ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຜູ້ອໍານວຍການພາກພື້ນອາຊີປາຊີຟິກ ຂອງອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM)

  

  

20230222 IOM 1 1

20230222 IOM 2

20230222 IOM 3

  

  

ໃນຕອນບ່າຍຂອງວັນທີ 22 ກຸມພາ 2023 ທີ່ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ນ. Sarah Lou Ysmael ARRIOLA (ສັນຊາດຟິລິປິນ), ຜູ້ອໍານວຍການພາກພື້ນອາຊີປາຊີຟິກ ຂອງອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ພ້ອມດ້ວຍຄະນະ. ຈຸດປະສົງຂອງການເຂົ້າຢ້ຽມຢາມດັ່ງກ່າວແມ່ນເພື່ອປຶກສາຫາລືກ່ຽວກັບການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ IOM ທີ່ຜ່ານມາ ແລະ ໃນຕໍ່ໜ້າ.

  

ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານ ນ. Sarah Lou Ysmael ARRIOLA ຢ່າງອົບອຸ່ນໃນໂອກາດທີ່ທ່ານໄດ້ມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ເປັນຄັ້ງທໍາອິດ ຫລັງຈາກໄດ້ເຂົ້າຮັບຕໍາແໜ່ງໃນເດືອນຕຸລາ 2022 ທີ່ຜ່ານມາ. ພ້ອມນີ້, ທ່ານຮອງລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ອົງການ IOM ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍສະເພາະໃນໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ແລະ ໄລຍະການຟື້ນຟູດ້ານເສດຖະກິດຫລັງການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ. ທ່ານຮອງລັດຖະມົນຕີໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມໃນຄັ້ງນີ້ ເຊິ່ງເປັນການສືບຕໍ່ຮັດແໜ້ນສາຍພົວພັນການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ IOM ໃຫ້ດີຍິ່ງຂື້ນກວ່າເກົ່າ.

  

ໃນໂອກາດນີ້  ທ່ານ ນ. Sarah Lou Ysmael ARRIOLA ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ເຮັດວຽກຮ່ວມກັບອົງການ IOM ຕະຫລອດໄລຍະຜ່ານມາ ແລະ ໄດ້ສຳເລັດການສ້າງແຜນຍຸດທະສາດການຮ່ວມມືຮ່ວມກັນ. ພ້ອມດຽວກັນນີ້, ໃນປີ 2024 ໃນໂອກາດທີ່ ສປປ ລາວ ຈະເປັນປະທານອາຊຽນ ທ່ານໄດ້ກ່າວຢໍ້າວ່າອົງການ IOM ຈະສືບຕໍ່ຮ່ວມມື ແລະ ໃຫ້ການຊ່ວຍເຫລືອ ສປປ ລາວ ໃນວຽກງານການເຄື່ອນຍ້າຍຖິ່ນຖານ ໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ຂອງ ສປປ ລາວ ໃນວຽກງານທີ່ກ່ຽວຂ້ອງກັບການເຄື່ອນຍ້າຍຖິ່ນຖານ, ການຕ້ານການລັກລອບເຂົ້າເມືອງຜິດກົດໝາຍ ແລະ ການຕ້ານການຄ້າມະນຸດເປັນຕົ້ນ.

  

ໃນຕອນທ້າຍ, ທ່ານຮອງລັດຖະມົນຕີ ກໍໄດ້ອວຍພອນໃຫ້ທ່ານ ນ. Sarah Lou Ysmael ARRIOLA ແລະ ຄະນະ ປະສົບຜົນສໍາເລັດໃນການມາຢ້ຽມຢາມໃນຄັ້ງນີ້ ແລະ ຫວັງວ່າອົງການ IOM ຈະສືບຕໍ່ຊ່ວຍເຫລືອທາງດ້ານເຕັກນິກ-ວິຊາການ ກໍ່ຄືວຽກງານຕ່າງໆທີ່ກ່ຽວຂ້ອງໃຫ້ແກ່ ສປປ ລາວ ໃນຕໍ່ໜ້າ.

  

ອົງການ IOM ແມ່ນອົງການເຄືອຂ່າຍ ສປຊ ມີສະມາຊິກທັງໝົດ 175 ປະເທດ, ສະເພາະຢູ່ໃນຂົງເຂດອາຊີປາຊີຟິກ ມີປະເທດສະມາຊິກ ແລະ ປະເທດສັງເກດການ ຈໍານວນ 37 ປະເທດ. ອົງການ IOM ໄດ້ຮັບອະນຸມັດໃຫ້ສ້າງຕັ້ງຫ້ອງການໂຄງການຢູ່ ສປປ ລາວ ໃນປີ 2007  ໂດຍໜ້າວຽກຫລັກແມ່ນສຸມໃສ່ວຽກງານການຊ່ວຍເຫຼືອດ້ານສຸຂະພາບ, ດ້ານການສຶກສາໃຫ້ແກ່ຜູ້ອົບພະຍົບ ແລະ ປະຊາຊົນທົ່ວໄປ ພ້ອມທັງຍັງມີການຮ່ວມມືໃນໂຄງການຕ້ານການຄ້າມະນຸດຕື່ມອີກ. ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໃນເດືອນ ມິຖຸນາ 2018 ແລະ ໃນວັນທີ 01 ກັນຍາ 2021 ກໍ່ໄດ້ເຊັນສັນຍາການຮ່ວມມືຮ່ວມກັນລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ IOM.

 

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480281
ມື້ນີ້111
ມື້ວານ157
ອາທິດນີ້679
ເດືອນນີ້6512