ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີຕ່າງປະເທດລາວ ເຄື່ອນໄຫວເຮັດວຽກຊາຍແດນ ຮ່ວມກັບ ກໍາປູເຈຍ

 

LaoCamBorder 1LaoCamBorder 4

 

ໃນລະຫວ່າງວັນທີ 25-26 ມັງກອນ 2024, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ - ກໍາປູເຈຍ ພ້ອມດ້ວຍຕາງຫນ້າຈາກພາກສ່ວນກ່ຽວຂ້ອງຈາກສູນກາງ ໄດ້ເຄື່ອນໄຫວເຮັດວຽກຮ່ວມກັບ ທ່ານ ໄອ ວຸທີ, ຮອງລັດຖະມົນຕີປະຈໍາຄະນະກໍາມະການຊາຍແດນ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຈາກພາກສ່ວນທີ່ກ່ຽວຂ້ອງຂອງ ຝ່າຍກໍາປູເຈຍ ຢູ່ ແຂວງຊຽງແຕງ, ຣາຊະອານາຈັກ ກໍາປູເຈຍ.

 

ໃນໂອກາດການເຄື່ອນໄຫວໃນຄັ້ງນີ້ ສອງຝ່າຍໄດ້ຮ່ວມກັນກວດກາຄວາມຖືກຕ້ອງຂອງຕົວຢ່າງຫຼັກໝາຍຊາຍແດນ ລາວ-ກໍາປູເຈຍ ທີ່ຜະລິດໂດຍຝ່າຍກໍາປູເຈຍ ກ່ອນທີ່ຈະເລີ່ມຕົ້ນຜະລິດເປັນຈໍານວນ 508 ຫຼັກໝາຍປັກໃສ່ ເສັ້ນຊາຍແດນທີ່ສອງຝ່າຍເອກະພາບກັນແລ້ວຕາມສົນທິສັນຍາວ່າດ້ວຍການກຳນົດຊາຍແດນປະເທດລະຫວ່າງ ສປປ ລາວ ແລະ ຣາຊະອານະຈັກກຳປູເຈຍຕາມປັກຫຼັກໝາຍຊາຍແດນຢູ່ພື້ນທີ່ຕົວຈິງແມ່ນປັກໃສ່ຈຸດທີ່ສອງຝ່າຍໄດ້ປັກຫຼັກໝາຍຊົ່ວຄາວ ແລະ ບັນດາຈຸດທີ່ເຫັນວ່າມີຄວາມຈຳເປັນຕາມຂໍ້ກຳນົດດ້ານເຕັກນິກ. ການພົບປະກັນໃນຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ຮັບຮອງຮູບແບບຫຼັກໝາຍຊາຍແດນທິ່ຜະລິດອອກມາຊຶ່ງຜ່ານການກວດກາເຫັນວ່າຖືກຕ້ອງສອດຄ່ອງຕາມແບບທີ່ສອງຝ່າຍຮັບຮອງຜ່ານມາຈຶ່ງໄດ້ເອກະພາບກັນຮັບຮອງເອົາ ແລະ ໃນໂອກາດນີ້ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບການປະຕິບັດວຽກງານຊາຍແດນຮ່ວມກັນໃນຕໍ່ໜ້າ ແລະ ໄດ້ລົງນາມບົດບັນທຶກຮ່ວມກັນ.

 

ການເຄື່ອນໄຫວວຽກງານຂອງຄະນະໃນຄັ້ງນີ້ເປັນການຊຸກຍູ້ທີ່ສໍາຄັນໃຫ້ແກ່ວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມລະຫວ່າງສອງປະເທດ ລາວ ແລະ ກໍາປູເຈຍ ໂດຍສະເພາະກໍແມ່ນການປັກຫຼັກໝາຍຊາຍແດນແບບໃໝ່ທີ່ແໜ້ນໜາຖາວອນປ່ຽນແທນຫຼັກໝາຍໃນປັດຈຸບັນ ແລະ ປັກຫຼັກໝາຍຊາຍແດນເພີ່ມເຕີມ ເພື່ອເຮັດໃຫ້ເສັ້ນຊາຍແດນມີຄວາມຍືນຍົງ ແລະ ຈະແຈ້ງກວ່າເກົ່າ, ເປັນທີ່ເຂົ້າໃຈໄດ້ງ່າຍ ແລະ ສະດວກໃນການຄຸ້ມຄອງ.

 

ໃນໂອກາດການເຄື່ອນໄຫວວຽກງານໃນຄັ້ງນີ້ ທ່ານຮອງລັດຖະມົນຕີ ແລະ ຄະນະ ຍັງໄດ້ຍາດໂອກາດໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ແຂວງຊຽງແຕງ ນໍາອີກດ້ວຍ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486202
ມື້ນີ້118
ມື້ວານ215
ອາທິດນີ້1238
ເດືອນນີ້5507