ໃນວັນທີ 29-30 ກໍລະກົດ 2019 ທີ່ ບາງກອກ, ປະເທດໄທ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN Senior Officials’ Meeting) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນກັບຄູ່ຮ່ວມເຈລະຈາ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ຈັດຂຶ້ນໃນວັນທີ 29 ກໍລະກົດ 2019, ເຊິ່ງໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດບັນດາບູລິມາສິດໃນການສ້າງປະຊາຄົມອາຊຽນ ໂດຍສະເພາະການພັດທະນາແບບຍືນຍົງ ແລະ ການເຊື່ອມສານລະຫວ່າງ ວິໄສທັດອາຊຽນ 2025 ແລະ ເປົ້າໝາຍພັດທະນາແບບຍືນຍົງ ສປຊ 2030. ພ້ອມນີ້, ກອງປະຊຸມ ຍັງໄດ້ສຳເລັດການກະກຽມດ້ານເນື້ອໃນ ແລະ ພິທີການໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 52, ກອງປະຊຸມລັດຖະມົນຕີອາຊຽນກັບຄູ່ເຈລະຈາ (PMC), ກອງປະຊຸມລັດຖະມົນຕີອາຊຽນບວກສາມ ຄັ້ງທີ 20 (APT), ກອງປະຊຸມລັດຖະມົນຕີສຸດຍອດອາຊີຕາເວັນອອກ ຄັ້ງທີ 9 (EAS), ແລະ ກອງປະຊຸມລັດຖະມົນຕີເວທີພາກພື້ນອາຊຽນ ຄັ້ງທີ 26 (ARF), ທີ່ຈະຈັດມີຂຶ້ນແຕ່ວັນທີ 31 ກໍລະກົດ - 02 ສິງຫາ 2019.ນອກນີ້, ກອງປະຊຸມ ສຳເລັດໂດຍພື້ນຖານການກະກຽມໃຫ້ແກ່ກອງປະຊຸມທີ່ກ່ຽວຂ້ອງອາຊຽນ ທີ່ຈະຈັດຂຶ້ນໃນໄລຍະກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຄັ້ງທີ 74 ເປັນຕົ້ນ: ກອງປະຊຸມລັດຖະມົນຕີອາຊຽນບໍ່ເປັນທາງການ (IAMM), ກອງປະຊຸມລັດຖະມົນຕີ ອາຊຽນ-ສປຊ ແລະ ກອງປະຊຸມກ່ຽວຂ້ອງອື່ນ ລວມທັງການສຳເລັດການກະກຽມໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ໃນເດືອນ ກັນຍາ ແລະ ພະຈິກ 2019 ຕາມລຳດັບ.
ໃນຕອນແລງຂອງວັນດຽວກັນ, ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ, ພ້ອມຄະນະ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມຄະນະກຳມະການບໍລິຫານງານ ວ່າດ້ວຍ ເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສ່ຽງໃຕ້ (Executive Committee of the Southeast Asia Nuclear Weapon-Free Zone Commission ຫຼື SEANWFZ), ເຊິ່ງໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນປະຕິບັດງານຂອງສົນທິສັນຍາ ວ່າດ້ວຍ ເຂດປອດອາວຸດນິວເຄລຍໃນ ອາຊີຕາເວັນອອກສ່ຽງໃຕ້ ປີ 2018-2022; ໄດ້ຮັບຊາບຜົນກອງປະຊຸມເຄືອຂ່າຍອົງກອນປະລໍາມະນູນອາຊຽນ ຄັ້ງທີ 6 (6th ASEANTOM) ທີ່ ຈັດຂຶ້ນໃນວັນທີ 1-4 ກໍລະກົດ 2019 ຜ່ານມາ ແລະ ເຫັນດີມອບໃຫ້ເລຂາທິການໃຫຍ່ອາຊຽນຕາງໜ້າອາຊຽນລົງນາມສັນຍາຮ່ວມມືດ້ານເຕັກນິກວິຊາການ ກັບ ອົງການປະລຳມະນູນສາກົນ (IAEA) ໃນໂອກາດກອງປະຊຸມໃຫຍ່ຂອງອົງການປະລຳມະນູນສາກົນ ຄັ້ງທີ 63, ເຊິ່ງຈະຈັດຂຶ້ນໃນເດືອນ ກັນຍາ 2019. ພິເສດ, ກອງປະຊຸມຄັ້ງນີ້, ຍັງໄດ້ສຳເລັດການກະກຽມທັງທາງດ້ານເນື້ອໃນ ແລະ ພິທີການ ໃຫ້ແກ່ກອງປະຊຸມລະດັບລັດຖະມົນຕີຄະນະກຳມະທິການ ວ່າດ້ວຍ ເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສ່ຽງໃຕ້ (SEANWFZCommission) ທີ່ຈະຈັດຂຶ້ນໃນວັນທີ 30 ກໍລະກົດ 2019.
