ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນກະຊວງການຕ່າງປະເທດ ສາທາລະນະລັດ ເຊັກ ຢ້ຽມຢາມ ສປປ ລາວ

20190304zh1

20190304zh

ໃນວັນທີ 04 ມີນາ 2019, ຢູ່ທີ່ກະຊວງການຕ່າງປະເທດ ໄດ້ມີການພົບປະສອງກະຊວງຕ່າງປະເທດ ແຫ່ງ ສປປ ລາວ ແລະ ສ.ເຊັກ, ໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນ ຮັບການເຂົ້າພົບປະ ຂອງ ທ່ານ ມິໂຣສະເລັບ ສະຕາເຊັກ(Miloslav Stasek), ຮອງລັດຖະມົນຕີການຕ່າງປະເທດ ແຫ່ງ ສາທາລະນະລັດ ເຊັກ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດທີ່ຄະນະມາເຂົ້າຮ່ວມກອງປະຊຸມປະຈຳປີ ຂອງບັນດາຫົວໜ້າສຳນັກງານສະຖານທູດ ສ. ເຊັກ ປະຈຳ ອາຊີ-ປາຊີຟິກ, ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 1-4 ມີນາ 2019. ໃນໂອກາດດຽວກັນ ກໍ່ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືອັນດີງາມມີມາແຕ່ຍາວນານ ລະຫວ່າງ ສອງປະເທດ ລາວ ແລະ ສ. ເຊັກ.

ສປປ ລາວ ແລະ ສ.ເຊັກ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 5 ກັນຍາ 1962. ຕະຫຼອດໄລຍະທີ່ຜ່ານມາ ສອງປະເທດໄດ້ມີການພົວພັນກັນຢ່າງເປັນປົກກະຕິ. ສອງປະເທດໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນກອບສອງຝ່າຍ ແລະ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ.

ໃນການປະຊຸມພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືໃນໄລຍະຜ່ານມາ, ຊຶ່ງ ສ. ເຊັກ ໄດ້ຊ່ວຍສ້າງຊັບພະຍາກອນມະນຸດ ໃຫ້ແກ່ລາວເຮົາເປັນຈຳນວນຫຼາຍສົມຄວນ ແລະ ໃນຕໍ່ໜ້າສະເໜີໃຫ້ສືບຕໍ່ຮ່ວມມືກັນໃນຂະແໜງສຶກສານີ້, ນອກນັ້ນ ຊຸກຍູ້ໃຫ້ ສ. ເຊັກ ມາສຶກສາຄວາມເປັນໄປໄດ້ໃນການລົງທຶນຢູ່ລາວ ແລະ ໄດ້ທັງແລກປ່ຽນຄຳຄິດເຫັນ ເຊິ່່ງກັນ ແລະ ກັນ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມອັນພົ້ນເດັ່ນຂອງແຕ່ລະປະເທດ ກໍ່ຄື ບັນຫາພາຍໃນພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍມີຄວາມສົນໃຈ. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືທິດທາງການເສີມຂະຫຍາຍການຮ່ວມມືກັນໃຫ້ນັບມື້ນັບເຂັ້ມແຂງ ແລະ ມີບາດກ້າວອັນໃໝ່ ໂດຍແນ່ໃສ່ຜົນປະໂຫຍດຂອງປະຊາຊົນສອງຊາດ ເພື່ອປະກອບ ສ່ວນເຂົ້າໃນພາລະກິດສ້າງສາສັນຕິພາບ, ແລະ ການຮ່ວມມືເພື່ອການພັດທະນາພາຍໃນພາກພື້ນ ແລະ ໃນໂລກ.

         ນອກຈາກນັ້ນ, ຄະນະຜູ້ແທນ ສ. ເຊັກ ຍັງໄດ້ເຂົ້າຮ່ວມ ພິທີເປີດອາຄານຫຼັງໃໝ່ຂອງໂຮງໝໍມິດຕະພາບ 150 ຕຽງ, ຊຶ່ງການກໍ່ສ້າງອາຄານດັ່ງກ່າວ ແມ່ນໄດ້ຮັບການຮ່ວມມືດ້ານວິຊາການຈາກບໍລິສັດຮັບເໝົາກໍ່ສ້າງ ຂອງ ສ. ເຊັກ ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກ ຄະນະນຳຂອງ ກະຊວງສາທາລະນະສຸກ ແລະ ແພດໝໍ ຂອງ ໂຮງໝໍມິດຕະພາບ 150 ຕຽງ ເປັນຈຳນວນຫຼວງຫຼາຍ, ຊຶ່ງໃຫ້ກຽດເປັນປະທານໃນການຕ້ອນຮັບຄະນະຜູ້ແທນ ສ. ເຊັກ ຄັ້ງນີ້ ໃນພິທີເປີດອາຄານໂຮງໝໍ 150 ຕຽງດັ່ງກ່າວ ໂດຍແມ່ນ ທ່ານ ຮສ. ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486045
ມື້ນີ້176
ມື້ວານ168
ອາທິດນີ້1081
ເດືອນນີ້5350