ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຮັບເຄື່ອງຊ່ວຍເຫຼືອ

 

2023 08 24 Viet

 

ໃນວັນທີ 22 ສິງຫາ 2023, ທີ່ ສະຖານເອກອັກຄະລັດຖະທຸດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ  ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກ ບໍລິສັດ ແຟຊັ່ນ Elise ຈຳກັດ  ເພື່ອສົ່ງໄປໃຫ້ປະຊາຊົນທີ່ທຸກຍາກຂອງລາວ, ໂດຍມີການເຂົ້າຮ່ວມຂອງ ທ່ານ ຈັນທະພອນ ຄໍາມະນີຈັນ, ທີ່ປຶກສາ, ຮອງຫົວໜ້າສຳນັກງານສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ Tokuo Yotaro, ຜູ້ອຳນວຍການບໍລິຫານ (Principal) ບໍລິສັດ ແຟຊັ່ນ Elise ຈຳກັດ ພ້ອມດ້ວຍພະນັກງານຂອງທັງສອງຝ່າຍ ເຂົ້າຮ່ວມ.

 

​ໂອກາດ​ນີ້​, ທ່ານ Tokuo Yotaro ໄດ້​ກ່າວສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຕໍ່​ປະຊາຊົນລາວ ໂດຍສະເພາະແມ່ນຜູ້ທີ່ອາໄສຢູ່ເຂດພູດອຍ ແລະ ມີຄວາມຍິນດີທີ່ໄດ້ປະກອບສ່ວນເຄື່ອງ​ຊ່ວຍ​ເຫຼືອທີ່​ມອບໃນ​ຄັ້ງ​ນີ້ ຊຶ່ງເປັນ​ການ​ປະກອບ​ສ່ວນເປັນຄັ້ງທີ 2 ຈາກ ບໍລິສັດ ແຟຊັ່ນ Elise ຈຳກັດ.  ບໍລິສັດ ແຟຊັ່ນ Elise ຈຳກັດ ເປັນບໍລິສັດ ຜະລິດເຄື່ອງນຸ່ງ (ແຟຊັ່ນ) ທີ່ມີຄຸນນະພາບ ແລະ ມີຫ້າງຮ້ານຂາຍຢູ່ທົ່ວປະເທດຫວຽດນາມ ໂດຍສະເພາະແມ່ນຕົວເມືອງໃຫຍ່ຂອງຫວຽດນາມ.

 

ເຄື່ອງ​ທີ່​ນຳ​ມາມອບ​ຄັ້ງ​ນີ້​ ແມ່ນປະເພດເຄື່ອງນຸ່ງຂອງແມ່ຍິງລະດູໜາວ ຈຳນວນ 5.321 ໂຕ, ລວມມູນຄ່າຫຼາຍກວ່າ 10 ຕື້ດົ່ງ ​ເພື່ອ​ໄປໃຫ້ປະຊາຊົນທີ່ທຸກຍາກຂອງລາວ ທັງເປັນການສືບຕໍ່ປະກອບສ່ວນເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ.

 

​ທ່ານ ຈັນທະພອນ ຄໍາມະນີຈັນ ໄດ້ສະ​ແດງ​ຄວາມ​ຮູ້ບຸນຄຸນ ແລະ ຂອບ​​ອົກຂອບໃຈຢ່າງຈິງໃຈມາຍັງ ທ່ານ Tokuo Yotaro ແລະ ບໍລິສັດ ແຟຊັ່ນ Elise ຈຳກັດ ທີ່ໄດ້ນໍາເອົາເຄື່ອງຈໍານວນດັ່ງກ່າວໄປມອບໃຫ້ສະຖານທູດ ເພື່ອສົ່ງໄປຍັງປະຊາຊົນລາວ ຊຶ່ງຈະເປັນການສ້າງຄວາມຄຸ້ຍເຄີຍຂອງປະຊາຊົນລາວຕໍ່ກັບຍີ່ຫໍ້ສິນຄ້າດັ່ງກ່າວ ແລະ ຫວັງວ່າ ບໍລິສັດ ຈະສືບຕໍ່ຂະຫຍາຍທຸລະກິດໄປຍັງຕະຫລາດລາວໃນອະນາຄົດ. ທ່ານ ຈັນທະພອນ ຄໍາມະນີຈັນ ​​ຢືນຢັນ​ວ່າ ​ຈະ​ປະສານໄປຍັງພາກສ່ວນທີ່ກ່ຽວຂ້ອງຂອງລາວ ໃນການຈັດສົ່ງຕໍ່ໄປຍັງປະຊາຊົນລາວໃນເວລາອັນເໝາະສົມ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486396
ມື້ນີ້92
ມື້ວານ220
ອາທິດນີ້58
ເດືອນນີ້5701