ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປະຖະກະຖາຂື້ນ, ໃນຫົວຂໍ້: “ຫວນຄືນ 25 ປີ ແຫ່ງ ການພົວພັນການທູດ ລາວ-ອາເມຣິກາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ”

 

202337 1

202337 3

202337

 

ໃນຕອນເຊົ້າຂອງວັນທີ 07 ມີນາ 2023, ສະຖາບັັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຮ່ວມກັບ ສະຖານທູດ ສ. ອາເມຣິກາ ປະຈໍາ ສປປ ລາວ ໄດ້ຈັັດປະຖະກະຖາຂື້ນ, ໃນຫົວຂໍ້: “ຫວນຄືນ 25 ປີ ແຫ່ງ ການພົວພັນການທູດ ລາວ-ອາເມຣິກາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ”, ທີ່ ສູນການຝືກອົບຮົມ ແລະ ການຮ່ວມມືສາກົນ,  ພາຍໃຕ້ການເປັນປະທານກ່າວເປີດຂອງ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ເປັນຜູ້ດໍາເນີນກອງປະຊຸມ.

ການຈັດປະຖາກະຖາຄັ້ງນີ້ໃຫ້ກຽດບັນຍາຍໂດຍ ທ່ານ ປີເຕີ ເຮມອນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ. ອາເມຣິກາ ປະຈໍາ ສປປ ລາວ, ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ນັກການທູດອາວຸໂສຂອງ ກະຊວງການຕ່າງປະເທດ, ຄະນະພົວພັນການຕ່າງປະເທດສູນກາງພັກ, ບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງອ້ອມຂ້າງສູນກາງ ຂອງລາວ ແລະ ຄະນະຜູ້ຕິດຕາມຈາກ ສະຖານທູດ ອາເມຣິກາ ປະຈໍາລາວ ເຂົ້າຮ່ວມທັງໝົດ 100 ທ່ານ.

ຈຸດປະສົງຂອງປະຖະກະຖາໃນຄັ້ງນີ້ ເພື່ອເປັນການສົ່ງເສີມການພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ອາເມຣິກາ ແລະ ທົບທວນຄືນຜົນສໍາເລັດຂອງການພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ລະຫວ່າງ ສປປ ລາວ ແລະ ສ. ອາເມຣິກາ ໃນໄລຍະ 25 ປີ ເຊິ່ງເປັນໄລຍະເວລາທີ່ ທ່ານທູດ ປີເຕີ ເຮມອນ ມີປະສົບການຕົວຈິງໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສ. ອາເມລິກາ ແລະ ສປປ ລາວ. ພ້ອມນັ້ນກໍ່ໄດ້ ສະເໜີກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ເຊີ່ງໃຫ້ກຽດບັນຍາຍໂດຍ ທ່ານ ປີເຕີ ເຮມອນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ. ອາເມຣິກາ ປະຈໍາ ສປປ ລາວ.

ໃນໂອກາດເປີດພິທີ, ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ກ່າວເນັ້ນຢໍ້າການພົວພັນການທູດຂອງສອງຝ່າຍ ລາວ-ອາເມຣິກາ ທີ່ມີມາຍາວນານ ນັບແຕ່ ວັນທີ 10 ສິງຫາ ປິ 1955 ທີ່ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນເປັນຕົ້ນມາ, ລາວ ແລະ ອາເມຣິກາ ໄດ້ມີຜົນສໍາເລັດຮ່ວມກັນໃນຫຼາຍດ້ານ ບໍ່ວ່າຈະເປັນດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນາທໍາ-ສັງຄົມ ທີ່ມີການຊ່ວຍເຫຼືອສະໜັບສະໜູນ ເຊິ່ງ ແລະ ກັນມາໂດຍຕະຫຼອດ. ນອກຈາກນີ້, ໃນອະນາຄົດສອງຝ່າຍຍັງຈະສືບຕໍ່ ສົ່ງເສີມການພົວພັນຮ່ວມມື ລາວ-ອາເມຣິກາ, ອາເມຣິກາ-ລາວ ໃຫ້ກ້າວເຂົ້າສູ່ລວງເລິກ.

ພ້ອມດຽວກັນນີ້, ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ຢ່າງສູງ ຕໍ່ຜູ້ບັນຍາ ແລະ ຜູ້ເຂົ້າຮ່ວມ ທີ່ໄດ້ສະຫຼະເວລາເຂົ້າຮ່ວມ ພ້ອມທັງແລກປ່ຽນບົດຮຽນ ແລະ ປະສົບການໃນການເຄື່ອນໄຫວຕົວຈິງ, ເຮັດໃຫ້ກອງປະຊຸມຄັ້ງນີ້ມີບັນຍາກາດ ແລະ ເນື້ອໃນຄົບຖ້ວນສົມບູນ, ພ້ອມທັງເຊື່ອໝັ້ນວ່າການພົວພັນການທຸດ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ອາເມຣິກາ ຈະສືບຕໍ່ຮັດແໜ້ນ ແລະ ຜັນຂະຫຍາຍໃຫ້ເປັນຮູບປະທຳຂຶ້ນເລື້ອຍໆໄປ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484358
ມື້ນີ້62
ມື້ວານ273
ອາທິດນີ້796
ເດືອນນີ້3663