ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ວ່າດ້ວຍ ການຈັດຕັ້ງປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ ຄັ້ງທີ 19

 

20210607-19th SOM 120210607-19th SOM 2

 

ໃນວັທີ 7 ມິຖຸນາ 2021, ທີ່ ເມືອງຊົງຊິງ, ຈີນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອຊຽນຂອງ າວໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ວ່າດ້ວຍ ການຈັດຕັ້ງປະຕິບັດຖະແຫຼງການແຫ່ງການປະພຶດ ຂອງບັນດາຝ່າຍໃນທະເລຈີນໃຕ້ ຄັ້ງທີ 19, ພາຍໃຕ້ການເປັນປະທານຮ່ວຂອງຟີລິບປິນ ແລະ ຈີນໃນ, ໂອກາດກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ເພື່ອສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການພົວພັນຮ່ວມມື ອາຊຽນ-ຈີນ. ກອງປະຊຸມຄັ້ງນີ້ ຖືເປັນຄັ້ງທຳອິດ ທີ່ບັນເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຈີນ ໄດ້ມີໂອກາດພົບປະກັນແບບ ເຊິ່ງໜ້າພາຍຫຼັງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ນັບຕັ້ງແຕ່ທ້າຍປີ 2019 ເປັນຕົ້ນມາ.

ໃນກອງປະຊຸມ, ບັນດາເຈົ້າໜ້າທີ່ອາວຸໂສ ຂອງບັນດາປະເທດສະມາຊິກອາຊຽນ ແລະ ສປ ຈີນ ໄດ້ທົບທວນຄືນການ ຈັດຕັ້ງປະຕິບັດຖະແຫຼງການແຫ່ງການປະພຶດ ຂອງບັນດາຝ່າຍໃນທະເລຈີນໃຕ້ ຫຼື ດີໂອຊີ ພ້ອມທັງຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ​ບັນ​ດາ​ກິ​ດຈະ​ກຳ ແລະ ຂໍ້​ລິ​ເລີ່ມ ແນ​ໃສ່​ສົ່ງ​ເສີ​ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ເຊື່ອ​ໝັ້ນ ເຊິ່ງ​ກັນ ແລະ ກັນ ລະ​ຫວ່າງ ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກອາ​ຊຽນ ແລະ ສ​ປ ຈີນໃນທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມດຽວກັນນີ້, ກອງປະຊູມໄດ້ຕົກລົງເຫັນດີ ໃຫ້ລິເລີ່ມການປຶກສາຫາລືການຮ່າງແຜນວຽກ ເພື່ອຈັດຕັ້ງປະຕິບັດ ດີໂອຊີ ສະບັບ​ໃໝ່ສໍາລັບສົກປີ 2022-2026, ລວມ​ທັງຊຸກ​ຍູ້ໃຫ້​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ກິ​ດຈະ​ກຳ ແລະ ຂໍ້​ລິ​ເລີ່ມ ​ທີ່​ຍັງ​ຄົງ​ຄ້າງ ພາຍ​ໃຕ້​ແຜນ​ວຽກ ດີໂອຊີ ສຳ​ລັບ​ສົກປີ 2016-2021 ໃຫ້​ເປັນ​ຮູບ​ປະ​ທຳ.

ນອກຈາກນີ້, ບັນດາປະເທດສະມາຊິກອາຊຽນ ແລະ ຈີນ ໄດ້ເຫັນດີເປັນເອກະພາບ ກ່ຽວກັບ ຄວາມສໍາຄັນໃນການລິເລີ່ມ ການເຈລະຈາ ດ້ານເນື້ອໃນ ໂດຍໝູນໃຊ້ຊ່ອງທາງດີຈີຕອນ ເນື່ອງຈາກສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດເປັນວົງກ້ວາງຢູ່ໃນພາກພື້ນ ເພື່ອ​ກະ​ກຽມ​ໃຫ້​ແກ່​ຂະ​ບວນການລິເລີ່ມການເຈລະຈາຮ່າງກົດແຫ່ງການປະພຶດ ຫຼື ຊີໂອຊີ ຮອບທີສອງ ໃຫ້ສາມາດສຳເລັດພາຍໃນເວລາທີ່ໄດ້ກຳນົດໄວ້.

------------------//------------------

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487391
ມື້ນີ້59
ມື້ວານ167
ອາທິດນີ້1053
ເດືອນນີ້784