ໂດຍຕາງໜ້າຄະນະນໍາກະຊວງການຕ່າງປະເທດ, ໃນເວລາ 10:00 ໂມງ, ຂອງວັນທີ 13 ມີນາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມອບໜັງສືຮັບຮອງ ໃຫ້ແກ່ ທ່ານ ແມັດສ ປີເຕີ ຟຸກເດີ (Mats Peter Fogde), ເປັນກົງສຸນກິດຕິມະສັກ ແຫ່ງ ປະເທດຊູແອດ ປະຈໍາ ສປປ ລາວ ຜູ້ໃໝ່ ປ່ຽນແທນ ທ່ານ Jan Caderwall, ກົງສຸນກິດຕິມະສັກຜູ້ເກົ່າ ທີ່ໄດ້ໝົດວາລະການປະຕິບັດໜ້າທີ່ ຕັ້ງແຕ່ທ້າຍປີ 2015 ເປັນຕົ້ນມາ.
ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍ ທີ່ ທ່ານ ແມັດສ ປີເຕີ ຟຸກເດີ ໄດ້ຮັບຄວາມໄວ້ວາງໃຈຈາກລັດຖະບານຊູແອດ ແລະ ໄດ້ຖືກແຕ່ງຕັ້ງໃຫ້ເປັນກົງສຸນກິດຕິມະສັກແຫ່ງ ປະເທດຊູແອດ ປະຈໍາ ສປປ ລາວ ໃນຄັ້ງນີ້, ເຊິ່ງຈະເປັນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ລາວ-ຊູແອັດ ໂດຍສະເພາະ ດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ ລວມທັງ ການສຶກສາ, ວັດທະນະທໍາ ແລະ ສັງຄົມ ໃຫ້ກັບມາຢູ່ໃນບັນຍາກາດປົກກະຕິ. ພ້ອມດຽວກັນນັ້ນ, ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການປະຕິບັດວຽກງານເປັນກົງສຸນກິດຕິມະສັກ ຂອງ ທ່ານ ແມັດສ ປີເຕີ ຟຸກເດີ ຈະເປັນການຟື້ນຟູສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ກັບມາຄຶກຄື້ນຂຶ້ນເລື້ອຍໆ ເພື່ອນໍາຜົນປະໂຫຍດມາສູ່ສອງປະເທດ ກໍຄື ປະຊາຊົນສອງຊາດໃນອະນາຄົດ. ສປປ ລາວ ແລະ ຊູແອັດ ໄດ້ສ້າງຕັ້ງສາຍພົວພົນການທູດນໍາກັນໃນວັນທີ 10 ຕຸລາ 1964.