ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແລກປ່ຽນບົດຮຽນ ການສ້າງວາລະສານເອເລັກໂຕຣນິກ “ການຕ່າງປະເທດ”

 

20230811 Emag01

 

ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບ ການສ້າງວາລະສານເອເລັກໂຕຣນິກ “ການຕ່າງປະເທດ” ລະຫວ່າງ ກົມການຂ່າວ, ກະຊວງການຕ່າງປະເທດ ກັບ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ 2023, ທີ່ ກົມການຂ່າວ, ໂດຍການເປັນປະທານຮ່ວມຂອງ ທ່ານ ພອນທະວີ ບຸດດາລາ, ຫົວໜ້າກົມການຂ່າວ ແລະ ທ່ານ ນາງ ວະໄລລັກ ອະໄພ, ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ, ມີ ຄະນະພະແນກ ແລະ ພະນັກງານວິຊາການຂອງທັງສອງຝ່າຍ ເຂົ້າຮ່ວມ.

 

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຖອດຖອນບົດຮຽນ ໃນການສ້າງວາລະສານເອເລັກໂຕຣນິກ “ການຕ່າງປະເທດ” ຂອງກົມການຂ່າວ, ກະຊວງການຕ່າງປະເທດ ໃຫ້ແກ່ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ, ພ້ອມທັງເພື່ອແລກປ່ຽນບົດຮຽນນໍາກັນ ກ່ຽວກັບ ການເຮັດວາລະສານ ທັງຮູບແບບພິມເປັນປຶ້ມ ແລະ ຮູບແບບເອເລັກໂຕຣນິກ ຂອງສອງພາກສ່ວນ ໃນໄລຍະຜ່ານມາ.

 

20230811 Emag03

 

ທ່ານ ພອນທະວີ ບຸດດາລາ, ຫົວໜ້າກົມການຂ່າວ ໄດ້ຍົກໃຫ້ເຫັນເຖິງພາລະບົດບາດ ແລະ ໜ້າທີ່ຂອງກົມການຂ່າວ, ຂະບວນການໃນການສ້າງວາລະສານເອເລັກໂຕຣນິກ “ການຕ່າງປະເທດ”, ຈຸດດີ-ຈຸດອ່ອນ, ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ແລະ ບົດຮຽນໃນການເຮັດວາລະສານດັ່ງກ່າວ ນັບຕັ້ງແຕ່ເລີ່ມຕົ້ນຈົນເຖິງປັດຈຸບັນ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນວ່າ ວາລະສານເອເລັກໂຕຣນິກ “ການຕ່າງປະເທດ” ເກີດຂຶ້ນໄດ້ ແມ່ນຍ້ອນຄວາມຕັດສິນໃຈສູງຂອງຄະນະກົມ ກໍ່ຄື ພະນັກງານກົມການຂ່າວ ບວກກັບການຊີ້ນໍາຢ່າງໃກ້ຊິດຂອງ ຄະນະນໍາກະຊວງການຕ່າງປະເທດ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການສະເໜີບົດຈາກຜູ້ຮັບຜິດຊອບເຮັດວາລະສານຕົວຈິງ ກ່ຽວກັບ ຂັ້ນຕອນໃນການຈັດທໍາວາລະສານ, ເນື້ອໃນຫຼັກຂອງວາລະສານ, ແຫຼ່ງທີ່ມາຂອງຂໍ້ມູນ, ການໂຄສະນາເຜີຍແຜ່ ແລະ ເຕັກນິກການນໍາໃຊ້ໂປຣແກຣມ ໃນການເຮັດວາລະສານ.

 

ວາລະສານເອເລັກໂຕຣນິກ “ການຕ່າງປະເທດ” ເປັນວາລະສານສະບັບລາຍເດືອນ. ເນື້ອໃນຂອງວາລະສານຈະສັງລວມເອົາການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ບັນດາການນໍາຂັ້ນສູງພັກ-ລັດ, ກະຊວງ, ຂະແຫນງການ, ແຂວງ, ບັນດາສໍານັກງານຜູ້ຕາງໜ້າຂອງລາວ ປະຈໍາຢູ່ຕ່າງປະເທດ ແລະ ຂໍ້ມູນທີ່ເປັນປະໂຫຍດອື່ນໆ ກ່ຽວກັບ ຂະແໜງການຕ່າງປະເທດ ເພື່ອໂຄສະນາເຜີຍແຜ່ໃນຫຼາຍຊ່ອງທາງ, ໂດຍສະເພາະໃນທາງສື່ອອນລາຍຕ່າງໆ.

 

20230811 Emag02

 

ທ່ານ ນາງ ວະໄລລັກ ອະໄພ, ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກົມການຂ່າວ ທີ່ໄດ້ມີນໍ້າໃຈເສຍສະຫຼະ ແລະ ມີຄວາມຕັດສິນໃຈສູງ ຈົນສາມາດບຸກທະລຸວຽກງານການສ້າງວາລະສານຂອງກະຊວງການຕ່າງປະເທດ ໃຫ້ເປັນຮູບປະທໍາໄດ້ ນັບຕັ້ງແຕ່ທ້າຍປີ 2022 ຜ່ານມາ, ພ້ອມທັງຈະຖອດຖອນເອົາບົດຮຽນດັ່ງກ່າວ ໄປໝູນໃຊ້ເຂົ້າໃນການສ້າງວາລະສານ ຮູບແບບເອເລັກໂຕຣນິກ ຂອງ ສມປຊ ໃນອະນາຄົດ.

 

ກອງປະຊຸມຄັ້ງນີ້, ສອງພາກສ່ວນ ໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ຢ່າງກົງໄປກົງມາ, ມີບັນຍາກາດທີ່ຟົດຟື້ນ ແລະ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.

 

----------------------------------------------

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486415
ມື້ນີ້111
ມື້ວານ220
ອາທິດນີ້77
ເດືອນນີ້5720