ໃນວັນທີ 6 ມິຖຸນາ 2018 ທີ່ ສິງກະໂປ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ສືບຕໍ່ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ (ສປ ຈີນ, ຍີ່ປຸ່ນ, ສ. ເກົາຫຼີ) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ.
ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ, ບັນດາປະເທດອາຊຽນ ແລະ ບວກສາມ ໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາກິດຈະກໍາຮ່ວມມື ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນວຽກການຮ່ວມມືໄລຍະປີ 2018-2022 ແລະ ບັນດາຂໍ້ສະເໜີແນະຂອງໜ່ວຍງານຜູ້ຊົງຄຸນວຸດທິອາຊີຕາເວັນອອກ II (EAVG II) ເຊິ່ງເຫັນວ່າມີຄວາມຄືບໜ້າໃນຫຼາຍດ້ານ ເປັນຕົ້ນແມ່ນດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນ. ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບທິດທາງເພື່ອຮັດແໜ້ນການຮ່ວມມືໃນຕໍ່ໜ້າ ໂດຍໄດ້ຢໍ້າຄືນເຖິງຄວາມສຳຄັນໃນການຮັດແໜ້ນການຮ່ວມມືໃນດ້ານຕ່າງໆເຊັ່ນ: ເສດຖະກິດ, ການເຊື່ອມຈອດ, ການເງິນ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານ, ວຽກງານສາທາລະນະສຸກ ແລະ ອື່ນໆ ແນໃສ່ເສີມຂະຫຍາຍບົດບາດຂອງອາຊຽນບວກສາມໃນການເປັນກົນໄກຫຼັກ ເພື່ອກ້າວໄປສູ່ການສ້າງປະຊາຄົມອາຊີຕາເວັນອອກໃນໄລຍະຍາວ. ນອກນັ້ນ, ກອງປະຊຸມຄັ້ງນີ້ຍັງໄດ້ກະກຽມດ້ານຕ່າງໆໃຫ້ແກ່ກອງປະຊຸມລັດຖະມົນ ຕີການຕ່າງປະເທດ ອາຊຽນບວກສາມ ທີ່ຈະຈັດຂຶ້ນໃນຕົ້ນເດືອນສິງຫາ 2018 ທີ່ ສິງກະໂປ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ໄດ້ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາຄຳຕົກລົງຂອງຜູ້ນຳໃນກອງປະຊຸມສຸດຍອດ ອີເອເອສ ຄັ້ງທີ 12 ໃນປີຜ່ານມາ ກໍຄືກິດຈະກຳຕ່າງໆພາຍໃຕ້ 6 ຂົງເຂດບູລິມະສິດຂອງຂອບການຮ່ວມມືດັ່ງກ່າວ ເຊັ່ນ: ການເງິນ, ພະລັງງານແລະສິ່ງແວດລ້ອມ, ການສຶກສາ, ບັນຫາສຸຂະພາບແລະພະຍາດລະບາດ, ການຄຸ້ມຄອງໄພພິບັດ ແລະການເຊື່ອມຈອດອາຊຽນ. ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບ ການສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການຮ່ວມມືໃນຂອບອີເອເອສ ແລະ ໄດ້ຢໍ້າຄືນຄວາມສຳຄັນຂອງ ອີເອເອສ ເປັນເວທີປຶກສາຫາລືຂອງຜູ້ນຳ ກ່ຽວກັບບັນຫາຍຸດທະສາດຂອງພາກພື້ນ ແລະ ສາກົນ ພ້ອມທັງເພີ່ມທະວີການຮ່ວມມື ເພື່ອຮັບມືກັບສິ່ງທ້າທາຍຕ່າງໆເຊັ່ນ: ການກໍ່ການຮ້າຍ, ອາຊະຍາກຳຂ້າມຊາດ, ການປ່ຽນແປງດິນຟ້າອາກາດ, ໄພພິບັດ, ພະຍາດລະບາດ ແລະ ອື່ນໆ. ນອກນັ້ນ, ບັນດາເຈົ້າໜ້າທີ່ອາວຸໂສອີເອເອສ ຍັງໄດ້ກະກຽມທາງດ້ານເນື້ອໃນ ແລະ ອື່ນໆໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອີເອເອສ ທີ່ຈະຈັດຂຶ້ນໃນເດືອນສິງຫາ 2018 ທີ່ ສິງກະໂປ ແລະ ໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນເຊັ່ນສະພາບການຢູ່ແຫຼມເກົາຫຼີ ແລະ ທະເລຈີນໃຕ້.