ໃນທ່າມກາງບັນຍາກາດທີ່ພາກລັດ, ພາກທຸລະກິດ ແລະ ປະຊາຊົນ ກຳລັງຈັດຕັ້ງການປູກຕົ້ນໄມ້ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ແລະ ວັນເດັກນ້ອຍສາກົນ.ໃນຕອນເຊົ້າຂອງວັນທີ 01 ມິຖຸນາ 2018, ຢູ່ບໍລິເວນຫໍພັກຂອງພະນັກງານກະຊວງການຕ່າງປະເທດ, ທີ່ ບ້ານວຽງແກ້ວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ສ້າງຂະບວນການປູກຕົ້ນໄມ້ຂຶ້ນໂດຍການເຂົ້າຮ່ວມຂອງບັນດາທ່ານໃນຄະນະພັກ, ຄະນະນຳກະຊວງ ແລະພະນັກງານລັດຖະກອນພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດຕັ້ງກິດຈະກຳປູກຕົ້ນໄມ້ຄັ້ງນີ້ແມ່ນເພື່ອເປັນການສ້າງບັນຍາກາດແຫ່ງຄວາມສາມັກຄີມິດຕະພາບ ລະຫວ່າງ ພະນັກງານຂອງກະຊວງການຕ່າງປະເທດ ທັງເປັນການປະກອບສ່ວນເຮັດໃຫ້ການຟື້ນຟູພື້ນທີ່ດັ່ງກ່າວ ໃຫ້ກາຍເປັນພື້ນທີ່ສີຂຽວ ເພີ່ມຄວາມອຸດົມສົບູນໃຫ້ແກ່ທຳມະຊາດ ແລະ ເປັນການປະກອບສ່ວນຈັດຕັ້ງປະຕິບັດຄາດ ໝາຍດ້ານສິ່ງແວດລ້ອມ ທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງອອກ ແລະ ຍຸດທະສາດພັດທະນາປ່າໄມ້ ແຕ່ນີ້ຮອດປີ 2020 ແລະ ເພີ່ມທະວີຄວາມປົກຫຸ້ມປ່າໃຫ້ໄດ້ 70% ເພື່ອປົກປັກຮັກສາ ແລະ ພັດທະນາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມໃຫ້ມີຄວາມອຸດົມສົມບູນ, ກາຍເປັນອົງປະກອບທີ່ສຳຄັນ ໃນໂຄງປະກອບເສດຖະກິດແຫ່ງຊາດ ແລະທັງເປັນການປະຕິບັດຄຳຂວັນ “ສ” ສີຂຽວ ຂອງອຳນາດການປົກຄອງນະຄອນຫຼວງວຽງຈັນວາງອອກ.
ພ້ອມກັນນັ້ນ, ຄະນະທີ່ເຂົ້າຮ່ວມປູກຕົ້ນໄມ້ຄັ້ງນີ້ຍັງໄດ້ບົວລະບັດຕົ້ນໄມ້ທີ່ປູກແລ້ວໃນປີຜ່ານມາ ແລະ ໄດ້ປູກເບ້ຍໄມ້ໃໝ່ທົດແທນຄືນຕົ້ນທີ່ຕາຍໄປ ເພື່ອເຮັດໃຫ້ຕົ້ນໄມ້ໃຫຍ່ສູງ ແລະ ງົດງາມໃນເນື້ອທີ່ດິນທີ່ກຳນົດໄວ້ໃຫ້ເປັນພື້ນທີ່ສີຂຽວໃນບໍລິເວນຫໍພັກຂອງກະຊວງການຕ່າງປະເທດ.