ໃນວັນທີ 17 ພຶດສະພາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ Ruairi de Burca, ຫົວໜ້າກົມການຊ່ວຍເຫຼືອ ອຽກລັງ, ກະຊວງການຕ່າງປະເທດ ແລະ ການຄ້າ ອຽກລັງ ເຊິ່ງໄດ້ດຳເນີນດ້ວຍບັນຍາກາດອັນສ້າງສັນ ແລະ ກົງໄປກົງມາ.
ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງຕໍ່ການຮ່ວມມື ລາວ-ອຽກລັງ ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ອຽກລັງ ທີ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນຂະແໜງການສຶກສາ, ສາທາລະນະສຸກ, ການຊ່ວຍເຫຼືອສ້າງຊັບພະຍາກອນມະນຸດໃຫ້ສະຖາບັນການທ່ອງທ່ຽວ ແລະ ໂຮງແຮມແຫ່ງຊາດ, ການສ້າງຄວາມອາດສາມາດດ້ານພາສາອັງກິດໃຫ້ແກ່ພະນັກງານລັດ, ການປັບປຸງເງື່ອນໄຂດ້ານຄ້າຂອງ ສປປ ລາວ ຜ່ານກອງທຶນ Multi Donor Trust Fund (MDTF) ແລະ ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ຢູ່ ສປປ ລາວ. ໃນໂອກາດດຽວກັນນັ້ນ, ທ່ານຫົວໜ້າກົມກໍ່ໄດ້ຢືນຢັນວ່າ ອຽກລັງ ຈະສືບຕໍ່ເສີມສ້າງການພົວພັນຮ່ວມມື ກັບ ສປປ ລາວ ໃຫ້ແໜັນແຟ້ນ ແລະ ກວ້າງຂວາງຍິ່ງໆຂຶ້ນໃນອານາຄົດ.