ໃນຕອນແລງຂອງວັນທີ 14 ມີນາ 2017, ທີ່ ໂຮງແຮມ ລາວ ພລາຊາ, ໄດ້ມີງານລ້ຽງຮັບຮອງ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກມາຣົກ ຄົບຮອບ 20 ປີ ( 30/01/1997-30/01/2017), ເປັນກຽດຂຶ້ນກ່າວຄຳເຫັນຕໍ່ພິທີ ໂດຍແມ່ນ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ອັບເດລີລາ ເອລ ຮູສ໌ນີ ( Abdelilah El Housni ), ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກ ມາຣົກ ປະຈຳ ສປປ ລາວ ພ້ອມດ້ວຍແຂກທີ່ມີກຽດຖືກເຊີນ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທັງສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ມູນເຊື້ອອັນດີງາມ ໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ, ຊຶ່ງສະແດງອອກໃນການແລກປ່ຽນຢ້ຽມຢາມທາງການ ຂອງການນຳຂັ້ນສູງຂອງສອງປະເທດ ໃນໄລຍະຜ່ານມາ. ນອກຈາກນີ້, ທັງສອງຝ່າຍ ຍັງໄດ້ຮ່ວມລົງນາມໃນເອກະສານອະນຸສັນຍາ ວ່າດ້ວຍ ການປຶກສາຫາລື ແລະ ການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ໃນປີ 2015 ແລະ ສ້າງຕັ້ງກຸງສຸນກິດຕິມະສັກ ມາຣົກ ປະຈຳ ສປປ ລາວ ໃນປີ 2016 ທີ່ຜ່ານມາອີກດ້ວຍ. ສອງປະເທດ ຍັງໄດ້ເຮັດວຽກຮ່ວມກັນ ແລະ ສະໜັບສະໜູນ ຊຶ່ງກັນ ແລະ ກັນ ໃນດ້ານວຽກງານຕ່າງໆ ເພື່ອນຳເອົາຜົນປະໂຫຍດ ມາສູ່ປະຊາຊົນສອງຊາດ ກໍຄືສ້າງສັນບັນຍາກາດ ແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ທັງໃນພາກພື້ນ ແລະ ສາກົນ.