ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ຄະນະຜູ້ແທນແຂວງຢຸນນານເຊິ່ງນໍາພາໂດຍ ສະຫາຍ ຫວັງ ເຫວີຍ, ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ, ສປ ຈີນ

 

20230215 DFM Phoxay1

20230215 DFM Phoxay2

ໃນວັນທີ 15 ກຸມພາ 2023, ທີ່ ກະຊວງການຕ່າງປະເທດ, ສະຫາຍ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ເຫວີຍ, ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ, ສປ ຈີນພ້ອມດ້ວຍຄະນະ.

 

ໃນໂອກາດດັ່ງກ່າວ, ສະຫາຍ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ສະຫາຍ ຫວັງ ເຫວີຍ ພ້ອມດ້ວຍຄະນະ ໃນຄັ້ງນີ້, ເຊິ່ງປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການພົວພັນຮ່ວມມື ລະຫວ່າງສອງຝ່າຍ, ທັງເປັນການຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຊະຕາກໍາ ລະຫວ່າງສອງຊາດໃຫ້ເຂົ້າສູ່ລວງເລິກຂຶ້ນຕື່ມ. ພ້ອມນີ້, ສະຫາຍ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ຕາງໜ້າພັກ-ລັດຖະບານ ສປປ ລາວ ສະແດງຄວາມຂອບໃຈ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງ ພັກ-ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ, ໂດຍສະເພາະການນໍາຂອງແຂວງຢຸນນານ ຕໍ່ການສະ​ໜັບ​ສະ​ໜູນ ແລະ ການຊ່ວຍເຫຼືອອັນລໍ້າຄ່າ ແລະ ມີຜົນປະໂຫຍດຫຼາຍໆດ້ານ, ບໍ່ວ່າຈະກ່ອນ ຫຼື ຫຼັງ ການລະບາດພະຍາດໂຄວິດ-19, ພ້ອມທັງການຊຸກຍູ້ສົ່ງເສີມໃຫ້ນັກທຸລະກິດຂອງແຂວງມາລົງທຶນ ຢູ່  ສປປ ລາວ, ອັນພົ້ນເດັ່ນກໍ່ແມ່ນການລົງທຶນກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ວັງວຽງ, ເຂດເສດຖະກິດກວມລວມໄຊເສດຖາ, ການລົງທຶນດ້ານກະສິກໍາຂອງແຂວງຢຸນນານ ຢູ່ ສປປ ລາວ ລວມທັງເຂດເສດຖະກິດ ບໍ່ເຕ່ນ-ບໍ່ຫານ ແລະ ອື່ນໆ. ນອກນັ້ນ, ຍັງໄດ້ໃຫ້ການຊ່ວຍເຫຼືອທາງດ້ານການສ້າງບຸກຄະລາກອນໃຫ້ແກ່ ສປປ ລາວ ໂດຍໄດ້ສືບຕໍ່ສະໜອງທຶນການສຶກສາໃຫ້ແກ່ນັກສຶກສາລາວ ໄດ້ມີໂອກາດໄປສຶກສາຢູ່ແຂວງຢຸນນານ, ຊຶ່ງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມດຽວກັນນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ, ໂດຍລວມແລ້ວເຫັນໄດ້ວ່າ ການພົວພັນຮ່ວມມື ລະຫວ່າງສອງພັກ, ສອງລັດຖະບານ ຂອງສອງປະເທດ ລາວ-ຈີນເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງແຂວງພາກເໜືອຂອງ ສປປ ລາວ ກັບແຂວງຢຸນນານ, ສປ ຈີນ  ແມ່ນມີຜົນສໍາເລັດຢ່າງໜ້າເພິ່ງພໍໃຈ ແລະ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.

 

ໃນການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ກໍ່ເພື່ອເປັນການກະກຽມໃຫ້ແກ່ການເດີນທາງຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ເລຂາພັກແຂວງ ແຂວງຢຸນນານໃນທ້າຍເດືອນ3 ທີ່ຈະມາເຖິງນີ້. ລວມທັງເປັນການກະກຽມໃຫ້ແກ່ການເປີດນໍາໃຊ້ທາງລົດໄຟລາວ-ຈີນຈາກວຽງຈັນ-ຄຸນມິງ-ວຽງຈັນ ໃນອະນາຄົດອັນໃກ້ນີ້, ຊຶ່ງອາດມີນັກທ່ອງທ່ຽວຈີນເດີນທາງຜ່ານແຂວງຢຸນນານເຂົ້າມາທ່ຽວ ສປປ ລາວ ໂດຍຜ່ານທາງລົດໄຟລາວ-ຈີນເປັນຈໍານວນຫຼວງຫຼາຍ, ລວມທັງເປັນການກະກຽມການຈັດຕັ້ງຜັນຂະຫຍາຍໝາກຜົນການຕົກລົງເຫັນດີຂອງການນຳຂັ້ນສູງຂອງ 2 ປະເທດ ໃນທ້າຍປີ 2022 ທີ່ຜ່ານມາ. ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະຫຍາຍແລວທາງເສດຖະກິດຕາມເສັ້ນທາງລົດໄຟລາວ-ຈີນ, ສົມເສີມການທ່ອງທ່ຽວ ລະຫວ່າງ ແຂວງຢຸນນານກັບລາວ ແລະ ອື່ນໆ.

 

ໃນໂອກາດດຽວກັນນີ້, ສະຫາຍ ຫວັງ ເຫວີຍ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຍິນດີທີ່ຈະສືບຕໍ່ ໃນການສະໜັບສະໜູນ ແລະ ພົວພັນຮ່ວມມືກັບ ສປປ ລາວ ຢ່າງໃກ້ຊິດ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມື ລະຫວ່າງ ປະຊາຊົນ 2 ຊາດລາວ-ຈີນ ກໍຄືລະຫວ່າງ ແຂວງຢຸນນານ ກັບ ສປປ ລາວ ໃຫ້ຈະເລີນງອກງາມ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.

 

ໃນຕອນທ້າຍ, ສະຫາຍ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ຍັງໄດ້ເຊື້ອເຊີນບັນດານັກທຸລະກິດ-ນັກລົງທຶນ, ປະຊາຊົນຈີນ ກໍ່ຄື ປະຊາຊົນແຂວງຢຸນນານ ເຂົ້າມາລົງທຶນຕາມຂະແໜງການທີ່ສອງຝ່າຍເຫັນວ່າມີທ່າແຮງນໍາກັນ ແລະ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ, ສະເໜີສືບຕໍ່ໃຫ້ການຊ່ວຍເຫຼືອດ້ານການສຶກສາ, ການກໍ່ສ້າງພະນັກງານສືບທອດຂອງ ພັກ-ລັດຖະບານ ສປປ ລາວ ແລະ ຂະແໜງການອື່ນໆອີກ. ພ້ອມນີ້, ກໍໄດ້ອວຍພອນໃຫ້ສາຍພົວພັນອັນເປັນມູນເຊື້ອ, ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ໝັ້ນຄົງຂະນົງແກ່ນຕະຫຼອດໄປ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485886
ມື້ນີ້17
ມື້ວານ168
ອາທິດນີ້922
ເດືອນນີ້5191