ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບ-ຮັບ ອຸປະກອນການຮຽນ ຈາກ ບໍລິສັດ ລາວ ຊໍາຊຸງອີເລັກໂທຣນິກສ໌

   

  

20230203 DFM PX

  

 

  

ໃນຕອນບ່າຍຂອງວັັນທີ 3 ກຸມພາ 2023, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີມອບ-ຮັບ ອຸປະກອນການຮຽນ ຈາກ ບໍລິສັດ ລາວ ຊໍາຊຸງອີເລັກໂທຣນິກສ໌ ໂດຍການເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ລີ ຮຽງ ກຶນ (LEE Hyung Geun), ຜູ້ອໍານວຍການຝ່າຍບໍລິຫານ, ບໍລິສັດ ຊໍາຊຸງອີເລັກໂທຣນິກສ໌ ປະຈໍາ ສປປ ລາວ ແລະ ກໍາປູເຈຍ ທີ່ມີສໍານັກງານສາຂາບໍລິສັດຕັ້ງຢູ່ກໍາປູເຈຍ, ພ້ອມດ້ວຍພະນັກງານ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ.

  

ໃນໂອກາດນີ້, ທ່ານ ລີ ຮຽງ ກຶນ ໄດ້ຕາງໜ້າໃຫ້ ບໍລິສັດ ລາວ ຊໍາຊຸງອີເລັກໂທຣນິກສ໌ ກ່າວມອບ ໂດຍໄດ້ໃຫ້ຮູ້ວ່າ ການມອບອຸປະກອນການຮຽນໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດພາຍໃຕ້ໂຄງການ Samsung Love & Care, ເຊິ່ງໂຄງການດັ່ງກ່າວເປັນໜຶ່ງໃນກິດຈະກໍາຂອງ ບໍລິສັດ ລາວ ຊໍາຊຸງອີເລັກໂທຣນິກສ໌, ໂດຍມີຈຸດປະສົງເພື່ອສົ່ງເສີມການສຶກສາ ໃຫ້ແກ່ໂຮງຮຽນທີ່ຂາດເຂີນອຸປະກອນການຮຽນ, ເພາະ ຊຳຊຸງ ເຊື່ອວ່າ ທັງໝົດນີ້ຈະເປັນສ່ວນໜຶ່ງໃນການສ້າງພື້ນຖານ ເພື່ອການພັດທະນາຢ່າງຍືນຍົງຕໍ່ໄປໃຫ້ກັບສັງຄົມ. ອຸປະກອນການຮຽນທີ່ນໍາມາມອບ ໃນຄັ້ງນີ້ ມີທັງໝົດຈໍານວນ 1.300 ຊຸດ, ລວມເປັນມູນຄ່າ 12.000 ໂດລາ ສະຫະລັດ, ເຊິ່ງໄດ້ມອບໃຫ້ ກະຊວງການຕ່າງປະເທດ ນໍາໄປມອບຕໍ່ໃຫ້ ນ້ອງໆນັກຮຽນຊັ້ນປະຖົມສຶກສາທີ່ຂາດເຂີນຢູ່ເຂດຮ່າງໄກສອກຫຼີກໃນແຂວງຕ່າງໆ ເປັນຕົ້ນແຂວງຫົວພັນ ແລະ ແຂວງອື່ນໆ ເພື່ອໃຫ້ນ້ອງໆນັກຮຽນມີຄຸນນະພາບການຮຽນທີ່ດີຂຶ້ນ.

  

ໃນໂອກາດດຽວກັນນີ້, ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ຕາງໜ້າໃຫ້ ກະຊວງການຕ່າງປະເທດ ແລະ ນ້ອງໆນັກຮຽນ ຂຶ້ນກ່າວຮັບອຸປະກອນການຮຽນດັ່ງກ່າວ, ໂດຍໄດ້ສະແດງຄວາມຂອບໃຈຕໍ່ ບໍລິສັດ ຊໍາຊຸງອີເລັກໂທຣນິກສ໌ ປະຈໍາ ສປປ ລາວ ແລະ ກໍາປູເຈຍ ກໍຄື ບໍລິສັດ ລາວ ຊໍາຊຸງອີເລັກໂທຣນິກສ໌ ທີ່ໄດ້ຊຸກຍູ້ ແລະ ລະດົມຂົນຂວາຍ ເຄື່ອງຊ່ວຍເຫຼືອ ກໍຄືອຸປະກອນການຮຽນ ມາມອບໃຫ້ແກ່ກະຊວງການຕ່າງປະເທດ ເພື່ອນໍາໄປມອບໃຫ້ແກ່ນັກຮຽນຊັ້ນປະຖົມສຶກສາ ຢູ່ແຂວງຫົວພັນ ແລະ ແຂວງອື່ນໆ ໃນຄັ້ງນີ້. ພ້ອມນີ້, ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ກໍໄດ້ສະແດງຄວາມຊົມເຊີຍ ບໍລິສັດ ຊໍາຊຸງອີເລັກໂທຣນິກສ໌ ສໍາລັບການພັດທະນານະວັດຕະກໍາ ແລະ ເທັກໂນໂລຍີທີ່ກ້າວໜ້າ ທີ່ຖືກນໍາໃຊ້ຢ່າງກວ້າງຂວາງໃນທົ່ວໂລກ ລວມທັງ ສປປ ລາວ ແລະ ໄດ້ຕີລາຄາສູງ ຕໍ່ການລົງທຶນຂອງບໍລິສັດ ຢູ່ ສປປ ລາວ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນຊຸມປີຜ່ານມາ ແລະ ຫວັງວ່າ ການລົງທຶນຂອງບໍລິສັດ ໃນ ສປປ ລາວ ຈະໄດ້ຮັບການຂະຫຍາຍຕົວ ແລະ ປະສົບຜົນສໍາເລັດຫຼາຍຂຶ້ນ ໃນຊຸມປີຕໍ່ໜ້າ, ພ້ອມທັງໄດ້ເຊີນຊວນໃຫ້ ບໍລິສັດ ເຂົ້າມາຕັ້ງໂຮງງານຜະລິດຊິ້ນສ່ວນຕ່າງໆ ທີ່ ສປປ ລາວ ມີວັດຖຸດິບ ແລະ ມີທ່າແຮງ ເພື່ອຊ່ວຍສົ່ງເສີມໃນການສ້າງວຽກເຮັດງານທໍາ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຍິ່ງໆຂຶ້ນ.

  

 

 

ແຈ້ງການ

    

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023.

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)  

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
421852
ມື້ນີ້209
ມື້ວານ183
ອາທິດນີ້107
ເດືອນນີ້7694