ໃນຕອນບ່າຍຂອງວັນທີ 17 ມິຖຸນາ 2021, ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືຮ່ວມ 3 ເສົາຄ້ຳເຈົ້າໜ້າທີ່ອາວຸໂສອາຊຽນ (Joint Consultative Meeting- JCM) ໃນຮູບແບບທາງໄກ, ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ.
ບັນດາເຈົ້າໜ້າທີ່ອາວຸໂສ 3 ເສົາຄ້ຳປະຊາຄົມອາຊຽນ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາບູລິມະສິດອາຊຽນ ໃນປີ 2021 ເປັນຕົ້ນແມ່ນ: ການທົບທວນກາງສະໄໝການຈັດຕັ້ງປະຕິບັດ ແຜນແມ່ບົດວິໄສທັດປະຊາຄົມອາຊຽນ 2025 ແລະ ການຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025, ໂດຍໄດ້ເຫັນດີຮັບຮອງ ແຜນດຳເນີນງານ ແລະ ເອກະສານພາລະບົດບາດຂອງຄະນະສະເພາະກິດລະດັບສູງ ເພື່ອຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025; ແຜນຍຸດທະສາດການປະຕິວັດດ້ານອຸດສາຫະກຳ 4.0 (4IR); ຂໍ້ລິເລີ່ມແບບຍຸດທະສາດ ແລະ ກວມລວມ ເພື່ອເຊື່ອມສານບັນດາຂອບການຮ່ວມມືອາຊຽນ ໃນການຮັບມືກັບໄພພິບັດ ແລະ ພາວະສຸກເສີນ (ASEAN SHIELD); ແລະ ບັນດາຂໍ້ລິເລີ່ມໃນການຮັບມືກັບ ໂຄວິດ-19. ນອກນັ້ນ, ກອງປະຊຸມ ຍັງໄດ້ ປຶກສາຫາລືກ່ຽວກັບ ການປະສານງານໃນການຈັດຕັ້ງປະຕິບັດ ວຽກງານທັບຊ້ອນ ເສົາຄ້ຳ/ຂະແໜງການ ແລະ ບັນຫາອື່ນໆ.
ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ຮັບຊາບຄວາມຄືບໜ້າໃນການປະຕິບັດກິດຈະກຳພາຍໃຕ້ໂຄງການ ການເສີມສ້າງເຊິ່ງກັນ ແລະ ກັນ ລະຫວ່າງ ວິໄສທັດປະຊາຄົມອາຊຽນ 2025 ແລະ ວາລະ ສປຊ 2030 ເພື່ອການພັດທະນາແບບຍືນຍົງ; ເຄືືອຂ່າຍຕົວເມືອງອັດສະລິຍະ (ASCN); ແລະ ການຮັດແຄບຄວາມແຕກໂຕນດ້ານການພັດທະນາໃນອານຸພາກພື້ນເພື່ອການຟື້ນຟູແບບຍືນຍົງ ແລະ ການພັດທະນາແບບສະເໝີພາບ.