ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຮອງຜູ້ຊ່ວຍລັດຖະມົນຕີຕ່າງປະເທດ, ກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ

 

202332THONGPHAN 1

202332THONGPHAN 2

202332THONGPHAN 3

 

ທ່ານ ນາງ Melissa Brown, ຮອງຜູ້ຊ່ວຍລັດຖະມົນຕີຕ່າງປະເທດ, ຮັບຜິດຊອບນະໂຍ ບາຍການຕ່າງປະເທດ ແລະ ປະສານງານວຽກງານໃນຂົງເຂດອາຊີຕາເວັນອອກ ແລະ ປາຊີຟິກ, ກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ, ໄດ້ເດີນທາງມາຢ້ຽມຢາມເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 01-05 ມີນາ 2023.

 

 

ໃນໂອກາດດັ່ງກ່າວ ທ່ານ ນາງ Melissa Brown ພ້ອມ​ດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທີ່ ກະຊວງການຕ່າງປະເທດ. ຊຶ່ງທັງສອງຝ່າຍໄດ້ປຶກສາຫາລືວຽກງານການຮ່ວມມືສອງຝ່າຍ ທີ່ກຳລັງຈັດຕັ້ງປະຕິບັດ ແລະ ທິດທາງສໍາ​ລັບ​ການຮ່ວມມືໃນຕໍ່ໜ້າ​ ລະຫວ່າງ ສອງປະເທດທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນແມ່ນການປາບປາມຢາເສບຕິດ, ການຄ້າ​ ແລະ ​ການລົງທຶນ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ-ສັງຄົມ ແລະ ອື່ນໆ, ລວມທັງການຮ່ວມມືໃນຂອບຫຼາຍຝ່າຍ ເຊັ່ນ:  ການຮ່ວມມືໃນຂອບ ແມ່ນໍ້າຂອງ-ສ.ອາເມຣິກາ (Mekong – U.S. Partnership), ການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ອາຊຽນຂອງ ສປປ ລາວ ໃນປີ 2024.  ນອກຈາກນັ້ນ, ຍັງໄດ້ແລກປ່ຽນຄໍາເຫັນກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ​ທີ່ທັງສອງຝ່າຍມີຄວາມສົນໃຈນໍາກັນ.

ການເດີນທາງເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ນາງ Melissa Brown, ຮອງຜູ້ຊ່ວຍລັດຖະມົນຕີກະຊວງຕ່າງປະເທດ ສະຫະລັດ ອາເມຣິກາ ແລະ ຄະນະ ໃນຄັ້ງນີ້, ຄະນະຝ່າຍອາເມຣິກາ ຍັງໄດ້ເດີນທາງໄປເຄື່ອນໄຫວວຽກຢູ່ແຂວງຊຽງຂວາງ ແລະ ແຂວງຫຼວງພະບາງ ເພື່ອຢ້ຽມຢາມບັນດາໂຄງການທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານ ສະຫະລັດ ອາເມຣິກາ ໂດຍສະເພາະໂຄງການເກັບກູ້ລະເບີດທີ່ບໍ່ທັນແຕກຢູ່ ແຂວງຊຽງຂວາງ ແລະ ຢ້ຽມຢາມຫໍສະໝຸດແຂວງຫຼວງພະບາງ. ການເດີນທາງມາ ສປປ ລາວ ຄັ້ງນີ້ຂອງ ທ່ານ ນາງ Melissa Brown  ໄດ້ຮັບຜົນສຳເລັດຢ່າງຈົບ​ງາມ.

ແຈ້ງການ

    

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023.

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)  

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
421849
ມື້ນີ້206
ມື້ວານ183
ອາທິດນີ້104
ເດືອນນີ້7691