ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຊີ້ນຳລົງເຄື່ອນໄຫວຊຸກຍູ້ວຽກງານສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຢູ່ ແຂວງຊຽງຂວາງ

2018.11.22-sp check mia

ໃນລະຫວ່າງວັນທີ 16-20 ພະຈິກ 2018 ທີ່ຜ່ານມາ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານການສຳຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ(MIA), ທ່ານ ພົນຕີ ຄໍາສີ ວົງຄໍາຊາວ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະຊີ້ນໍາວຽກງານ MIA ພ້ອມດ້ວຍຄະນະຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ໄດ້ເດີນທາງໄປຢ້ຽມຢາມການປະຕິບັດງານຢູ່ພາກສະໜາມ ຂອງຄະນະວິຊາການຮ່ວມ ລາວ-ອາເມລິກາ ໃນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ຄັ້ງທີ 01 ປະຈໍາສົກປີ 2018-2019, ຢູ່ເຂດແຂວງຊຽງຂວາງ.

ການເດີນທາງໄປຢ້ຽມຢາມຂອງຄະນະດັ່ງ ກ່າວໃນຄັ້ງນີ້ແມ່ນເພື່ອຕິດຕາມ ແລະ ກວດກາການປະຕິບັດງານໃນວຽກງານດ້ານມະນຸດສະທຳ, ເພື່ອເປັນການສະແດງເຖິງ ຄວາມເອົາໃຈໃສ່ຊີ້ນໍາ ນໍາພາຈາກເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ແຫ່ງ ສປປ ລາວ ໃນການແກ້ໄຂບັນຫາຄົນອາເມ ລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວຕາມການຮ້ອງຂໍຂອງລັດຖະບານອາເມລິກາ ແລະ ຖືໂອກາດລົງຢ້ຽມຢາມຖາມຂ່າວແກ່ບັນດາອ້າຍ, ເອື້ອຍ, ນ້ອງ ແລະ ພໍ່ແມ່ປະຊາຊົນ ທີ່ພວມປະຕິບັດງານຢູ່ພາກສະໜາມເພື່ອປຸກລະດົມກໍາລັງໃຈ ແລະ ມີຄວາມທຸ່ນທ່ຽງໃນການປະຕິບັດໜ້າທີ່ຂອງຕົນໃຫ້ສໍາເລັດຕາມທີ່ໄດ້ຄາດໝາຍໄວ້.

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນໍາວຽກງານ MIAໄດ້ໃຫ້ກຽດຂຶ້ນໂອ້ລົມຕໍ່ບັນດາພະນັກງານວິຊາການປະຈໍາພາກສະໜາມຈາກ ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ອໍານາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານຫົວໜ້າຫ້ອງວ່າການປົກຄອງແຂວງຊຽງຂວາງ, ທ່ານເຈົ້າເມືອງເມືອງຄໍາ ແລະ ເມືອງໜອງແຮດ ຢູ່ທີ່ຄ້າຍພັກເມືອງຄໍາ, ແຂວງຊຽງຂວາງ. ນອກນີ້, ຄະນະຍັງໄດ້ເຄື່ອນໄຫວຢ້ຽມຢາມການປະຕິບັດງານຕົວຈິງຢູ່ຈຸດຂຸດຄົ້ນ, ເຂດເມືອງຄໍາ, ເມືອງໜອງແຮດ ແລະ ຮັບຟັງການລາຍງານສະພາບການປະຕິບັດວຽກງານຢູ່ແຕ່ລະຈຸດຂຸດຄົ້ນ ຈາກຫົວໜ້າພາກສະໜາມຝ່າຍລາວ ແລະ ຝ່າຍອາເມລິກາ, ຊື່ງມີຄວາມເປັນເອກະພາບກັນວ່າການປະຕິບັດງານແມ່ນໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ, ທັງນີ້, ກໍຍ້ອນຄວາມເອົາ ໃຈໃສ່ ແລະ ຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່ຂອງພະນັກງານວິຊາການທັງສູນກາງ ແລະ ທ້ອງຖິ່ນກໍຄືການອູ້ມຊູສະໜັບສະໜູນຂອງພໍ່ແມ່ປະຊາຊົນລາວທີ່ດໍາລົງຊີວິດຢູ່ບໍລິເວນດໍາເນີນການຂຸດຄົ້ນຕົວຈິງ.

ໃນໄລຍະຜ່ານມາ, ລັດຖະບານ ກໍ່ຄືປະຊາຊົນລາວ ໄດ້ໃຫ້ການຮ່ວມມືເປັນຢ່າງດີໃນວຽກງານມະນຸດສະທໍາຕໍ່ກັບຝ່າຍສະຫະລັດ, ທັງນີ້ແມ່ນແນໃສ່ນໍາເອົາສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ສົ່ງຄືນໃຫ້ຄອບຄົວຂອງພວກກ່ຽວເທົ່າທີ່ສາມາດຊອກຄົ້ນໄດ້.

ການຮ່ວມມືໃນດ້ານນີ້ ໄດ້ຮັບຜົນສຳເລັດເປັນຢ່າງດີໂດຍຕະຫຼອດມາ ກໍ່ຍ້ອນມີການຮ່ວມມືຂອງລັດຖະບານ, ເຈົ້າໜ້າທີ່ກ່ຽວຂ້ອງຂອງລາວທຸກໆຂັ້ນແຕ່ສູນກາງລົງຮອດທ້ອງຖິ່ນ ແລະ ການຮ່ວມມືອັນດີຂອງປະຊາຊົນລາວບັນດາເຜົ່າ, ອັນເປັນການສະແດງໃຫ້ເຫັນເຖິງນະໂຍບາຍມະນຸດສະທຳ ອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ປະຊາຊົນອາເມລິກາ, ໂດຍສະເພາະຕໍ່ຄອບຄົວຍາດພີ່ນ້ອງຂອງຜູ້ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485929
ມື້ນີ້60
ມື້ວານ168
ອາທິດນີ້965
ເດືອນນີ້5234