ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ຍີ່ປຸ່ນ ເພີ່ມທະວີການພົວພັນຮ່ວມມື

        

           

20221222 DFM Laos Japan 1

20221222 DFM Laos Japan 5

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ທາເກອິ ຊຸນຊຶເກະ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ 

  

20221222 DFM Laos Japan 3

20221222 DFM Laos Japan 4

ພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອ ຈາກ ລັດຖະບານຍີ່ປຸ່ນ ໃນການສະໜອງອຸປະກອນ ແລະ ກົນຈັກຕ່າງໆ ສໍາລັບການສ້ອມແປງຖະໜົນຫົນທາງ ໃຫ້ແກ່ ສປປ ລາວ

      

         

         ໃນຕອນເຊົ້າຂອງວັນທີ 22 ທັນວາ 2022, ທີ່ ກະຊວງການຕ່າງປະເທດ, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ທາເກອິ ຊຸນຊຶເກະ (Mr. TAKEI Shunsuke), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ (State Minister for Foreign Affairs of Japan).

            

        ໃນກອງປະຊຸມດັ່ງກ່າວ, ສອງຝ່າຍ ໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານ ລາວ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາ, ເຊິ່ງເຫັນວ່າໄດ້ຮັບການຈັດຕັ້ງປະຕິບັດ ແລະ ຊຸກຍູ້ສົ່ງເສີມຢ່າງຕັ້ງໜ້າ ພາຍຫຼັງການພົບປະສຸດຍອດສອງຝ່າຍ ສປປ ລາວ ແລະ ຍີ່ປຸ່ນ ໃນເດືອນເມາສາ 2022 ທີ່ ແຂວງຄຸມາໂມໂຕະ ປະເທດຍີ່ປຸ່ນ, ເປັນຕົ້ນແມ່ນ ດ້ານການເມືອງ, ເສດຖະກິດ, ການຄ້າ ແລະ ການລົງທຶນ, ການພັດທະນາພື້ນຖານໂຄງລ່າງ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ແຮງງານ, ການເງິນ ແລະ ອື່ນ.  ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບທິດທາງ ແລະ ແຜນການຮ່ວມມືໃນຕໍ່ໜ້າ, ເຊິ່ງໄດ້ເຫັນດີເປັນເອກະພາບໃນການຊຸກຍູ້ການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ ຢ່າງເປັນປົກກະຕິ, ຊຸກຍູ້ການຮ່ວມມື ລະຫວ່າງ ບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ລາວ ແລະ ຍີ່ປຸ່ນໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ບັນດາໂຄງການຮ່ວມມືຂອງສອງປະເທດ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຕາມກໍານົດການ ແລະ ລະດັບຄາດໝາຍ, ຊຸກຍູ້ສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນໃຫ້ເພີ່ມຂຶ້ນ, ການຮ່ວມມືດ້ານການພັດທະນາພະລັງງານທົດແທນທີ່ເປັນພະລັງງານສະອາດ, ການຮ່ວມມືດ້ານການທ່ອງທ່ຽວ, ການຮ່ວມມືດ້ານເສດຖະກິດ ລວມທັງການຮ່ວມມືເພື່ອກະກຽມໃຫ້ແກ່ ກິດຈະກໍາສະເຫຼີມສະຫຼອງການຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ຄົບຮອບ 50 ປີ ໃນປີ 2023 ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ, ການສະໜັບສະໜູນຂອງຝ່າຍຍີ່ປຸ່ນ ສໍາລັບການເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024, ການກະກຽມໃຫ້ແກ່ບັນດາກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ ໃນປີ 2025 ເປັນຕົ້ນແມ່ນ ການປັບປຸງສະໜາມກິລາເຈົ້າອານຸວົງ ແລະ ການເຂົ້າຮ່ວມງານວາງສະແດງໂລກ ທີ່ ແຂວງໂອຊາກາ ປະເທດຍີ່ປຸ່ນ ໃນປີ 2025 (Osaka EXPO 2025). ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການສືບຕໍ່ສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ສໍາລັບການຮ່ວມມືໃນຂອບຫຼາຍຝ່າຍ ເປັນຕົ້ນແມ່ນ ຂອບການຮ່ວມມື ອາຊຽນ-ຍີ່ປຸ່ນ, ແມ່ນໍ້າຂອງ-ຍີ່ປຸ່ນ, ຂອບການຮ່ວມມື ACMECS ແລະ ອື່ນໆ. 

           

          ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ ທ່ານ ຮອງລັດຖະມົນຕີ ທາເກອິ ຊຸນຊຶເກະ ແລະ ຄະນະ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທາເກອິ ຊຸນຊຶເກະ ທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງເປັນ ຮອງລັດຖະມົນຕີກະຊວງຕ່າງປະເທດຍີ່ປຸ່ນ ໃນເດືອນສິງຫາ 2022 ຜ່ານມາ. ພ້ອມນັ້ນ, ທ່ານ ຮອງລັດຖະມົນນຕີ ໂພໄຊ ໄຂຄໍາພິທູນ ຍັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຮ່ວມມື ແລະ ການຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາ, ລວມທັງການຊ່ວຍເຫຼືອເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການເກັບກູ້ລະເບີດບໍ່ທັນແຕກ (UXO) ຢູ່ ສປປ ລາວ, ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການຍົກລະດັບຂຶ້ນເທື່ອລະກ້າວ. ພ້ອມດຽວກັນນັ້ນ, ທ່ານ ຮອງລັດຖະມົນຕີ ທາເກອິ ຊຸນຊຶເກະ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຝ່າຍລາວ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຢືນຢັນຄືນຄໍາໝາຍໝັ້ນຂອງລັດຖະບານຍີ່ປຸ່ນ ໃນການສືບຕໍ່ຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ ທີ 9 ຂອງ ສປປ ລາວ ໃຫ້ສໍາເລັດຕາມຄາດໝາຍ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

             

         ພາຍຫຼັງສໍາເລັດການພົບປະສອງຝ່າຍ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ທາເກອິ ຊຸນຊຶເກະ, ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ຍັງໄດ້ຮ່ວມກັນລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອ ຈາກ ລັດຖະບານຍີ່ປຸ່ນ ໃນການສະໜອງອຸປະກອນ ແລະ ກົນຈັກຕ່າງໆ ສໍາລັບການສ້ອມແປງຖະໜົນຫົນທາງ ໃຫ້ແກ່ ສປປ ລາວ ລວມມູນຄ່າ 800 ລ້ານເຢນ (ຫຼື ປະມານ 6,1 ລ້ານໂດລາສະຫະລັດ), ເຊິ່ງການຊ່ວຍເຫຼືອດັ່ງກ່າວ ໄດ້ສ່ອງແສງໃຫ້ເຫັນເຖິງຄໍາໝາຍໝັ້ນຂອງລັດຖະບານຍີ່ປຸ່ນ ໃນການສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫຼືອ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ຂອງ ສປປ ລາວ ລວມທັງການປະຕິບັດຍຸດທະສາດການຫັນປະເທດບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງ ແລະ ເຊື່ອມຈອດໃນພາກພື້ນ, ໂດຍສະເພາະ ການຈັດຕັ້ງປະຕິບັດຍຸດທະສາດການພັດທະນາຂະແໜງໂຍທາທິການ ແລະ ຂົນສົ່ງ ຂອງ ສປປ ລາວ ໃຫ້ໄດ້ຮັບຜົນສໍາເລັດເທື່ອລະກ້າວ.

 

 

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485713
ມື້ນີ້12
ມື້ວານ206
ອາທິດນີ້749
ເດືອນນີ້5018