ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ ສຳລັບ 04 ແຂວງພາກເໜືອ: ແຂວງ ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ ແລະ ບໍ່ແກ້ວ

 

HS Ting 1

HS Ting 3

HS Ting 2

HS Ting 4

ໃນວັນທີ 06 ກຸມພາ 2023, ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດກອງ ປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ ສຳລັບ 04 ແຂວງພາກເໜືອ: ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ ແລະ ບໍ່ແກ້ວ ຢູ່ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີ,ໂດຍພາຍໃຕ້ ການເປັນປະທານຮ່ວມຂອງ ທ່ານ ຕິ່ງ ສຸກສັນ, ຮອງເລຂາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຄໍາເຫຼັກ ໃຈອີສານ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງໆຜົ້ງສາລີ ແລະ ມີຜູ້ເຂົ້າຮ່ວມກອງປະຊຸມຈາກຫຼາຍພາກ ສ່ວນເຊັ່ນ: ບັນດາຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກການຕ່າງປະເທດ, ກອງບັນ ຊາການ ປກສ, ພະແນກຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ, ພະແນກອຸດສາຫະກໍາ ແລະ ການຄ້າ, ພະແນກ ແຜນ ການ ແລະ ການລົງທຶນ, ແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນ ອື່ນໆ ທີ່ກ່ຽວຂ້ອງລວມທັງ ໝົດ 83 ທ່ານ.

 

     ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນແນໃສ່ເພື່ອເຜີຍແຜ່ການຈັດຕັ້ງປະຕິບັດວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງ ປະເທດ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງໃຫ້​ບັນດາ​ແຂວງພາກ​ເໜືອໄດ້ຮັບຊາບ ແລະ ມີຄວາມເຂົ້າໃຈຕໍ່ກັບແນວທາງອັນ ສະເໝີຕົ້ນສະເໝີປາຍຂອງພັກ-ລັດເຮົາ, ທີ່ມີຕໍ່ຄົນເຊື້ອຊາດລາວຢູ່ຕ່າງປະເທດ. ພ້ອມ​ດຽວ​ກັນ​ນີ້, ກອງ​ປະຊຸມຍັງໄດ້ເຜີຍ ແຜ່ ດໍາລັດວ່າດ້ວຍການອອກວີຊາ ແລະ ການກໍານົດເວລາພັກເຊົາ ຢູ່ ສປປ ລາວ ໃຫ້ຄົນເຊື້ອຊາດລາວຢູ່ຕ່າງປະເທດ, ດໍາ ລັດວ່າດ້ວຍການຂໍຢູ່ ສປປ ລາວ ຢ່າງຖາວອນ ຂອງຄົນຕ່າງປະເທດ, ຄົນເຊື້ອຊາດລາວ ແລະ ຄົນບໍ່ມີສັນຊາດ, ດໍາລັດວ່າ ດ້ວຍການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດລວມທັງໄດ້ຮັບຟັງ ການລາຍງານສະພາບການຄຸ້ມຄອງຄົນຕ່າງປະເທດຢູ່ 04 ແຂວງພາກເໜືອ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຍົກໃຫ້ເຫັນ ເຖິງພາລະບົດບາດຂອງຄະນະກໍາມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງ ປະເທດນໍາອີກດ້ວຍ.

 

ກອງປະຊຸມ​ໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ສ້າງສັນ, ບັນດານັກວິທະຍາກອນ ແລະ ສໍາມະນາກອນ ຈາກຂະແໜງການກ່ຽວຂ້ອງໄດ້ມີການແລກປ່ຽນປະກອບຄໍາຄິດເຫັນ ແລະ ປະສົບການຕົວ​ຈິງເຊິ່ງກັນ ແລະ ກັນຢ່າງກົງໄປ ກົງມາ, ກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະຜ່ານມາ. ໃນຕອນທ້າຍກອງປະຊຸມ ທ່ານ ຕິ່ງ ສຸກສັນ, ຮອງ ລັດຖະມົນຕີກະຊວງການຕ່າງປະເທດກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ກ່າວສະຫຼຸບການຈັດກອງປະຊຸມຄັ້ງນີ້ຢ່າງມີຜົນສໍາເລັດ. ທ່ານ ຄໍາເຫຼັກ ໃຈອີສານ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງໆຜົ້ງສາລີກໍ່ກ່າວປະກອບຄໍາເຫັນຕໍ່ຜົນສໍາເລັດອັນຈົບງາມ.

 

ໃນໂອກາດດັ່ງກ່າວ, ທ່ານ ຕິ່ງ ສຸກສັນ, ຮອງເລຂາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຢ້ຽມ ຂໍ່ານັບ ທ່ານ ຄໍາຜອຍ ວັນນະສານ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ແລະ ຍັງໄດ້ມອບເຄື່ອງ ປ້ອງກັນໄພໜາວ ແລະ ອຸປະກອນການແພດເພື່ອປ້ອງກັນໂຄວິດ ຈໍານວນໜຶ່ງໃຫ້ແກ່ແຂວງຜົ້ງສາລີ ກ່າວມອບໂດຍ ທ່ານ ຕິ່ງ ສຸກສັນ, ຮອງເລຂາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ກ່າວຮັບໂດຍ ທ່ານ ຄໍາຜອຍ ວັນນະສານ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485951
ມື້ນີ້82
ມື້ວານ168
ອາທິດນີ້987
ເດືອນນີ້5256