ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈໍາ ຫຼວງພະບາງ, ສປປ ລາວ

 

PhoxayreceivedCHam 11

PhoxayreceivedCHam 2

ໃນວັນທີ 16 ກຸມພາ 2023, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ຫຼີ ຈື້ກົ່ງ, ກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈໍາ ຫຼວງພະບາງ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ແຕ່ປີ ເດືອນ ເມສາ 2019-2023 (ເກືອບ 4 ປີ) ດ້ວຍຜົນສໍາເລັດຢ່າງຈົບງາມ.

 

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານໃນການເຄື່ອນໄຫວວຽກງານຢ່າງຫ້າວຫັນຂອງທ່ານກົງສຸນໃຫຍ່, ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວພັນຮ່ວມມື ແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມື ລະຫວ່າງ ແຂວງຢູນນານ ແລະ ບັນດາແຂວງພາກເຫນືອຂອງລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ. ຕະຫຼອດໄລຍະການປະຕິບັດຫນ້າທີ່ການທູດຢູ່ ສປປ ລາວ ທ່ານກົງສຸນໃຫຍ່ ໄດ້ປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາ ດ້ວຍຄວາມຫ້າວຫັນ, ໄດ້ເປັນຂົວຕໍ່ທີ່ສຳຄັນໃນການຊຸກຍູ້ການຮ່ວມມື ແລະ ການລົງທຶນຂອງສອງປະເທດ ເປັນຕົ້ນ ດ້ານການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ,  ການທ່ອງທ່ຽວ, ວັດທະນະທໍາ ແລະ ຂົງເຂດອື່ນໆ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ພ້ອມນີ້, ທ່ານກົງສຸນໃຫຍ່ ກໍໄດ້ປະກອບສ່ວນສຳຄັນໃນການຂົນຂວາຍເອົາການຊ່ວຍເຫຼືອທາງການແພດ ໃຫ້ແກ່ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ ຢາປົວພະຍາດ, ອຸປະກອນການແພດ ແລະ ອື່ນໆ. ພິເສດ, ທ່ານກົງສຸນໃຫຍ່ ໄດ້ເອົາໃຈໃສ່ໃນການຊຸກຍູ້ການຮ່ວມມືສອງຝ່າຍ ໂດຍສະເພາະແມ່ນການເປີດການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ, ໂຄງການລົງທຶນ ແລະ ຊ່ວຍເຫຼືອຫຼ້າ ​ຈາກ​ ສປ ຈີນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ເຊັ່ນ: ໂຄງການໝູ່ບ້ານຈັດສັນທາງລົດໄຟ, ໂຄງການໝູ່ບ້ານຕົວແບບໃນການຫຼຸດຜ່ອນຄວາມທຸກຍາກ, ໂຄງການປັບປຸງໂຮງໝໍແຂວງຫຼວງພະບາງ, ​ເຂື່ອນ​ໄຟຟ້າ​ນ້ຳ​ອູ​, ​ໂຮງງານ​ຊີມັງ​ ລວມທັງການເຂົ້າຮ່ວມກິດຈະກຳກອງປະຊຸມສຳຄັນຕ່າງໆ, ການເຂົ້າຮ່ວມເປີດຊຸດຝຶກອົບຮົມດ້ານວຽກງານຄວາມປອດໄພ, ໂຄງການກໍ່ສ້າງຫນຶ່ງແລວຫນຶ່ງເສັ້ນທາງຂອງ ສປ ຈີນ ຢູ່ ສປປ ລາວ ​ແລະ ອື່ນໆ. ໃນໂອກາດດຽວກັນນີ້, ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜຸນ ສປປ ລາວ ຕະຫຼອດມາ, ພ້ອມທັງ ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ຈົ່ງຫມັ້ນຄົງຂະນົງແກ່ນຕະຫຼອດໄປ, ອວຍພອນໃຫ້ ທ່ານກົງສຸນໃຫຍ່ ຈົ່ງປະສົບຜົນສຳເລັດໃນການປະຕິບັດຫນ້າທີ່ອັນໃຫມ່, ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ຫວັງຢ່າງຍິ່ງວ່າ ພາຍຫລັງສຳເລັດການປະຕິບັດຫນ້າທີ່ຢູ່ ສປປ ລາວ ແລ້ວ ທ່ານກົງສຸນໃຫຍ່ ຈະສືບຕໍ່ຊ່ວຍຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ລາວ-ຈີນ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ. ໂດຍສະເພາະ ແມ່ນຊຸກຍູ້ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ.­­

 

ໃນຂະນະດຽວກັນ, ທ່ານກົງສຸນໃຫຍ່ ຫຼີ ຈື້ກົ່ງ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈມາຍັງ ພັກ-​ລັດ​ຖະ​ບານ ແລະ ປະຊາຊົນລາວ ໂດຍ​ສະ​ເພາະ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ​ທີ່​ໄດ້​ເອົາ​ໃຈ​ໃສ່ໃຫ້​ການ​ຮ່ວມ​ມື ແລະ ສະໜັບສະໜູນຊ່ວຍ​ເຫຼືອ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດຂອງຕົນ ຕະຫຼອດ​ໄລ​ຍະ​ເວ​ລາເກືອບ 4 ປີ ຜ່ານມາ ແລະ ຢືນຢັນຈະສືບຕໍ່ຊຸກຍູ້ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປ ຈີນ ແລະ ສປປ ລາວ ໃຫ້ນັບມື້ກ້າວຂຶ້ນສູ່ຜົນສຳເລັດອັນໃຫມ່ຍິ່ງໃຫຍ່ກວ່າເກົ່າ.

 

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484700
ມື້ນີ້11
ມື້ວານ205
ອາທິດນີ້1138
ເດືອນນີ້4005