ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ນິຕິກຳຂອງ ສປປ ລາວ ທີ່ພົວພັນກັບຂະແໜງການຕ່າງປະເທດ

kongpasoum phery1

kongpasoum phery2

 

ໃນວັນທີ 16-17 ສິງຫາ 2018 ທີ່ ສູນຝຶກອົບຮົມ ແລະ ການຮ່ວມມືສາກົນຫຼັກ, ນະຄອນຫຼວງວຽງຈັນ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມເຜີຍແຜ່ນິຕິກຳຂອງ ສປປ ລາວ ທີ່ພົວພັນກັບຂະແໜງການຕ່າງປະເທດ ຈຳນວນ 02 ສະບັບຄື: ກົດໝາຍ ວ່າດ້ວຍ ສົນທິສັນຍາ ແລະ ສັນຍາສາກົນ, ກົດໝາຍ ວ່າດ້ວຍ ການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ ພາຍ​ໃຕ້ການ​ເປັນ​ປະທານຮ່ວມຂອງ ​ທ່ານ ນາງ. ຄໍາເພົາ ​ເອີນ​ທະ​ວັນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ໂດຍມີບັນດາທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ, ຫົວໜ້າ, ຮອງຫົວໜ້າພະແນກ ແລະ ຜູ້ຕາງໜ້າຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ບັນດາກະຊວງ ແລະ ອົງການທີ່ກ່ຽວຂ້ອງເຂົ້່າຮ່ວມທັງໝົດຈຳນວນ 130 ທ່ານ.

ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການສະເໜີເນື້ອໃນຂອງກົດໝາຍ ວ່າດ້ວຍ ສົນທິສັນຍາ ແລະ ສັນຍາສາກົນ, ຊຶ່ງຖືກຮັບຮອງໂດຍສະພາແຫ່ງຊາດ ໃນວັນທີ 8 ພຶດສະພາ 2017 ໂດຍແມ່ນທ່ານ ສົມຄິດ ວັນຄຳ, ຮອງຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດເປັນຜູ້ບັນຍາຍ. ຈຸດປະສົງແມ່ນສືບຕໍ່ເຜີຍແຜ່ກົດໝາຍສະບັບນີ້ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ແກ່ພະນັກງານ-ລັດຖະກອນກະຊວງການຕ່າງປະເທດ, ບັນດາກະຊວງ ແລະ ອົງການທີ່ກ່ຽວຂ້ອງ ເພື່ອຮັບ ປະກັນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວຢ່າງເປັນເອກະພາບ ແລະ ມີປະສິດທິຜົນສູງ.

ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການສະເໜີເນື້ອໃນຂອງກົດໝາຍ ວ່າດ້ວຍ ການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ ຊຶ່ງຖືກຮັບຮອງໂດຍສະພາແຫ່ງຊາດ ໃນວັນທີ 24 ທັນວາ 2014 ໂດຍແມ່ນ ທ່ານ ພັທ ພູນສະຫວັດ ວໍລະລາດ, ຮອງຫົວໜ້າກົມຄຸ້ມຄອງຄົນຕ່າງປະເທດ, ກະຊວງປ້ອງກັນຄວາມສະຫົງບເປັນຜູ້ບັນຍາຍ. ຈຸດປະສົງແມ່ນເພື່ອສ້າງຄວາມຮູ້ ແລະ ເຂົ້າໃຈ ໃຫ້ພະນັກງານ-ລັດຖະກອນຂອງຂະແໜງການຕ່າງປະເທດ ກ່ຽວກັບ ລະບຽບການ ແລະ ຂັ້ນຕອນຕ່າງທກ່ຽວກັບການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ. ໃນກອງປະຊມ, ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບບັນຫາຕົວຂີງທີ່ພົບພໍ້ໃນການປະສານງານດ້ານການສ້າງ ແລະ ການປະຕິບັດສົນທິສັນຍາ ແລະ ສັນຍາສາກົນໃນໄລຍະຜ່ານມາ ແລະ ຍົກບັນຫາໃຫ້ເຫັນຕົວຈີງຕ່າງໆທີ່ພົວພັນກັບການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485858
ມື້ນີ້157
ມື້ວານ206
ອາທິດນີ້894
ເດືອນນີ້5163