບລາວ-ຫວຽດນາມ ຄົບຮອບ 45 ປີ (18/7/1977 – 18/7/2022). ຫຼາຍກິດຈະກໍາ ຢ່າງເປັນຂະບວນຄຶກຄືນ ໃນຂອບເຂດ ທົ່ວປະເທດ ຂອງທັງສອງປະເທດ. ເຫັນໄດ້ ຜົນງານການ ປະກອບສ່ວນອັນສຳຄັນດັ່ງກ່າວ ຂອງສະຫາຍ ເອກອັກຄະລັດຖະທູດ ເຂົ້າໃນການເສີມ ຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ - ຫວຽດນາມ, ພັກ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຈຶ່ງໄດ້ຕົກລົງປະດັບຫຼຽນໄຊແຮງງານ ຊັ້ນ 1 ໃນໂອກາດສໍາເລັດໜ້າທີ່ປະຈຳການ ຄັ້ງນີ້.

Veitnam 1

 

ສະຫາຍເອກອັກຄະລັດຖະທູດໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງ ສຸດໃຈ ມາຍັງພັກ, ລັດ ຫວຽດນາມ ທີ່ໃຫ້ຄວາມສຳຄັນ ແລະ ຕີລາຄາສູງ ຕໍ່ການປະ ກອບສ່ວນຂອງຕົນ ໂດຍໄດ້ ໃຫ້ການປະດັບຫຼຽນໄຊແຮງງານ ຊັ້ນ I ອັນສູງສົ່ງຄັ້ງນີ້, ຜົນງານຜົນສຳເລັດດັ່ງກ່າວ ໄດ້ມາກໍ່ຍ້ອນການໃຫ້ການຮ່ວມມື, ສະໜັບສະໜູນ ຊ່ວຍເຫຼືອທີ່ດີ ຈາກການນຳ ກໍ່ຄືບັນດາ ກະຊວງຂະແໜງການ ແຕ່ສູນກາງ ຮອດທ້ອງຖິ່ນຂອງຫວຽດນາມ ໃນນັ້ນພິເສດ ແມ່ນ ກະຊວງການຕ່າງປະເທດ ແລະ ຄະນະພົວພັນການຕ່າງປະເທດ ສູນກາງພັກ.

 

ຖືໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ຄອບອຳລາ ສະຫາຍ ລັດຖະມົນຕີ ບຸຍ ແທັງ ເຊີນ ຢ່າງເປັນທາງການ ພາຍຫຼັງສຳເລັດໜ້າທີ່ການທູດ ຢູ່ ສສ ຫວຽດນາມ, ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າ ພາຍຫຼັງກັບຄືນປະເທດ ບໍ່ວ່າຕົນເອງຢູ່ໃນສະຖານະ ຫຼືຕຳ ແໜ່ງໃດກໍ່ຈະສືບຕໍ່ປະກອບສ່ວນເຂົ້າໃນການເສີມ ຂະຫຍາຍສາຍພົວພັນອັນພິເສດ ຂອງສອງ ປະເທດ ທີ່ມີໜຶ່ງບໍ່ມີສອງໃນໂລກ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ເນື່ອງໃນໂອກາດວັນຊາດຫວຽດນາມຄົບຮອບ 78 ປີ (ວັນທີ 02/09/1945-02/09/2023) ໄກ້ຈະມາເຖີງນີ້ ສະຫາຍເອກອັກຄະລັດຖະທູດໄດ້ຕາງໜ້າການນໍາພັກ, ລັດ ກອງທັບ ແລະ ປະຊາຊົນລາວ ອວຍພອນ ມາຍັງການນຳພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ພາຍໃຕ້ການຊີ້ນໍາ-ນໍາພາອັນສະຫຼາດ ສ່ອງໃສຂອງພັກກອມມູນິດ ຫວຽດນາມ ໂດຍມີສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ເປັນຜູ້ນໍາພາ, ສສ ຫວຽດນາມ ຈະສືບຕໍ່ຍາດໄດ້ ຜົນສຳເລັດ ອັນໃຫຍ່ຫຼວງກວ່າເກົ່າ ເພື່ອໃຫ້ບັນລຸ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ ວາງອອກ ກໍຄືວິໄສທັດຮອດປີ 2045 ເພື່ອໃຫ້ຫວຽດນາມ ກາຍເປັນປະເທດພັດທະນາ ທີ່ມີ ລາຍຮັບສູງ   ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງຂຽວສົດງົດງາມຕະຫຼອດກາລະນານ. ພາຍຫຼັງສຳເລັດພິທີປະດັບຫຼຽນໄຊ, ສະຫາຍບຸ່ຍ ແທງ ເຊີນ ໄດ້ຈັດພາເຂົ້າສົ່ງ ສະຫາຍແສງເພັດ  ຮຸ່ງບຸນຍວງ ດ້ວຍບັນຍາກາດໄມຕີຈິດ ມິດຕະພາບ ອັນດູດດື່ມ.

 

ໃນວັນທີ 31/8/2023, ສະຫາຍເອກອັກຄະລັດຖະທູດ ພ້ອມດ້ວຍຄະນະນຳ ແລະ ພະນັກງານ ສະຖານທູດໄດ້ເຂົ້າອວຍພອນ ສະຫາຍ ເລ ຮ່ວາຍ ຈູງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ເນື່ອງໃນໂອກາດວັນຊາດ ຫວຽດນາມຄົບຮອບ 78 ປີ ແລະ ຢ້ຽມອຳລາໃນໂອກາດຈະໝົດວາລະປະຈຳການ ເປັນເອກອັກ ຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ. ພ້ອມທັງເຂົ້າຮ່ວມ ພາເຂົ້າສາມັກຄີສົ່ງສະຫາຍແສງເພັດ  ຮຸ່ງບຸນຍວງ ພ້ອມພັນລະຍາພາຍຫຼັງສຳເລັດ ການປະຕິບັດ ໜ້າທີ່ການທູດຕະຫຼອດໄລຍະ 4 ປີ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486160
ມື້ນີ້76
ມື້ວານ215
ອາທິດນີ້1196
ເດືອນນີ້5465