ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງເອກອັກຄະລັດຖະທູດ ສ. ອາເມຣິກາ ປະຈຳ ສປປ ລາວ

 

US Amb CC DPM 2

 

ໃນຕອນເຊົ້າຂອງວັນທີ 01 ເມສາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ແຮັດເຕີ້ ວາເຣຍວາອາ (Heather Roach Variava), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ຄົນໃໝ່ ປະຈໍາ ສປປ ລາວ.

 

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມ ເຊີຍຕໍ່ ທ່ານນາງ ແຮັດເຕີ້ ວາເຣຍວາອາ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ. ອາເມຣິກາ ປະຈຳ ສປປ ລາວ, ທັງສະແດງຄວາມເຊື່ອຫມັ້ນວ່າ ດ້ວຍປະສົບການທາງດ້ານການທູດທີ່ອຸດົມສົມບູນຂອງ ທ່ານເອກອັກຄະລັດຖະທູດ ຈະເປັນຂົວຕໍ່ເຮັດໃຫ້ສາຍພົວພັນ ແລະ ການຮ່ວມ ລະຫວ່າງ ສປປ ລາວ ແລະ ສ. ອາເມຣິກາ ໄດ້ຮັບການສືບຕໍ່ເພີ່ມທະວີ ແລະ ພັດທະນາຍິ່ງໆຂຶ້ນໃນອະນາຄົດ. ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ ຂອງ ສ.ອາເມຣິກາ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ, ໃນຂົງເຂດບູລິມະສິດທີ່ມີເປົ້າໝາຍໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບ ສປປ ລາວ ເພື່ອເຮັດໃຫ້ ສປປ ລາວ ສາມາດ​ຫຼຸດພົ້ນອອກ​ຈາກ​ສະຖາ​ນະ​ພາບ ປະ​ເທດ​ດ້ອຍ​ພັດ​ທະນາ ໃນປີ 2026 ທີ່ຈະມາເຖິງນີ້.

 

US Amb CC DPM 1

 

ພ້ອມກັນນີ້, ສອງຝ່າຍໄດ້ຕີລາຄາ ຕໍ່ການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ໂດຍສະເພາະ ນັບຕັ້ງແຕ່ ສອງປະເທດ ໄດ້ຍົກລະດັບການພົວພັນສອງຝ່າຍເປັນ “ຄູ່ຮ່ວມມືແບບກວມລວມ” ໃນປີ 2016, ໄດ້ກາຍເປັນພື້ນຖານສໍາຄັນໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມ​ມືຂອງສອງປະເທດ ໃຫ້ມີປະສິດທິຜົນ ແລະ ກວ້າງຂວາງຍິ່ງໆຂຶ້ນ, ເປັນ ຕົ້ນໃນຂົງເຂດວຽກງານດ້ານມະນຸດສະທຳ ຄື: ການຊອກຫາສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມ ຢູ່ ສປປ ລາວ (MIA) ແລະ ວຽກງານການເກັບກູ້ ແລະ ທໍາລາຍລະເບີດທີ່ບໍ່ທັນແຕກໃນປາງສົງຄາມ ຢູ່ ສປປ ລາວ (UXO), ລວມເຖິງໃນ​ຂົງເຂດສາທາ​ລະ​ນະ​ສຸກ, ວຽກງານປາບປາມຢາເສບຕິດ ແລະ ບັງຄັບໃຊ້ກົດໝາຍ, ການຄ້າ-ການລົງທຶນ, ການສຶກສາ ແລະ ຂອບການຮ່ວມມືທີ່ສໍາຄັນອື່ນໆ. ພ້ອມນີ້, ທັງສອງຝ່າຍ​ ໄດ້ປຶກສາຫາລືກ່ຽວກັບການຈັດກິດຈະກຳ​ຮ່ວມ​ກັນ​ເພື່ອສະເຫຼີມສະ​ຫຼອງ ຄົບຮອບ 70 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ໃນປີ 2025 ແລະ ການຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມມືແບບກວມລວມ ໃນປີ 2026.

 

ໃນໂອກາດດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ສະພາບການພັດທະນາເສດຖະ ກິດ-ສັງຄົມ ຂອງ ສປປ ລາວ ໃນປະຈຸບັນ ແລະ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງ ເສີມການເຊື່ອມຕໍ່ພາກພື້ນ ແລະ ສ້າງຄວາມເຂັ້ມແຂງແກ່ອາຊຽນ, ບົນພື້ນຖານບູລິມະສິດຂອງ ສປປ ລາວ ໄດ້ກໍານົດໄວ້.

 

                                         US Amb CC DPM 5US Amb CC DPM 6

 

ໃນຂະນະດຽວກັນ, ທ່ານເອກອັກຄະລັດຖະທູດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມປິຕິຍິນດີທີ່ໄດ້ຖືກແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງຢືນຢັນ ຈະສຸມທຸກກຳລັງແຮງຂອງຕົນ ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສ. ອາເມຣິກາ ແລະ ສປປ ລາວ ໃຫ້ຫຼາຍຂຶ້ນໃນຕໍ່ຫນ້າ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ໂດຍສະເພາະ ຈະສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້ ໃຫ້ປະສົມຜົນສໍາເລັດຕາມລະດັບຄາດໝາຍ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486558
ມື້ນີ້112
ມື້ວານ142
ອາທິດນີ້220
ເດືອນນີ້5863