ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເປີດການຈັດກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງ ສະຖາບັນການຕ່າງປະເທດ ຄົບຮອບ 30 ປີ ແລະ ການເລົ່າມູນເຊື້ອປະຫວັດຄວາມເປັນມາຂອງ ສະຖາບັນການຕ່າງປະເທດ

 

IFA 2422023 1

IFA 2422023 4

IFA 2422023 2

IFA 2422023 3

 

ໃນວັນທີ 24 ກຸມພາ 2023, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີເປີດການຈັດກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງ ສະຖາບັນການຕ່າງປະເທດ ຄົບຮອບ 30 ປີ ແລະ ການເລົ່າມູນເຊື້ອປະຫວັດຄວາມເປັນມາຂອງສະຖາບັນການຕ່າງປະເທດ. ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດພິທີໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ.

 

ກິດຈະກໍາດັ່ງກ່າວໄດ້ດໍາເນີນພາຍໃຕ້ການນໍໍາພາຂອງ ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ໂດຍມີຜູ້ບັນຍາຍ ແລະ ຜູ້ເຂົ້າຮ່ວມກິດຈະກໍາດັ່ງກ່າວຈາກ ອະດີດຄະນະນໍາ ແລະ ພະນັກງານ ສະຖາບັນການຕ່າງປະເທດ, ແລະ ກົມກອງຕ່າງໆພາຍໃນກະຊວງການຕ່າງປະເທດ ທັງໝົດຈໍານວນ 85 ທ່ານ. ຈຸດປະສົງຂອງການຈັດກິດຈະກໍາຄັ້ງນີ້ ແມ່ນເພື່ອເປັນການສ້າງກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງ ສະຖາບັນການຕ່າງປະເທດ ຄົບຮອບ 30 ປີ, ສ້າງໂອກາດໃຫ້ມີການພົບປະແລກປ່ຽນ ລະຫວ່າງ ອະດີດຄະນະນຳ ແລະ ພະນັກງານ ຂອງສະຖາບັນການຕ່າງປະເທດ. ພ້ອມດຽວກັນນີ້, ຍັງຈະໄດ້ຮັບຟັງປະຫວັດຄວາມເປັນມາຂອງ ສະຖາບັນການຕ່າງປະເທດ ໃນແຕ່ລະໄລຍະທີ່ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອເປັນການຊຸກຍູ້ສົ່ງເສີມວຽກງານສະຖາບັນການຕ່າງປະເທດ ໃຫ້ຂະຫຍາຍຕົວ ແລະ ມີຜົນສໍາເລັດອັນໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ.

 

ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນວັນທີ 10 ກຸມພາ 1993. ຕະຫຼອດໄລຍະ 30 ປີຜ່ານມາ,​ ສະຖາບັນການຕ່າງປະເທດ ໄດ້ປະຕິບັດຕາມພາລະບົດບາດຢ່າງຕັ້ງໜ້າ ແລະ ສາມາດຍາດໄດ້ຜົນສໍາເລັດຫຼາຍຢ່າງ ເຊິ່ງສະແດງອອກໃນຂົງເຂດວຽກງານຝຶກອົບຮົມ, ວຽກຄົ້ນຄວ້າ,​ ວຽກຮ່ວມມືສາກົນ, ວຽກອາຊຽນ-ໄອຊິດ,​ ວຽກຈັດປາຖະກາຖາ,​ ສໍາມະນາ​, ເຂົ້າຮ່ວມກອງປະຊຸມພາຍໃນ ແລະ ຕ່າງປະເທດ ແລະ ວຽກອື່ນໆ. ຄຽງຄູ່ກັນນັ້ນ, ສະຖາບັນການຕ່າງປະເທດ ຍັງມີການພົວພັນ ແລະ ຮ່ວມມືກັບສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາຂອງປະເທດເພື່ອນມິດ ແລະ ປະເທດສະມາຊິກອາຊຽນ ກໍຄື ອາຊຽນ+3. ນອກນີ້,​ ສະຖາບັນການຕ່າງປະເທດ ກໍ່ໄດ້ມີກົນໄກການຮ່ວມມື ແລະ ແລກປ່ຽນທາງດ້ານວິຊາການ ທີ່ໄດ້ຮັບການສ້າງຕັ້ງ ຢູ່ ສະຖາບັນການຕ່າງປະເທດ ເຊັ່ນ: ສະໂມສອນນັກການທູດລາວ; ສູນຄົ້ນຄວ້າແມ່ນໍ້າຂອງສາກົນ; ໂຄງການຄົ້ນຄວ້າຮ່ວມລາວ-ຈີນ ແລະ ອື່ນໆ.

 

ຕະຫຼອດໄລຍະປີ 2023 ນີ້, ສະຖາບັນການຕ່າງປະເທດ ມີແຜນຈະຈັດກິດຈະກໍາຕ່າງໆ ເພື່ອລະລຶກເຖິງຜົນງານຂອງ ຄະນະນໍາສະຖາບັນການຕ່າງປະເທດ ກໍຄືພະນັກງານສະຖາບັນການຕ່າງປະເທດ ທີ່ປະກອບສ່ວນເຂົ້າໃນວຽກງານຂອງສະຖາບັນການຕ່າງປະເທດ ພ້ອມທັງເພື່ອໂຄສະນາເຜີຍແຜ່ຜົນສໍາເລັດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງສະຖາບັນການຕ່າງປະເທດ ທີ່ຍາດມາໄດ້ໃນໄລຍະ 30 ປີຜ່ານມາໃນແຕ່ລະໄລຍະ ເປັນຕົ້ນ: ການຂຽນບົດຄວາມປະຫວັດຄວາມເປັນມາຂອງສະຖາບັນການຕ່າງປະເທດ; ຈັດພິທີເປີດການຈັດກິດຈະກໍາຕ່າງໆໃນປີ 2023 ແລະ ຮັບຟັງການເລົ່າມູນເຊື້ອປະຫວັດຄວາມເປັນມາຂອງສະຖາບັນການຕ່າງປະເທດ ຈາກອະດີດຫົວໜ້າສະຖາບັນການຕ່າງປະເທດ; ຈັດກອງປະຊຸມວິຊາການແລກປ່ຽນບົດຮຽນ ກ່ຽວກັບ ວຽກງານຄົ້ນຄວ້າ; ຈັດກອງປະຊຸມວິທະຍາສາດ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ; ຈັດພິທີເປີດຕົວປື້ມ 30 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະຖາບັນ ແລະ ກິດຈະກໍາອື່ນໆ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485822
ມື້ນີ້121
ມື້ວານ206
ອາທິດນີ້858
ເດືອນນີ້5127