ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ທີ່ສະໜາມບິນສາກົນວັດໄຕ

2019.6.17-mia

ໃນວັນທີ 17 ມິຖຸນາ 2019, ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ຊຶ່ງສິ່ງເສດເຫຼືອດັ່ງກ່າວ ແມ່ນຜົນສໍາເລັດທີ່ໄດ້ຮັບຈາກການປະຕິບັດງານຮ່ວມ ຢູ່ພາກສະໜາມຂອງຄະນະວິຊາການ ລາວ-ອາເມຣິກາ ໃນການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA) ຄັ້ງທີ່ 04  ປະຈໍາປີ 2018-2019 ຢູ່ເຂດເມືອງບົວລະພາ, ແຂວງຄໍາມ່ວນ ແລະ ເມືອງວິລະບູລີ, ເເຂວງສະຫວັນນະເຂດ.

ການຈັດຕັ້ງພິທີມອບ-ຮັບ ສິ່ງເສດເຫຼືອຂຶ້ນໃນຄັ້ງນີ້ ແມ່ນເພື່ອສືບຕໍ່ຕອບສະໜອງຄໍາຮ້ອງຂໍຂອງລັດຖະບານ ສະຫະລັດ ອາເມຣິກາ ຕາມນະໂຍບາຍດ້ານມະນຸດສະທໍາຂອງລັດຖະບານແຫ່ງ ສປປ ລາວ ທີ່ມີຕໍ່ລັດຖະບານກໍ່ຄືຄອບຄົວ ແລະ ຍາດພີ່ນ້ອງຂອງບັນດາທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ.

ໂດຍຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ເປັນກຽດເຂົ້າຮ່ວມ ແລະ ທັງເປັນຜູ້ກ່າວມອບ, ສ່ວນຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມຣິກາ ແມ່ນທ່ານ ນາງ Rena Bitter, ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ເປັນຜູ້ກ່າວຮັບ. ນອກນີ້, ຍັງມີເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ນະຄອນຫຼວງວຽງຈັນ, ມີບັນດາພະນັກງານວິຊາການສອງຝ່າຍ ລາວ-ອາເມຣິກາ ທີ່ເຮັດວຽກຕົວຈິງໃນພາກສະໜາມຈໍານວນໜຶ່ງກໍ່ໄດ້ເຂົ້າຮ່ວມ, ລວມທັງໝົດ 100 ກວ່າຄົນ. ການສໍາຫຼວດ ແລະ ຂຸດຄົ້ນຄັ້ງນີ້ໄດ້ຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມຣິກາ ຢູ່ໃນ 03 ກໍລະນີຄື: ຢູ່ເຂດບ້ານໜອງມ້າ, ເມືອງບົວລະພາ, ແຂວງຄໍາມ່ວນ ຈຳນວນ 02 ກໍລະນີ ແລະ ເຂດບ້ານກົກໝາກ, ເມືອງວິລະບູລີ, ແຂວງສະຫວັນນະເຂດ ຈຳນວນ 01 ກໍລະນີ.

ຕະຫຼອດໄລຍະເວລາ 30 ກວ່າປີ ແຫ່ງການຮ່ວມມືສອງຝ່າຍ ລາວ-ອາເມຣິກາ ໃນການດໍາເນີນວຽກງານສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ລັດຖະບານ ສປປ ລາວ ກໍ່ຄືປະຊາຊົນລາວບັນດາເຜົ່າ ກໍ່ໄດ້ໃຫ້ການຮ່ວມມືທີ່ດີທີ່ສຸດເທົ່າທີ່ຈະເປັນໄປໄດ້ ຕາມເງື່ອນໄຂ ແລະ ຄວາມອາດສາ ມາດຕົວຈິງບົນພື້ນຖານນະໂຍບາຍດ້ານມະນຸດສະທໍາອັນສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຖະບານ ສປປ ລາວ, ອັນໄດ້ເຮັດໃຫ້ການປະຕິບັດງານຮ່ວມສອງຝ່າຍ (JFAs) ໄດ້ຮັບຜົນສໍາເລັດທີ່ເປັນໜ້າເພີ່ງພໍໃຈຕະຫຼອດມາ. ຫວັງວ່າຝ່າຍອາເມຣິກາຈະສືບຕໍ່ຄວາມພະຍາຍາມຮ່ວມກັນເພີ່ມຂື້ນບົນຈິດໃຈແຫ່ງການຮ່ວມມື ແລະ ການເປັນຄູ່ຮ່ວມມືແບບກວມ ລວມອັນແທ້ຈິງ ແລະ ຈິງໃຈ, ເພື່ອເຮັດໃຫ້ການປະຕິບັດງານຮ່ວມກັນດັ່ງກ່າວບັນລຸເປົ້າໝາຍທີ່ວາງໄວ້ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ ແລະ ອາເມຣິກາ.

   ນັບແຕ່ມີການຮ່ວມມືກັນເພື່ອດໍາເນີນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວຈົນມາຮອດປະຈຸບັນ, ສອງຝ່າຍໄດ້ຂຸດຄົ້ນພົບສິ່ງເສດເຫຼືອທະຫານອາເມລິກາ, ໄດ້ຈັດສົ່ງ ແລະ ສັນລະສູດວ່າແມ່ນສິ່ງເສດເຫຼືອຂອງທະຫານອາເມຣິກາແທ້ ຈໍານວນ 286 ຄົນ ຫຼື ເທົ່າກັບ 50% ຂອງຈໍານວນທັງໝົດ ແລະ ຍັງອີກ 287 ຄົນ ທີ່ຝ່າຍອາເມຣິກາຈໍາເປັນຕ້ອງໄດ້ຮ່ວມມືກັບຝ່າຍລາວ ໃນການສືບຕໍ່ຄົ້ນຫາ. ຕໍ່ບັນຫານີ້, ລັດຖະບານລາວຈະສືບຕໍ່ໃຫ້ການຮ່ວມມືກັບຝ່າຍອາເມຣິກາ ອີງຕາມຄວາມອາດສາມາດ ແລະ ເງື່ອນໄຂຕົວຈິງຂອງຕົນ ກໍ່ຄືບັນຍາກາດແຫ່ງການພົວພັນຮ່ວມມືລະຫວ່າງ ສອງປະເທດ ລາວ-ອາເມຣິກາ ໃນອະນາຄົດ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485990
ມື້ນີ້121
ມື້ວານ168
ອາທິດນີ້1026
ເດືອນນີ້5295