ໃນຕອນເຊົ້າຂອງວັນທີ 30 ກໍລະກົດ 2019, ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ (APT SOM) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊີຕາເວັນອອກ (EAS SOM).ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມໄດ້ສະແດງຄວາມເພິ່ງພໍໃຈຕໍ່ຜົນການຈັດຕັ້ງປະຕິບັດ ແຜນປະຕິບັດງານການຮ່ວມມືອາຊຽນບວກສາມ2018-2022; ພິເສດ, ໄດ້ສຳເລັດການກະກຽມທາງດ້ານເນື້ອໃນ ແລະ ພິທີການໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 20 ຊຶ່ງຈະຈັດຂຶ້ນໃນວັນທີ 2 ສິງຫາ 2019 ແລະ ກອງປະຊຸມສຸດຍອດອາຊຽນບວກສາມຄັ້ງທີ 22 ໃນເດືອນ ພະຈິກ 2019. ນອກຈາກນີ້, ຍັງໄດ້ສຳເລັດໂດຍພື້ນຖານການຮ່າງເອກະສານຜົນໄດ້ຮັບກອງປະຊຸມສຸດຍອດອາຊຽນບວກສາມ ຄື: ຖະແຫລງການຜູ້ນໍາອາຊຽນບວກສາມ ວ່າດ້ວຍການເຊື່ອມສານບັນດາຂໍ້ລິເລີ່ມການເຊື່ອມຈອດໃນພາກພື້ນ ແລະ ໂຄງການສ້າງເວັບໄຊອາຊຽນບວກສາມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສກອງປະຊຸມສຸດຍອດອາຊີຕາເວັນອອກ (EAS), ເຊິ່ງໄດ້ຮັບຊາບຄວາມຄືບໜ້າໃນການ ຈັດຕັ້ງປະຕິບັດແຜນປະຕິບັດງານ ອີເອເອັດສ ໄລຍະ2018-2022; ພິເສດ, ໄດ້ສຳເລັດການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອີເອເອັດສ ຄັ້ງທີ9ຊຶ່ງຈະຈັດຂຶ້ນໃນວັນທີ 2 ສິງຫາ 2019 ແລະກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 14 ໃນທ້າຍປີນີ້. ພ້ອມນີ້, ໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າໃນການຮ່າງເອກະສານຜົນໄດ້ຮັບຂອງກອງປະຊຸມສຸດຍອດອາຊີຕາເວັນອອກດັ່ງກ່າວ ຄື: 1) ຖະແຫລງການຜູ້ນໍາ ອີເອເອັດສ ວ່າດ້ວຍການຮ່ວມມືເພື່ອການຕ້ານອາຊະຍາກໍາຂ້າມຊາດ; 2)ຖະແຫລງການຜູ້ນໍາ ອີເອເອັດສ ວ່າດ້ວຍການຕ້ານການແຜ່ຂະຫຍາຍຂອງຢາເສບຕິດ;ແລະ3)ຖະແຫລງການຜູ້ນໍາ ອີເອເອັດສ ວ່າດ້ວຍການເປັນຄູ່ຮ່ວມເພື່ອຄວາມຍືນຍົງ.