ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສໍາມະນາ ວ່າດ້ວຍ ການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະ ສາກົນ ກ່ຽວກັບ ການຕ້ານອາຊະຍາກຳຂ້າມຊາດ ລວມທັງການຕ້ານການຄ້າມະນຸດ ໃຫ້ແກ່ເຈົ້າໜ້າທີ່ ແລະ ພະນັກງານພະແນກການຕ່າງປະເທດ ຂອງແຂວງພາກກາງ ແລະ ພາກໃຕ້

 

20210304-05 TIL-Savan-1

20210304-05 TIL-Savan-3

 

ໃນລະຫວ່າງວັນທີ 4-5 ມີນາ 2021 ທີ່ ຫ້ອງວ່າການ ແຂວງສະຫວັນນະເຂດ, ກະຊວງການຕ່າງປະເທດ, ກົມສົນທິສັນຍາ ແລະ ກົດໝາຍ ໄດ້ຈັດກອງປະຊຸມສຳມະນາ ວ່າດ້ວຍ ການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະ ສາ ກົນ ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດ ລວມທັງການຕ້ານການຄ້າມະນຸດໃຫ້ແກ່ເຈົ້າໜ້າທີ່ ແລະ ພະນັກງານພະ ແນກການຕ່າງປະເທດຂອງແຂວງພາກກາງ ແລະ ພາກໃຕ້ ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດຮອງລັດຖະມົນຕີກະຊວງການຕ່າງປະເທດ. ພິເສດ, ທ່ານ ນາງ ຫຼິງທອງ ແສງຕາວັນ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງແຂວງສະຫວັນນະເຂດ ໄດ້ໃຫ້ກຽດກ່າວຄຳເຫັນຕ້ອນຮັບ ແລະ ໄດ້ແຈ້ງສະພາບຈຸດພິເສດ ກໍຄື ທ່າແຮງບົ່ມຊ້ອນ ແລະ ຍຸດທະສາດໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງສະຫວັນນະເຂດ.ເຂົ້າຮ່ວມກອງປະຊຸມຄັ້ງນີ້ງມີຜູ້ຕາງໜ້າ​ຈາກ​ຂະ​ແໜງ​ການ​ຕ່າງໆ​ທີ່​ກ່ຽວຂ້ອງ​ຂອງແຂວງສະຫວັນນະເຂດ, ບັນດາເຈົ້າໜ້າທີ່ ແລະ ພະແນກການຕ່າງປະເທດ ຈາກແຂວງພາກກາງ ແລະ ພາກໃຕ້, ນັກວິທະຍາກອນ ຈາກສູນກາງ (ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ແລະ ສູນກາງສະຫະພັນແມ່ຍິງລາວ) ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ 60 ທ່ານຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມສໍາມະນາຄັ້ງນີ້ ແມ່ນເພື່ອປະກອບສ່ວນ​ເສີມສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບ ​ເນື້ອ​ໃນ ​ແລະ ບັນດາ​ຫລັກການ​ທີ່​ສຳຄັນ​ຂອງບັນດາສົນທິສັນຍາພາກພື້ນ ແລະ ສາກົນທີ່ພົວພັນ​ເຖິງ​ການຕ້ານອາຊະຍາກໍາຂ້າມຊາດ, ລວມທັງຕ້ານການຄ້າມະນຸດ ໃຫ້ແກ່ເຈົ້າໜ້າທີ່ ແລະ ພະນັກງານພະແນກການຕ່າງປະເທດຂອງ ແຂວງພາກກາງ ແລະ ພາກໃຕ້.

