ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້້າຢ້ຽມຂໍ່ານັບ ຂອງ ຫົວໜ້າຄະນະປະເມີນເສດຖະກິດມະຫາພາກ ຂອງອົງການກອງທຶນການເງິນສາກົນ (IMF)

 

20240529 IMF visit DPM 1

 

ໃນຕອນບ່າຍວັນທີ 28 ພຶດສະພາ 2024, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອະລາສແດຣ໌ ສະກອດ (Alasdair Scott), ຫົວໜ້າຄະນະປະເມີນເສດຖະກິດມະຫາພາກ ສປປ ລາວ ພ້ອມດ້ວຍ ຄະນະ. ຈຸດປະສົງ ແມ່ນເພື່ອສະຫຼຸບຜົນການປະເມີນເສດຖະກິດມະຫາພາກຂອງ ສປປ ລາວ ຕາມພັນທະມາດຕາ IV ຂອງອົງການ IMF (Article IV) ປະຈໍາປີ 2024 ແລະ ໃຫ້ຄຳແນະນຳດ້ານນະໂຍບາຍເບື້ອງຕົ້ນ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງ ສປປ ລາວ.

 

20240529 IMF visit DPM 2

 

ໃນໂອກາດນີ້, ທ່ານ ທ່ານ ອະລາສແດຣ໌ ສະກອດ ໄດ້ລາຍງານຜົນການປະເມີນເສດຖະກິດມະຫາພາກ ປະຈຳປີ 2024 ຂອງ ສປປ ລາວ, ເຊິ່ງເຫັນໄດ້ວ່າຫລາຍຂົງເຂດວຽກງານທີ່ຕິດພັນກັບວຽກງານເສດຖະກິດ ແມ່ນໄດ້ຮັບການພັດທະນາໃນລະດັບດີຂຶ້ນເທື່ອລະກ້າວ, ຄຽງຄູ່ກັນນີ້ ກໍ່ຍັງມີສິ່ງທ້າທາຍຫລາຍດ້ານທີ່ ສປປ ລາວ ຍັງຕ້ອງສືບຕໍ່ຮັບມື ແລະ ປັບປຸງ ເປັນຕົ້ນ ການປັບປຸງໂຄງສ້າງໜີ້ສິນພາກລັດ, ການບໍລິຫານງົບປະມານ ແລະ ນະໂຍບາຍທາງດ້ານເງິນຕາ, ຊຶ່ງ ອົງການ IMF ກໍ່ໄດ້ອະທິບາຍວ່າ ການມາປະເມີນເສດຖະກິດຄັ້ງນີ້ ແມ່ນເພື່ອວິເຄາະບັນຫາ ແລະ ຊອກຫາວິທີທາງອອກ ພ້ອມດຽວກັນ ກໍ່ຍິນດີທີ່ຈະໃຫ້ການຊ່ວຍເຫຼືອທາງດ້ານນະໂຍບາຍ ແລະ ດ້ານວິຊາການແກ່ຂະແໜງການເງິນ ແລະ ຂະແໜງການກ່ຽວຂ້ອງ ຂອງ ສປປ ລາວ ທັງໃນໄລຍະສັ້ນ ແລະ ໄລຍະຍາວ. ບົນຈິດໃຈດັ່ງກ່າວ, ທ່ານ ຮອງນາຍົກ ລັດຖະມົນຕີ ກໍໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ຕໍ່ການມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ອະລາສແດຣ໌ ສະກອດ ແລະ ຄະນະ ພ້ອມທັງ ຂອບໃຈຕໍ່ອົງການ IMF ທີ່ໄດ້ສໍາເລັດການປະຕິບັດຫນ້າທີ່ ຢູ່ ສປປ ລາວ. ໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ກໍ່ໄດ້ແຈ້ງໃຫ້ຊາບວ່າ ປະຈຸບັນ ລັດຖະບານລາວ ກຳລັງສຸມໃສ່ການຈັດຕັ້ງປະຕິບັດບັນດາມາດຕະການ ເພື່ອຮັບມືກັບສະພາບເສດຖະກິດ ຊຶ່ງຖືວ່າຢູ່ໃນລະດັບທີ່ດີຂຶ້ນເທື່ອລະກ້າວ ໂດຍສະເພາະ ວຽກງານການປັບປຸງໂຄງສ້າງໜີ້ສິນພາກລັດ, ການປັບປຸງກົດໝາຍ ວ່າດ້ວຍ ການສົ່ງເສີມການລົງທຶນ ເພື່ອສ້າງສະພາບແວດລ້ອມທີ່ດີເພື່ອການດຳເນີນທຸລະກິດ ຢູ່ ສປປ ລາວ. ພ້ອມນີ້ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ອົງການ IMF ທີ່ໄດ້ໃຫ້ຄໍາແນະນໍາທີ່ດີ ຕໍ່ການແກ້ໄຂບັນຫາເສດຖະກິດ ຂອງ ສປປ ລາວ ແລະ ຫວັງວ່າອົງການ IMF ຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນດ້ານຕ່າງໆ ໃຫ້ແກ່ ສປປ ລາວ ໃນຕໍ່ໜ້າ.

 

20240529 IMF visit DPM 3

 

ໃນຕອນທ້າຍ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວອວຍພອນ ທ່ານ ອະລາສແດຣ໌ ສະກອດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ເຊື້ອເຊີນໃຫ້ທ່ານປະທານອົງການ IMF ມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ໃນເດືອນຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ ທີ່ຈະມາເຖິງນີ້.

 

ບົດຂ່າວອື່ນໆ

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508888
ມື້ນີ້20
ມື້ວານ263
ອາທິດນີ້1541
ເດືອນນີ້7278