ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຫົວໜ້າກົມອາຊີຕາເວັນອອກສ່ຽງໃຕ້ ແລະ ຕາເວັນຕົກສ່ຽງໃຕ້, ກະຊວງການຕ່າງປະເທດຍີ່ປຸ່ນ

 

DSC 0020

DSC 0027

ໃນຕອນເຊົ້າຂອງວັນທີ 17 ກຸມພາ 2023, ທີ່ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອາຣິມະ ຢູທະກະ, ຫົວໜ້າກົມອາຊີຕາເວັນອອກ ສ່ຽງໃຕ້ ແລະ ຕາເວັນຕົກສ່ຽງໃຕ້, ກະຊວງການຕ່າງປະເທດຍີ່ປຸ່ນ ໃນໂອກາດທີ່ຝ່າຍຍີ່ປຸ່ນເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 16-17 ກຸມພາ 2023.

 

ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂພໄຊ ໄຂຄຳພິທູນ, ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ການເຮັດວຽກ ແລະ ການປະສານງານຢ່າງໃກ້ຊິດ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຍີ່ປຸ່ນ, ຊຶ່ງໄດ້ປະກອບສ່ວນເຮັດໃຫ້ການແລກປ່ຽນຢ້ຽມຢາມ ແລະ ພົບປະກັນ ຂອງການນໍາຂັ້ນຕ່າງໆຂອງສອງຝ່າຍ ລາວ-ຍີ່ປຸ່ນ ໄດ້ຮັບຜົນສໍາເລັດຢ່າງຈົບງາມໃນແຕ່ລະໄລຍະ, ລວມທັງການຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ກໍຄືການຕົກລົງຂອງການນໍາຂັ້ນສູງສອງຝ່າຍ ກໍໄດ້ຮັບຜົນສໍາເລັດຕາມຄາດໝາຍ ເປັນຕົ້ນແມ່ນ ການຈັດພິທີປູກຕົ້ນຊາກູຣະ ຈໍານວນ 150 ຕົ້ນ ຢູ່ ສວນຊາກຸຣະມິດຕະພາບ ລາວ-ຍີ່ປຸ່ນ, ເມືອງວຽງໄຊ, ແຂວງຫົວພັນ ໃນວັນທີ 24 ມັງກອນ ຜ່ານມາ. ພ້ອມດຽວກັນນັ້ນ, ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ກໍໄດ້ສະແດງຄວາມຂອບໃຈຕໍ່ ກະຊວງການຕ່າງປະເທດຍີ່ປຸ່ນ ທີ່ໄດ້ຊຸກຍູ້ ແລະ ຂົນຂວາຍ ບັນດາໂຄງການຮ່ວມມື ແລະ ຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ. ພິເສດ ກໍແມ່ນການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ທີ່ຈະມາເຖິງນີ້ ແລະ ການອະນຸມັດງົບປະມານເພີ່ມເຕີມໃຫ້ແກ່ ໂຄງການປັບປຸງອາຄານ ແລະ ສະໜອງອຸປະກອນທົດລອງ ໃຫ້ແກ່ ຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ ຂອງ ສປປ ລາວ. ນ້ອກຈາກນັ້ນ, ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ກໍໄດ້ສະເໜີໃຫ້ ກົມອາຊີຕາເວັນອອກ ສ່ຽງໃຕ້ ແລະ ຕາເວັນຕົກສ່ຽງໃຕ້ ກໍຄືກະຊວງການຕ່າງປະເທດຍີ່ປຸ່ນ ສືບຕໍ່ການປະສານງານ ແລະ ເຮັດວຽກຮ່ວມກັບ ພາກສ່ວນກ່ຽວຂ້ອງຂອງຝ່າຍລາວ ເພື່ອຮັດແໜ້ນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການເພີ່ມທະວີການຮ່ວມມື ໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃຫ້ຫຼາຍຂຶ້ນຕື່ມໃນຕໍ່ໜ້າ.

 

ທ່ານ ອາຣິມະ ຢູທະກະ, ຫົວໜ້າກົມອາຊີຕາເວັນອອກ ສ່ຽງໃຕ້ ແລະ ຕາເວັນຕົກສ່ຽງໃຕ້, ກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຝ່າຍລາວ ແລະ ໄດ້ຢືນຢັນຄືນຄໍາໝາຍໝັ້ນຂອງຕົນ ໃນການເຮັດວຽກຢ່າງໃກ້ຊິດກັບຄູ່ຮ່ວມຕໍາແໜ່ງຝ່າຍລາວ ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ປະເທດຍີ່ປຸ່ນ ເພື່ອຊຸກຍູ້ສົ່ງເສີມຂອບການຮ່ວມມືສອງຝ່າຍ, ການຮ່ວມມື ເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ສະເໜີແລກປ່ຽນຄໍາຄິດເຫັນກ່ຽວກັບ ສະພາບການ ແລະ ບັນຫາໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

 

ໃນໂອກາດດຽວກັນ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ໄປຍັງ ທ່ານ  ທະເກອິ ຊຸນຊຶເກະ, ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ແລະ ສະແດງຄວາມຍິນດີທີ່ຈະເຮັດວຽກ ແລະ ແລກປ່ຽນຄຳຄິດເຫັນກັບ ທ່ານ ຮອງລັດຖະມົນຕີ ທະເກອິ ອີກຄັ້ງ ໃນໂອກາດຈະເດີນທາງໄປຢ້ຽມຢາມ ປະເທດຍີ່ປຸ່ນ ໃນອະນາຄົດໃກ້ນີ້.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485854
ມື້ນີ້153
ມື້ວານ206
ອາທິດນີ້890
ເດືອນນີ້5159