ໃນກອງປະຊຸມ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ແຈ້ງວ່າ ໃນລະດັບສາກົນ, ໂດຍສະເພາະອົງການ​ສະຫະ​ປະຊາ​ຊາດ ​​ໄດ້​ໃຫ້​ຄວາມ​ສໍາຄັນ​ເປັນ​ພິ​ເສດ​ ຊຶ່ງໃນ​ປີ 2010 ກອງ​ປະຊຸມສະມັດຊາ​ໃຫ່ຍຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຮັບຮອງ​ເອົາ​ແຜນ​ປະຕິບັດ​ງານສາ​ກົນ​ ກ່ຽວ​ກັບ ​ການຕ້ານ​ການ​ຄ້າ​ມະນຸດ, ​ໄດ້​ຮັບຮອງ​ເອົາ​ຍັດຕິ​ເລກທີ 192 ກ່ຽວ​ກັບ​ການ​ເພີ່ມ​ທະວີ​ຄວາມ​ພະຍາຍາມ​ໃນ​ການ​ປະສານ​ງານ​ເພື່ອ​ຕ້ານ​ການ​ຄ້າ​ມະນຸດ ໃນປີ 2013 ແລະ ​ຕົກລົງເອົາ​ວັນ​ທີ 30 ກໍລະກົດ ຂອງ​ທຸກໆ​ປີ ​ເປັນ​ວັນ​ສາກົນ​ຕ້ານ​ການ​ຄ້າ​ມະນຸດ. ໃນລະດັບພາກພື້ນ ໂດຍສະເພາະ ອາຊຽນ ກໍໄດ້ກຳນົດເອົາການຕ້ານການຄ້າມະນຸດເປັນວາລະໜຶ່ງທີ່ສຳຄັນຂອງບັນດາປະເທດອາຊຽນ, ໄດ້ຮັບຮອງເອົາຖະແຫລງການຕ້ານການຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ໃນວັນທີ 29 ພະຈິກ 2004 ທີ່ ນະຄອນຫລວງວຽງຈັນ, ໄດ້ຮັບຮອງເອົາແຜນປະຕິບັດງານອາຊຽນ ແລະ ສົນທິສັນຍາວ່າດ້ວຍການຕ້ານການຄ້າມະນຸດໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ໃນປີ 2015 (ສປປ ລາວ ເປັນພາຄີ 2017).

ພ້ອມກັນນັ້ນ, ​ເພື່ອ​ຮ່ວມ​ມື​ກັບສາກົນ ​ແລະ ພາກ​ພື້ນ, ກໍ່​ຄື​ກັບ​ບັນດາ​ປະ​ເທດ​ໄກ້​ຄຽງ, ສປປ ລາວ ພວກເຮົາຍັງໄດ້ເຂົ້າເປັນພາຄີ ແລະ ໃຫ້ສັດຕະຍາບັນສົນທິສັນຍາ ​ແລະ ​ລົງນາມສັນຍາ​ສອງ​ຝ່າຍຫຼາຍສະບັບທີ່ກ່ຽວຂ້ອງກັບການຕ້ານການຄ້າມະນຸດ ເປັນຕົ້ນແມ່ນສົນທິສັນຍາ​ໃນ​ຂົງ​ເຂດສິດທິມະນຸດ,ສົນທິສັນຍາ ວ່າດ້ວຍ ການຕ້ານອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ, ສົນທິສັນຍາ​ກ່ຽວຂ້ອງ​ກັບແຮງງານ ແລະ ອື່ນໆ.

ໃນກອງປະຊຸມຄັ້ງນີ້, ບັນດາຜູ້​ເຂົ້າຮ່ວມ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນຄໍາຄິດຄໍາເຫັນຊຶ່ງກັນ ແລະ ກັນ ລະຫວ່າງ ເຈົ້າໜ້າທີ່ຂອງເຂດທີ່ມີຄວາມສ່ຽງໃນການຕົກເປັນຜູ້ຖືກເຄາະຮ້າຍຈາກ​ການ​ຄ້າ​ມະນຸດ​ ແລະ ຊອກຫາວິທີແກ້ໄຂທີ່ຖືກຕ້ອງ ແລະ ສອດຄ່ອງກັບລະບຽບການສາກົນ ໂດຍສະເພາະ ສົນທິສັນຍາພາກພື້ນ ແລະ ສາກົນທີ່ ສປປ ລາວ​ ເປັນ​ພາຄີ ​ແລະ ມີ​ພັນທະ​ຈັດ​ຕັ້ງ​ປະຕິບັດ ລວມທັງກົນໄກການຮ່ວມມື ແລະ ຈັດຕັ້ງປະຕິບັດວຽກງານດັ່ງກ່າວຂອງຂະແໜງການທີ່ກ່ຽວຂ້ອງ ໂດຍອີງໃສ່ກົດໝາຍ ແລະ ລະບຽບການພາຍໃນ ຂອງ ສປປ ລາວ. ພ້ອມດຽວກັນນັ້ນ, ກໍ​ໄດ້​ຮັບຊາບ​ວຽກ​ງານ​ຕ່າງ​ໆ ທີ່​ພົວພັນ ​ແລະ ປິ່ນ​ອ້ອມ ກ່ຽວກັບ ​ການ​ສະກັດ​ກັ້ນ ​ແລະ ຕ້ານ​ການ​ຄ້າ​ມະນຸດ​ຂອງ ສປປ ລາວ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487638
ມື້ນີ້78
ມື້ວານ228
ອາທິດນີ້1300
ເດືອນນີ້1031