ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມສໍາມະນາ ກ່ຽວກັບການຈັດຕັ້ງປະຕິບັດໂຄງການ ແລະ ການຂຽນບົດສະເໜີໂຄງການ ພາຍໃຕ້ກອງທຶນເພື່ອການເຊື່ອມໂຍງ ອາຊຽນ-ຍີ່ປຸ່ນ ຄັ້ງທີ 1.

 

 

DSC 0183

DSC 0196

DSC 0176

DSC 0200

 

ທີ່ນະຄອນຫຼວງວຽງຈັນ, 18 ຕຸລາ 2022 - ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຮ່ວມກັບ ໜ່ວຍງານບໍລິຫານກອງທຶນ JAIF (JMT) ແລະ ກອງເລຂາອາຊຽນ ໄດ້ຮ່ວມກັນຈັດກອງປະຊຸມສໍາມະນາ ກ່ຽວກັບການຈັດຕັ້ງປະຕິບັດໂຄງການ ແລະ ການຂຽນບົດສະເໜີໂຄງການ ພາຍໃຕ້ກອງທຶນເພື່ອການເຊື່ອມໂຍງ ອາຊຽນ-ຍີ່ປຸ່ນ (JAIF) ຄັ້ງທີ 1 ໃນວັນທີ 18 ສິງຫາ 2022 ທີ່ ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ.

 

ກອງປະຊຸມສໍາມະນາ ໄດ້ຢໍ້າຄືນເຖິງຄວາມໝາຍໝັ້ນຂອງ ອາຊຽນ ແລະ ຍີ່ປຸ່ນ ໃນການສ້າງຄວາມໃກ້ຊິດລະຫວ່າງ JAIF ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍການຈັດສໍາມະນາ ໃນຮູບແບບການປຶກສາຫາລືຢູ່ພາຍໃນປະເທດ. ພ້ອມດຽວກັນ, ຜູ້ເຂົ້າຮ່ວມຈາກບັນດາກະຊວງ/ຂະແໜງການ ໄດ້ມີໂອກາດຮຽນຮູ້ກ່ຽວກັບການຮ່ວມມືພາຍໃຕ້ກອງທຶນ JAIF ກໍຄືການຮຽນຮູ້ຕົວຈິງ ກ່ຽວກັບການສ້າງບົດສະເໜີໂຄງການທີ່ມີຄຸນນະພາບ ແລະ ການຈັດຕັ້ງປະຕິບັດໂຄງການຢ່າງມີປະສິດ ທິພາບ.

 

ກອງປະຊຸມສໍາມະນາໃນຄັ້ງນີ້ ໄດ້ກ່າວເປີດຢ່າງເປັນທາງການໂດຍ ທ່ານ ສິດສັງຄົມ ສີສະເກດ, ຮອງຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ທ່ານ ສິດສັງຄົມ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະ     ໜູນອັນຕໍ່ເນື່ອງຂອງຍີ່ປຸ່ນ ຕໍ່ຄວາມພະຍາຍາມຂອງອາຊຽນ ໃນການຮັດແຄບຄວາມແຕກໂຕນດ້ານການພັດທະນາ ລະຫວ່າງບັນດາປະເທດສະມາຊິກອາຊຽນ ຜ່ານການສ້າງຂີດຄວາມສາມາດ ໂດຍສະເພາະການຊ່ວຍເຫຼືອແກ່ ສປປ ລາວ. ທ່ານ ຮອງຫົວໜ້າກົມອາຊຽນ ຍັງໄດ້ເນັ້ນໜັກເຖິງບົດບາດອັນສໍາຄັນ ຂອງ JAIF ແລະ JMT ໃນການນໍາສົ່ງການຊ່ວຍເຫຼືອຂອງປະຊາຊົນ ແລະ ລັດຖະບານຂອງ ຍີ່ປຸ່ນ ໃຫ້ແກ່ອາຊຽນ ລວມທັງການສົ່ງເສີມການຮ່ວມມື ລະຫວ່າງອາຊຽນ ແລະ ຍີ່ປຸ່ນ.

