ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງການຕ່າງປະ ເທດໂດຍສົມທົບກັບ 3 ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ໄດ້ຈັດພິທີສະເຫຼີມ ສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2018 ແລະ ວັນຢຸດຕິການໃຊ້ແຮງງານເດັກ 12 ມິຖຸນາ 2018 ເຊິ່ງພິທີໄດ້ຈັດຂຶ້ນໃນຕອນເຊົ້່າ ຂອງວັນທີ 31 ພຶດສະພາ 2018 ພາຍໃຕ້ຫົວຂໍ້ສົ່ງເສີມສິດທິເດັກ, ຮູ້ນໍາໃຊ້ເຕັກໂນໂລຊີທີ່ປອດໄພ, ໃສ່ໃຈສິ່ງແວດລ້ອມ, ພ້ອມໃຈເປັນເຈົ້າພາບທີ່ດີປີທ່ອງທ່ຽວລາວ 2018 ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ, ປະທານຄະນະກໍາມາທິການເພື່ອຄວາມກ້າວໜ້າ ຂອງແມ່ຍິງ ແລະ ແມ່-ເດັກ ກະຊວງການຕ່າງປະເທດ, ມີຄະນະນໍາ, ຄະນະກົມ, ຄະນະພະແນກ ພະນັກງານວິຊາການຈາກບັນດາກົມ ແລະ ລູກຫຼານ ຂອງພະນັກງານກະຊວງການຕ່າງປະເທດ ເຂົ້າຮ່ວມ 200 ກວ່າທ່ານ.
ໃນໂອກາດກ່າວເປີດພິທີ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ, ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງການຕ່າງປະເທດໄດ້ກ່າວເປີດພິທີຢ່າງເປັນທາງການ ແລະ ອ່ານສານຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດວັນເດັກສາກົນ ວັນທີ 01 ມິຖຸນາ 2018. ນອກຈາກນັ້ນ, ທ່ານຍັງໄດ້ໃຫ້ຄຳໂອວາດຕັກເຕຶືອນຫຼານນ້ອຍ ທ່ານໄດ້ຍົກໃຫ້ເຫັນພາລະບົດບາດ, ຄວາມໝາຍສຳຄັນຂອງວັນເດັກນ້ອຍສາກົນ ແລະ ຮ່ວມຮັບຟັງຮັບຊົມການສະແດງຂອງຫຼານນ້ອຍ ແລະຖາມ-ຕອບ ຂອງເດັກດີ ເດັກສະຫຼາດ ພ້ອມກັບການແຈກເຂົ້າໜົມ, ຂອງລາງວັນໃຫ້ເດັກ.
ໃນການຈັດຕັ້ງພິທີສະເຫຼີມສະຫຼອງ ໄດ້ເປັນກິດຈະກຳໜຶ່ງ ໃຫ້ພະນັກງານ-ລັດຖະກອນ ກະຊວງການຕ່າງປະເທດໄດ້ຮັບຮູ້ ແລະ ເຕົ້າໂຮມກັນ ເພື່ອເປັນການສົ່ງເສີມສິດທິເດັກ ທີ່ເປັນໜໍ່ ແໜງແຫ່ງຊີວິດໃນວັນນີ້ ເພື່ອກ້າວເປັນອະນາຄົດອັນແຈ່ມໃສຂອງປະເທດຊາດໃນມື້ໜ້າ ແລະ ເປັນການປະກອບສ່ວນຢາງຕັ້ງໜ້າເຂົ້າໃນການເປັນເຈົ້າພາບທີ່ດີ ຂອງປີທ່ອງທ່ຽວລາວ 2018 ພິທີ ສະເຫຼີມ ສະຫຼອງໄດ້ສຳເລັດລົງດ້ວຍບັນຍາກາດອັນຄຶກຄື້ນ ແລະ ເບີກບານມ່ວນຊື່ນ.