ກະຊວງການຕ່າງປະເທດ ຈັດພິທີເປີດສູນຄົ້ນຄວ້າແມ່ນ້ຳຂອງສາກົນ ໃນ ສປປ ລາວ ( Global Center for Mekong Studies of Laos: GCMS-Laos), ໃນວັນທີ 6 ມິຖຸນາ 2018, ຢູ່ສະຖາບັນການຕ່າງປະເທດ, ໂດຍການເປັນປະທານໃນການຕັດແຖບຜ້າ ຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຫວັງ ເວີນທຽນ (Wang Wentian), ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີຜູ້ຕ່າງໜ້າຈາກກອງເລຂາສູນຄົ້ນຄວ້າແມ່ນ້ຳຂອງ ສປ ຈີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ພິມພາ ແກ້ວມີໄຊ, ຮອງຫົວໜ້າສະຖາບັນການຕ່າງປະເທດ ແລະ ທ່ານ Lin Qing, ຫົວໜ້າກົມຄົ້ນຄວ້າບັນຫາສາກົນ ຂອງສະຖາບັນຄົ້ນຄວ້າສາກົນຂອງຈີນ, ຫົວໜ້າກອງເລຂາສູນຄົ້ນຄວ້າແມ່ນ້ຳຂອງສາກົນຂອງຈີນໄດ້ໃຫ້ຮູ້ວ່າ: ການຮ່ວມມືໃນຂອບເຂດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງເປັນກົນໄກການຮ່ວມມືອະນຸພາກພື້ນທີ່ເຊື່ອມຕໍ່ລະຫວ່າງ ສປ ຈີນ ແລະ ບັນດາປະເທດສະມາຊິກອານຸພາກພື້ນແມ່ນ້ຳຂອງ ທີ່ເນັ້ນໃສ່ການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ ເຊິ່ງລັດຖະບານຈີນ ໃຫ້ຄວາມສຳຄັນ ໃນການຮ່ວມ ມືກັບທຸກປະເທດ ບົນພື້ນຖານຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດ ແລະ ສອດຄ່ອງກັບນະໂຍບາຍຂອງຈີນ ທີ່ໃຫ້ຄວາມສຳຄັນໃນການຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງ. ການເປີດ ສູນ GCMS-Laos ເປັນກາລະໂອກາດອັນດີໃຫ້ແກ່ ສປປ ລາວ ໃຫ້ບັນລຸເປົ້າໝາຍຍຸດທະສາດການຫັນປະເທດຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດທາງຜ່ານຂອງສາກົນ ອັນເປັນພື້ນຖານ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ເຮັດໃຫ້ປະຊາຊົນລາວຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ສປປ ລາວ ເປັນປະເທດທີ 2 ທີ່ໄດ້ເປີດສູນຄົ້ນຄວ້າ ແມ່ນ້ຳຂອງສາກົນ ຫລື GCMS ຖັດຈາກປະເທດກຳປູເຈຍ ເຊິ່ງໄດ້ເປີດສູນ GCMS- Cambodia ໃນເດືອນກັນຍາ 2017 ທີ່ຜ່ານມາ. ສູນ GCMS ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 28 ກັນຍາ 2017 ເຊິ່ງເປັນການລິເລີ່ມຂອງຝ່າຍຈີນ ແລະ ບັນດາປະເທດສະມາຊິກ ໄດ້ເຫັນດີຕໍ່ການລິເລີ່ມດັ່ງກ່າວ ແລະ ເຫັນພ້ອມຮັບຮອງເອົາ ໃນກອງປະຊຸມລັດຖະມົນຕີຕ່າງປະເທດ ໃນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 2 ( The 2th Lancang-Mekong Cooperation: LMC) ໃນເດືອນພະຈິກ 2016, ທີ່ພະນົມເປັນ ປະເທດກຳປູເຈຍ ເຊິ່ງເປັນເຄືອຂ່າຍຄັງປັນຍາ (Think Thank) ໃນຂອບການຮ່ວມມືດັ່ງກ່າວ ເພື່ອສົ່ງເສີມການຮ່ວມມື, ການແລກປ່ຽນທາງດ້ານວິຊາການ ແລະ ຍົກສູງການມີສ່ວນຮ່ວມ ຂອງບັນດາສະຖາບັນຄົ້ນຄ້ວາ ໃນການຕອບສະໜອງຄວາມຄິດເຫັນ, ຂໍ້ສະເໜີແນະທາງດ້ານນະໂຍບາຍໃຫ້ແກ່ລັດຖະບານ ແລະ ອົງການຈັດຕັ້ງສາກົນອື່ນໆ. ທັງນີ້, ກໍເພື່ອເປັນການສົ່ງເສີມການຮ່ວມມືກັນ ສຳລັບອານາຄົດຕໍ່ແຫ່ງການພັດທະນາທີ່ຮຸ່ງເຮືອງຂອງບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທັງ 6 ປະເທດຄື: ລາວ, ສປ ຈີນ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ.