ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມວິຊາການ ກ່ຽວກັບ ການຈັດຕັ້ງປະຕິບັດຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ສົກປີ 2022-2026

 

UNworkshop1

UNworkshop2

 

ໃນວັນທີ 21 ມີນາ 2023 ທີ່ ນະຄອນຫຼວງວຽງຈັນ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມວິຊາການຂອງ ຄະນະກໍາມະການຊີ້ນໍາຮ່ວມລະຫວ່າງ ລັດຖະບານເເຫ່ງ ສປປ ລາວ ເເລະ ອົງການ ສະຫະປະຊາຊາດ ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂອບ​ການ​ຮ່ວມ​ມື ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ລະ​ຫວ່າງ​ ສ​ປ​ປ ລາວ ແລະ ອົງ​ການ ສ​ປ​ຊ ສົກປີ 2022-2026 (The Technical Meeting of the Joint Steering Committee on the Implementation of the UN Sustainable Development Cooperation Framework 2022-2026), ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ດາວວີ ວົງໄຊ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ, ຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ, ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ ເເລະ ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ ເເລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກວ່າ 60 ທ່ານ.

 

ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ສົກປີ 2022-2026 ຫຼື UNSDCF 2022-2026; ໂດຍ​ສະ​ເພາະ​ການ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ຜົນ​ການຈັດຕັ້ງປະຕິບັດຂອບ​ການ​ຮ່ວມ​ມື​ດັ່ງ​ກ່າວ ປະ​ຈຳ​ປີ 2022 ແລະ ແຜນ​ວຽກ​ບູລິ​ມະ​ສິດ​ຮ່ວມ ສຳ​ລັບ​ປີ 2023 ພາຍໃຕ້ 4 ຄາດໝາຍຫຼັກຄື: 1. ຊີວິດການເປັນຢູ່ທີດີ; 2. ຄວາມຈະເລີນຮຸ່ງເຮືອງທີ່ທົ່​ວ​ເຖິງ; 3. ການ​ປົກ​ຄອງ ແລະ ການບໍລິຫານລັດດ້ວຍກົດໝາຍ ເເລະ 4. ສິ່ງເເວດລ້ອມ, ການປ່ຽນເເປງດິນຟ້າອາກາດ ເເລະ ການສ້າງຄວາມທົນທານ ພ້ອມ​ທັງ​ປຶກ​ສາ​ຫາ​ລື​ກ່ຽວ​ກັ​ບ​ຂະ​ບວນ​ການ​ກະ​ກຽມຫຼຸດ​ພົ້ນ​ອອກ​ຈາກ​ສະ​ຖາ​ນະ​ພາບ​ປະ​ເທດ​ດ້ອຍ​ພັດ​ທະ​ນາ ໃນ​ປີ 2026.

 

ໃນການ​ກ່າວ​ເປີດກອງປະຊຸມ, ທ່ານ ດາວວີ ວົງໄຊ, ປະທານຮ່ວມ ໄດ້ຢໍ້າຄືນຄວາມສໍາຄັນຂອງຂອບການຮ່ວມມື ລະຫວ່າງ ລັດຖະບານເເຫ່ງ ສປປ ລາວ ເເລະ ອົງການ ສປຊ, ໂດຍສະເພາະບົດບາດຂອງທິ​ມ​ງານ ອົງການ ສປຊ ໃນຖານະເປັນຄູ່ຮ່ວມຫຼັກ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອດ້ານເຕັກນິກ ເເລະ ລະດົມທຶນຮອນເຂົ້າໃນການຈັດຕັ້ງປະຕິບັດເເຜນງານ ເເລະ ໂຄງການຮ່ວມກັບລັດຖະບານໃນຫຼາຍຂະເເໜງການບູລິມະສິດ ເເນໃສ່ປະ​ກອບ​ສ່ວນ​ເຂົ້າ​ໃນການບັນລຸບັນດາຄາດໝາຍ ເເລະ ເປົ້າໝາຍຂອງເເຜນພັດທະນາເສດຖະກິດ-ສັງຄົມເເຫ່ງຊາດ, ກໍຄືຄວາມ​ພະ​ຍາ​ຍາມ​ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ເເລະ ​ບັນ​ລຸ​ເປົ້າ​ໝາຍການພັດທະນາເເບບຍືນຍົງໃນອະນາຄົດ. ພ້ອມ​ກັນ​ນັ້ນ, ທ່ານ ໄດ້ເນັ້ນໜັກເຖິງຄວາມສໍາຄັນ ທີ່​ແຕ່​ລະ​ຂະ​ແໜງ​ການ ​ຕ້ອງ​ສືບ​ຕໍ່​ເພີ່ມ​ທະ​ວີ​ຄວາມເປັນເຈົ້າການ ແລະ ຄວາມ​ຮັບ​ຜິ​ດຊ​ອບໃນການຄົ້ນຄວ້າປະກອບຄໍາເຫັນຕໍ່​ບົດ​ລາຍ​ງານ ເເລະ ນໍາສະເໜີເເຜນວຽກ ເເລະ ກິດຈະກໍາໃນຂອບການຮ່ວມມື ສຳ​ລັບປີ 2023.

 

ຂອບວຽກການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ ສປຊ ໄດ້ຖືກຮັບຮອງເອົາໃນທ້າຍປີ 2021 ເພື່ອສະໜັບສະໜູນການປະຕິບັດບູລິມະສິດ ແລະ ຍຸດທະສາດການພັດທະນາຂອງ ສປປ ລາວ, ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 2021-2025, ວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຂອງອົງການ ສປຊ ແລະ ການກະກຽມຄວາມພ້ອມ ເພື່ອຫຼດ​ພົ້ນອອກຈາກສະຖານະພາບປະເທດດ້ອຍ ພັດທະນາຂອງ ສປປ ລາວ ໃນປີ 2026.

 

ກອງປະຊຸມລະດັບວິຊາການໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ສໍາເລັດລົງຢ່າງຈົບງາມ. ສໍາລັບຜົນຂອງກອງປະຊຸມໃນຄັ້ງນີ້ແມ່ນຈະຖືກນໍາໄປລາຍງານຕໍໍ່ ກອງປະຊຸມລະດັບສູງຂອງຄະນະກໍາມະການຊີ້ນໍາຮ່ວມ ການຈັດຕັ້ງປະຕິບັດຂອບການຮ່ວມມືເພືື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ເຊິ່ງຄາດວ່າຈະຈັດຂືີ້ນໃນທ້າຍ ເດືອນ ພືດສະພາ ທີ່ຈະມາເຖິງນີ້.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484571
ມື້ນີ້87
ມື້ວານ188
ອາທິດນີ້1009
ເດືອນນີ້3876