ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ຫວຽດນາມ ເຂົ້າຮ່ວມງານເທດສະການບຸນດອກບານ ປີ 2023

 

Viet1Viet2

 

ໃນຕອນຄ່ຳຂອງວັນທີ່ 12 ມີນາ 2023, ​ ຢູ່​ສະໜາມ​ຫຼວງ 7/5 ຂອງ​​ແຂວງ ດ້ຽນບຽນ​, ຄະນະ​ກຳມະການ​ປະຊາຊົນ​ແຂວງດ້ຽນບຽນໄດ້​ຈັດພິທີເປີດງານ​ເທດສະການບຸນ​ດອກ​ບານ 2023 ​ແລະ Festival ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ດ້ຽນບຽນ ຄັ້ງ​ທີ 7, ​ ນີ້ແມ່ນເຫດການສະເຫຼີມສະຫຼອງ 69 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954 – 7 ພຶດສະພາ 2023).

ເຂົ້າຮ່ວມພິທີເປີດມີບັນດາສະຫາຍການນຳຫວຽດນາມ​ຄື: ສະຫາຍ​ ໂດ້ ວັນ ຈ່ຽນ, ເລ​ຂາທິການ​ສູນ​ກາງ​ພັກ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ສະຫາຍ​ນາງ ຕ່ອງ ທິ ຟ໋ອງ, ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ,  ສະຫາຍເຈີ່ນ ກວກ ເກື່ອງ, ກໍາມະການສູນກາງພັກ, ເລຂາຄະນະພັກແຂວງ ດ້ຽນບຽນ.

 

ຄະນະຜູ້ແທນສະຖານທູດນຳໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ​ແລະ ຄະນະ ພ້ອມນັ້ນຍັງມີຄະນະຜູ້ແທນມາຈາກບັນດາແຂວງຂອງລາວຄື: ແຂວງຜົ້ງສາລີ, ອຸດົມໄຊ, ໄຊຍະບູລີ, ຫຼວງພະບາງ, ບໍ່ແກ້ວ, ຫຼວງນ້ຳທາ.

 

ສະຫາຍ ເລ ​ແທງ​ ໂດ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດ້ຽນບຽນ ( ເຈົ້າ​ແຂວງ) ​ໃຫ້​ຮູ້​ວ່າ: ບຸນ​ເທດສະການດອກບານ ປີ 2023 ​ໄດ້​​ເປີດ​​ຂື້ນໃນທ່າມກາງກ່ອນ​ນີ້ 69 ປີ​ ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ຍິງ​ລູກ​ປືນ​ທຳ​ອິດ​ເພື່ອ​ເປີດ​ບັ້ນ​ຮົບ​ປະຫວັດສາດ ດ້ຽນບຽນ​ຝູ. ນີ້​ແມ່ນ​ເຫດການ​ເພື່ອ​ລະນຶກ​ເຖິງ​ການ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຂອງ​ພໍ່​ແມ່​ປະຊາຊົນ​ຫຼາຍ​ລຸ້ນຄົນ​ໃນ​ການ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​, ​ເພື່ອ​ເອກະລາດ, ​ເສລີພາບ ​ແລະ ສັນຕິພາບ​ຂອງ​ປະຊາຊົນ​ຫວຽດນາມ ກໍ​ຄື​ຜູ້​ຮັກ​ຫອມສັນຕິພາບ​ໃນ​ໂລກ.

 

ງານເທດສະການບຸນດອກບານ​ປີ 2023 ​ແລະ ງານ​ບຸນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ດ້ຽນບຽນ ຄັ້ງ​ທີ 7 ​ມີຫຼາຍ​ກິດຈະກຳ​ທີ່​ໜ້າ​ຕື່ນ​ເຕັ້ນ, ປະກອບສ່ວນ​ອະນຸລັກ​ຮັກສາ ​ແລະ ​ເຊີດ​ຊູ​ວັດທະນະທຳ​ບັນດາ​ເຜົ່າ ເພື່ອປະກອບສ່ວນ​ເຂົ້າ​ໃນ​ການ​ຟື້ນ​ຟູ ​ແລະ ພັດທະນາ​ວັດທະນະທຳ​ຫວຽດນາມ ​ທີ່​ມີ​ເອກະລັກ​ສະ​ເພາະ.

 

ນີ້​ກໍ່​ແມ່ນ​ເຫດການ​ເພື່ອ​ໃຫ້ ດ້ຽນບຽນ ​ເປີດ​ກວ້າງ​ການ​ເຊື່ອມ​ຈອດ​ກັບ​ຫຼາຍ​ແຂວງ, ນະຄອນ ​ແລະ ບັນດາ​ປະຊາ​ຄົມ​ວິ​ສາ​ຫະກິດ​ໃນ​ການ​ຮ່ວມ​ມື, ການລົງທຶນ ​ແລະ ສົ່ງ​ເສີມ​ການ​ຄ້າ, ປ່ຽນ​ແປງໃໝ່​ຮູບແບບການ​ທ່ອງ​ທ່ຽວ, ພັດທະນາ​ເສດຖະກິດ - ສັງຄົມ​ທ້ອງ​ຖິ່ນ.

 

ຄະນະຜູ້ແທນຮ່ວມງານໄດ້ຮັບຊົມລາຍການ​ສະແດງສິລະ​ປະ​ສະ​ເຫຼີ​ມສະຫຼອງ​ເທດສະການບຸນ​ດອກ​ບານ ດ້ຽນບຽນປີ 2023 ດ້ວຍ​ຫົວ​ຂໍ້ “​ກິ່ນ​ຫອມ​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ” ລວມມີ 2 ພາກ​ຄື: ກິ່ນ​ຫອມ​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ ດ້ຽນບຽນ ສ່ອງແສງຄວາມປາດຖະໜາ ຊຶ່ງປະກອບດ້ວຍ 12 ລາຍການຮ້ອງເພງ,  ຟ້ອນ, ​ເຕັ້ນ ໂດຍນັກສະແດງ ແລະ ມວນຊົນນັບຮ້ອຍໆຄົນສະແດງເຖິງຊີວິດການເປັນຢູ່ ແລະ ວັດທະນະທຳຂອງຊາວ ດ້ຽນບຽນ ທີ່ຕິດພັນກັບດອກບານທີ່ສວຍສົດງົດງາມ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480299
ມື້ນີ້129
ມື້ວານ157
ອາທິດນີ້697
ເດືອນນີ້6530