 

ຫຼັງຈາກນັ້ນ, ທ່ານ Naoki Minamiguchi, ຜູ້ບໍລິຫານ JMT ໄດ້ຊີ້ໃຫ້ເຫັນເຖິງບົດບາດອັນສໍາຄັນທີ່ເພີ່ມຂຶ້ນ ຂອງ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024. ທ່ານ Naoki Minamiguchi ຍັງໄດ້ສະແດງໃຫ້ເຫັນວ່າການສ້າງໂຄງການພາຍໃຕ້ກອງທຶນ JAIF ຢ່າງຫ້າວຫັນ ຂອງ ສປປ ລາວ ຈະປະກອບສ່ວນເຂົ້າໃນການຮັດແຄບຄວາມແຕກໂຕນດ້ານການພັດທະນາພາຍໃນພາກພື້ນ ເພື່ອແນໃສ່ສົ່ງເສີມການເຊື່ອມໂຍງອາຊຽນ.  ໃນຕອນທ້າຍ, ທ່ານ ຜູ້ບໍລິຫານ JMT ໄດ້ກ່າວຕື່ມວ່າ ກອງປະຊຸມສໍາມະນາຄັ້ງນີ້ ແມ່ນເພື່ອຊ່ວຍເຫຼືອບັນດາຜູ້ສະເໜີໂຄງການທີ່ມີທ່າແຮງ ຈາກບັນດາຂະແໜງການທີ່ກ່ຽວຂ້ອງ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ JAIF ແລະ ຂັ້ນຕອນຕ່າງໆ.

 

ກອງປະຊຸມສໍາມະນາຄັ້ງນີ້ ມີຜູ້ເຂົ້າຮ່ວມປະມານ 30 ທ່ານ ຈາກ 17 ກະຊວງ. ນອກຈາກຈະໄດ້ຮຽນຮູ້ກ່ຽວກັບການຮ່ວມມືພາຍໃຕ້ JAIF ແລ້ວ, ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ກ່ຽວກັບໂຄງການການຮ່ວມມື ເພື່ອການພັດທະນາຂອງອາຊຽນ ໂດຍ ການບັນຍາຍຂອງທ່ານ Jasper Balarmino ຈາກກອງເລຂາອາຊຽນ, ຕາມດ້ວຍ ທ່ານ ເພັດພູໄທ ວົງພູໄທ ຈາກສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ທີ່ໄດ້ບັນຍາຍກ່ຽວກັບບົດບາດ ແລະ ຄວາມຮັບຜິດຊອບຂອງສໍານັກງານ ໃນການປະເມີນບົດສະເໜີໂຄງການຮ່ວມມືພັດທະນາຂອງອາຊຽນ.

 

ຂໍ້ມູນກ່ຽວກັບ JAIF:

JAIF ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການໃນເດືອນ ມີນາ ປີ 2006 ໂດຍມີຈຸດປະສົງເພື່ອສະໜັບສະໜູນຄວາມພະຍາຍາມຂອງອາຊຽນໃນການເຊື່ອມໂຍງ ແລະ ສົ່ງເສີມການຮ່ວມມືລະຫວ່າງອາຊຽນ ແລະ ຍີ່ປຸ່ນ ໃຫ້ຫຼາຍຂຶ້ນ. ມາຮອດປັດຈຸບັນ, ການປະກອບສ່ວນທັງໝົດແມ່ນ 762 ລ້ານໂດລາສະຫະລັດ, ຊຶ່ງໃນນັ້ນ ຫຼາຍກວ່າ 500 ໂຄງການ ໄດ້ຮັບການຈັດຕັ້ງປະຕິບັດ ເຊັ່ນ: ການຄຸ້ມຄອງໄພພິບັດ, ການຕ້ານການກໍ່ການຮ້າຍ, ການຮ່ວມມືທາງທະເລ, ການເຊື່ອມໂຍງດ້ານເສດຖະກິດ, ການພັດທະນາຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ-ຂະໜາດກາງ, ການແລກປ່ຽນລະຫວ່າງຊາວໜຸ່ມ ແລະ ອື່ນໆ.  ບັນດາປະເທດສະມາຊິກອາຊຽນ ສືບຕໍ່ຮັບຮູ້ການປະກອບສ່ວນຂອງກອງທຶນການເຊື່ອມໂຍງອາຊຽນ-ຍີ່ປຸ່ນ ເພື່ອຮັດແໜ້ນການພົວພັນອາຊຽນ-ຍີ່ປຸ່ນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485404
ມື້ນີ້105
ມື້ວານ227
ອາທິດນີ້440
ເດືອນນີ້4709