ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳກະຊວງ ຕ້ອນຮັບພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ມາຢ້ຽມຢາມ

 

 

DFMreceivedLaonation1

DFMreceivedLaonation2

DFMreceivedLaonation3

 

ໃນຕອນ​ເຊົ້າ​ຂອງ​​ວັນ​ທີ 02 ພະຈິກ 2023, ທີ່​ກະຊວງ​ການຕ່າງປະ​ເທດ ທ່ານ ຕິ່ງ ສຸກ​ສັນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ຜູ້​ຊີ້​ນໍາ​ວຽກ​ງານ​ພົວພັນ​ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງປະ​ເທດ, ​ໄດ້​​​ໃຫ້​ກຽດ​ຕ້ອນຮັບ​ຄະນະ​ສະມາຄົມ​ກ໊ອຟພີ່ນ້ອງ​ເຊື້ອ​ຊາດ​ລາວ​ຈາກ​ ສ. ອາ​ເມຣິກາ, ອົດ​ສະຕຣາລີ ​ແລະ ນູ​ແວນ​ເຊ​ລັງ ຈຳນວນ 50 ທ່ານ, ເນື່ອງໃນໂອກາດທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມແຂ່ງຂັນກ໊ອຟມິດຕະ ພາບຢູ່ ສປປ ລາວ.

 

ໃນ​ໂອກາດ​ນີ້, ທ່ານ​ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ສະ​ແດງ​ຄວາມປິ​ຕິ​ຍິນ​ດີ ​ແລະ ​ຊົມ​ເຊີຍຕໍ່ການ​ມາ​ເຄື່ອນ​ໄຫວ​ຢ້ຽມຢາມ​ຢູ່ ສປປ ລາວ ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ຢືນຢັນຄືນທັດສະນະຂອງ ພັກ-ລັດຖະ ບານ​ເຮົາ ຍາມ​ໃດ​ກໍ​ໃຫ້​ຄວາມ​ສໍາຄັນ​ຕໍ່ພີ່ນ້ອງ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງປະ​ເທດ ​ແລະ ຖື​ເປັນ​ພາກສ່ວນ​ໜຶ່ງ​ທີ່​ບໍ່ສາ ມາດ​ຕັດ​ແຍກ​ອອກ​ຈາກ​ວົງ​ຄະນະ​ຍາດ​ແຫ່ງ​ຊາດ​ໄດ້, ຊຶ່ງ​ເປັນ​ການສະ​ແດງ​ໃຫ້​​ຮູ້​ວ່າ​ພີ່ນ້ອງ​ເຊື້ອ​ຊາດ​ລາວ​ຢູ່ຕ່າງປະ​ເທດ​, ຈະດຳລົງຊີວິດຢູ່ປະເທດໃດກໍຕາມຍັງມີຈິດໃຈ​ຮັກ​ເຊື້ອ​ແພງ​ຊາດ, ​​ຮັກບ້ານເກີດເມືອງນອນຂອງຕົນ, ຮັກສາ​ຮີດຄອງ​ປະ​ເພນີ, ​ວັດທະນະ​ທໍາ​ລາວ ແລະ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່ຄວາມ​ເປັນ​ລາວຢູ່ຕະຫຼອດ​ເວ ລາ. ທັງ​ສອງ​ຝ່າຍ​ໄດ້​ມີ​ການປຶກສາ​ຫາລື ​ແລະ ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ເຊິ່ງກັນ ​ແລະ ກັນ ​ໃນ​ຫຼາຍ​ບັນຫາຢ່າງ​ກົງ​ໄປ​ກົງ​ມາ, ​ ​ທີ່ເຕັມ​ໄປ​ດ້ວຍ​ໄມຕີ​ຈິດ ​ແລະ ​ມິດຕະພາບອັນ​ສະໜິດສະໜົມຕໍ່ກັນ.   

 

ນອກຈາກນັ້ນ, ຄະນະ​ດັ່ງກ່າວ​ຈະ​ສືບຕໍ່​ໄປຢ້ຽມຢາມ ​ແລະ ​ເຂົ້າ​ຢ້ຽມ​ຂໍ່ານັບ​ຄະນະ​ນໍາ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ຄະນະ​ນໍາ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ແລະ ຄະນະ​ນໍາ​ແຂວງ​ຫຼວງ​ພະ​ບາງ. ​ໃນ​ໂອກາດ​ທີ່​ຄະນະ​ສະມາຄົມ​ກ໊ອຟພີ່ນ້ອງ​ເຊື້ອ​ຊາດ​ລາວ​ມາ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ​ແຂ່ງຂັນ​ກ໊ອຟມິດຕະພາບ ຢູ່ ສປປ ລາວ ຄັ້ງ​ນີ້, ​ແມ່ນ​ຈະ​ມີການ​ຈັດ​ກິດຈະ​ກໍາ​ຫຼາຍ​ຢ່າງ ​​ເຊັ່ນ: ​ກິດຈະ​ກໍາ​ການ​ໄປ​ມອບ​ເຄື່ອງ​ຊ່ວຍ​ເຫຼືອດ້ານ​ອຸປະ ກອນ​ການ​ສຶກສາ​ໃຫ້​ແກ່​ໂຮງ​ຮຽນ​ຄົນ​ພິການ 03 ​ແຫ່ງ ຄື: ​ໂຮງຮຽນ​ພິ​ເສດ​ຄົນ​ພິການ, ບ້ານໜອງໜ້ຽວ, ​ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ໂຮງຮຽນກິນນອນຊົນເຜົ່າ, ບ້ານສວນຫຼວງ, ເມືອງຊຽງເງິນ ແລະ ໂຮງຮຽນສຶກສາພິເສດ (ຫູໜວກ-ປາກກຶກ), ບ້ານພູໝອກ, ນະຄອນຫຼວງພະບາງ, ​ແຂວງຫຼວງພະບາງ ​ແລະ ກິດຈະ​ກໍາການ​ແຂ່ງຂັນກິລາ​ກ໊ອຟມິດຕະພາບ ລະຫວ່າງ ນັກ​ກິລາ​ກ໊ອຟທີ່ຢູ່​ພາຍ​ໃນ​ນະຄອນຫຼວງ​ວຽງ​ຈັນ ​ແລະ ຫຼວງ​ພະ​ບາງ ​ຈໍານວນ 03 ຄັ້ງ, ພ້ອມ​ທັງ​ມີ​ແຜນ​ຈະ​ໄປທ່ຽວຊົມ​ແຫຼ່ງທ່ອງ​ທ່ຽວ​ຫຼາຍ​ແຫ່ງຢູ່ນະຄອນຫຼວງວຽງຈັນ ແລະ ຫຼວງ​ພະ​ບາງ ​ເຊັ່ນ: ວັດ​ພຣະທາດຫຼວງ, ວັດ​ສີ​ເມືອງ, ວັດ​ຊຽງ​ຄວນ, ຕາດ​ກວາງຊີ, ຕະຫຼາດ​ກາງຄືນ​ ​ແລະ ​​ແຫຼ່ງທ່ອງ​ທ່ຽວ​ອື່ນໆ​.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487702
ມື້ນີ້142
ມື້ວານ228
ອາທິດນີ້64
ເດືອນນີ້1095