ໃນວັນທີ 20 ພະຈິກ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະກັບ ທ່ານ ຈາການ ຈາປາເກນ (Jagan Chapagain), ເລຂາ ທິການໃຫຍ່ ຂອງ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຊຶ່ງໄດ້ມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 19-20 ພະຈິກ 2023. ໃນການພົບປະດັ່ງກ່າວ, ທັງສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບການພົວພັນການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ IFRC, ພ້ອມທັງໄດ້ຕີລາຄາສູງການພົວພັນຮ່ວມມືນຳກັນໃນໄລຍະຜ່ານມາ ໂດຍສະເພາະການຮ່ວມມືລະຫວ່າງອົງການກາແດງແຫ່ງຊາດລາວ ແລະ ອົງການ IFRC ແລະ ໄດ້ປຶກສາຫາລືກ່ຽວກັບການເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ. ນອກຈາກນີ້, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ(ຕາງໜ້າ ສປປ ລາວ) ແລະ ທ່ານ ເລຂາທິການໃຫຍ່ຂອງອົງການ IFRC ຍັງໄດ້ລົງນາມ ໃນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສປປ ລາວ ແລະ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC) ວ່າດ້ວຍການສ້າງຕັ້ງຫ້ອງການຜູ້ຕາງໜ້າ ແລະ ການຈັດຕັ້ງປະຕິບັດກິດຈະກໍາ ຢູ່ ສປປ ລາວ. ໃນພິທີເຊັນ MOU ດັ່ງກ່າວມີການເຂົ້າຮ່ວມຂອງ ທ່ານ ສາດສະດາຈານ ດຣ ພູທອນ ເມືອງປາກ, ປະທານອົງການກາແດງແຫ່ງຊາດລາວ, ບັນດາທ່ານຫົວຫນ້າກົມທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ບັນດາທ່ານຜູ້ຕາງຫນ້າຈາກກະຊວງຂະແຫນງການຕ່າງໆທີ່ກ່ຽວຂ້ອງ.
ການພົວພັນການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ IFRC ມີການພົວພັນຮ່ວມມືດີ່າງເປັນປົກກະຕິ, ໂດຍສະເພາະເລີ່ມແຕ່ປີ 2011 ເປັນຕົ້ນມາ, ອົງການດັ່ງກ່າວ ໄດ້ໃຫ້ການຊ່ວຍເຫຼືອດ້ານວິຊາການ ແລະ ທຶນຊ່ວຍເຫຼືອ ໃຫ້ແກ່ ສປປ ລາວ ເພື່ອເພີ່ມທະວີສ້າງຂີດຄວາມສາມາດ ໃຫ້ແກ່ອົງການກາແດງແຫ່ງຊາດລາວ ແລະ ກະຊວງຂະແໜງການທີ່ກ່ຽວຂ້ອງໃນດ້ານຕ່າງໆ ເຊັ່ນ: ການກະກຽມ ແລະ ຕອບໂຕ້ໄພພິບັດ ໂດຍໄດ້ໃຫ້ການຊ່ວຍເຫຼືອຜູ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ແລະ ໄດ້ຊ່ວຍສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ, ການສ້າງສາຂາສູນເລືອດ ຢູ່ໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນ ຢູ່ ແຂວງບໍລິຄໍາໄຊ, ວຽງຈັນ, ຫົວພັນ, ຊຽງຂວາງ, ສາລະວັນ, ສະຫວັນນະເຂດ, ໄຊຍະບູລີ, ຄໍາມ່ວນ, ຫຼວງພະບາງ ແລະ ຈໍາປາສັກ; ການເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານດ້ານມະນຸດສະທໍາ, ການຊ່ວຍເຫຼືອດ້ານສາທາລະນະສຸກ ເຊັ່ນ ການສະໜອງນໍ້າ ແລະ ສຸຂະອະນາໄມ, ໄດ້ຊ່ວຍເຫຼືອໃນໂຄງການໃຫ້ຄວາມຮູ້ກ່ຽວກັບ HIV/AIDS, ການຍົກລະດັບຄວາມອາດສາມາດຂອງບຸກຄະລາກອນທີ່ເຮັດວຽກງານກາແດງ ຢູ່ອົງການກາແດງແຫ່ງຊາດລາວ.
ການຢ້ຽມຢາມຂອງເລຂາທິການໃຫຍ່ IFRC ແລະ ການເຊັນ MOU ດັ່ງກ່າວ ເປັນຂີດໝາຍ ແລະ ບາດກ້າວອັນສໍາຄັນໃນການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ IFRC ໃຫ້ຫຼາຍຂື້ນຕື່ມອີກ, ໂດຍສະເພາະການພົວພັນຮ່ວມມືລະຫວ່າງອົງການກາແດງແຫ່ງຊາດລາວ ແລະ ອົງການ IFRC ໃນຂົງເຂດວຽກງານການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ວຽກອື່ນໆ ທີ່ກ່ຽວຂ້ອງ.