ໃນຕອນບ່າຍຂອງວັນທີ 5 ສິງຫາ 2019, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດຕ້ອນຮັບ ຄະນະຜູ້ແທນຈາກ ສະພາການຮ່ວມມືດ້ານຄວາມໝັ້ນຄົງໃນອາຊີ-ປາຊີຟິກ ຂອງ ສປ ຈີນ ຫຼື The Council for Security Cooperation in the Asia Pacific /CSCAP ຈີນ ນໍາໂດຍທ່ານ ມາ ເຈິ້ງກາງ, ປະທານສະພາ CSCAP ຈີນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກກັບ ສະຖາບັນການຕ່າງປະເທດ ກໍຄື CSCAP ລາວ ໃນໄລຍະແຕ່ວັນທີ 4-8 ສິງຫາ 2019.
ທ່ານ ທອງຜ່ານ ສະຫວັນເພັດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຜົນສໍາເລັດຂອງກອງປະຊຸມລະຫວ່າງ CSCAP ລາວ ແລະ ຈີນ ໃນຕອນເຊົ້າທີ່ຜ່ານມາ ເຊິ່ງໄດ້ປຶກສາຫາລືກັນໃນຫຼາຍບັນຫາ ໂດຍສະເພາະ ແມ່ນສະພາບການພາກພື້ນ ແລະ ສາກົນ, ອາຊຽນ ແລະ ແຜນການຮ່ວມມືລະຫວ່າງ CSCAP ລາວ ແລະ ຈີນ ໃນຕໍ່ໜ້າ. ທັງສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງ ສອງສະຖາບັນ ກໍຄືສອງສະພາການຮ່ວມມືດ້ານຄວາມໝັ້ນຄົງໃນອາຊີ-ອາຊີຟິກ, ພ້ອມທັງເປັນການປະກອບສ່ວນເຂົ້າໃນການພົວພັນ ແລະ ຮ່ວມມືຂອງສອງສະຖາບັນການຕ່າງປະເທດ ກໍຄືລະຫວ່າງ 2 ປະເທດລາວ-ຈີນ.
ການເດີນທາງມາຢ້ຽມຢາມ ແລະ ພົບປະແລກປ່ຽນກັບຝ່າຍລາວ ຂອງ CSCAP ຈີນໃນຄັ້ງນີ້ ແມ່ນເປັນຄັ້ງທໍາອິດ ພາຍຫຼັງທີ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງສະພາການຮ່ວມມືດ້ານຄວາມໝັ້ນຄົງໃນອາຊີ-ປາຊີຟິກ ໃນເດືອນພຶດສະພາ 2018 ໂດຍການສະໜັບສະໜູນ ແລະ ຊ່ວຍເຫຼືອ ຈາກ CSCAP ຈີນ ແລະ ພາຍຫຼັງ CSCAP ລາວ ແລະ ຈີນ ໄດ້ເຊັນບົດບັນທຶກຊ່ວຍຈໍາ (MOU) ຮ່ວມກັນ ໃນເດືອນສິງຫາ 2018 ທີ່ຜ່ານມາ. ເຊິ່ງຖືເປັນໂອກາດອັນດີໃນການພົບປະແລກປ່ຽນ ລະຫວ່າງ CSCAP ລາວ ແລະ ຈີນ ເພື່ອສືບຕໍ່ເສີມຂະຫຍາຍການຮ່ວມມືກັນໃນຕໍ່ໜ້າ.