ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດຈັດພິທີ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ສະຫຼຸບຕີລາຄາວຽກງານກໍ່ສ້າງ ພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2023

 

LRP Day Anniv 69 yrs 3

 

ໃນຕອນເຊົ້າຂອງ ວັນທີ 29 ມີນາ 2024 ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ ແລະ ​ສະ​ຫຼຸບຕີລາຄາ​ວຽກ​ງານກໍ່​ສ້າ​ງ ພັກ-ພະ​ນັກ​ງານ ແລະ ປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ ປະ​ຈຳ​ປີ 2023 ແລະ ແຜນການທິດທາງໃນປີ 2024 ພາຍໃຕ້ການເປັນປະທານຂອງ ສະຫາຍ ຕິ່ງ ສຸກສັນ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ​ເຊີ່ງມີບັນດາຄະນະພັກ-ຄະນະນຳ, ສະມາຊິກພັກ ​ແລະ ພະນັກງານ-ລັດຖະກອນ ພາຍ​ໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

 

LRP Day Anniv 69 yrs 1LRP Day Anniv 69 yrs 2

 

ໃນພິທີ ສະຫາຍ ຕິ່ງ ສຸກສັນ, ຮອງເລຂາຄະນະບໍລິຫານງານພັກກະຊວງ ໄດ້ຂຶ້ນບັນຍາຍເອກະສານ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ, ຊຶ່ງ ສະຫາຍໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ, ການເຕີບໃຫ່ຍຂະຫຍາຍຕົວ ແລະ ຜົນງານອັນໃຫຍ່ຫຼວງ ຂອງພັກປະຊາຊົນປະຕິວັດລາວຕະຫຼອດໄລຍະ 69 ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດຕະຫຼອດໄລຍະຜ່ານມາ, ທັງໄດ້ຍົກໃຫ້ເຫັນທາດແທ້ຂອງພັກປະຊາຊົນປະຕິວັດລາວ ເຊີ່ງແມ່ນພັກຂອງຊົນຊັ້ນກຳມະກອນ ເປັນຕົວແທນທີ່ຈົ່ງຮັກພັກດີ ຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກ ແຮງງານລາວທີ່ຮັກຊາດ, ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກເປັນພື້ນຖານແຫ່ງແນວຄິດ, ເປັນເຂັມທິດໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ, ເສີມຂະຫຍາຍລັດທິຮັກຊາດອັນແທ້ຈິງສົມທົບກັບລັດທິສາກົນອັນຜ່ອງໃສຂອງຊົນຊັ້ນກຳມະກອນ, ເພື່ອນໍາເອົາຄວາມເອກະລາດມາໃຫ້ແກ່ປະເທດຊາດ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນ.

 

LRP Day Anniv 69 yrs 4

 

ສໍາລັບວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ, ສະຫາຍ ໄດ້ຍົກໃຫ້ເຫັນມູນເຊື້ອການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຂອງອ້າຍນ້ອງທະຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ ໂດຍສະເພາະແມ່ນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ເຊີ່ງແມ່ນໜື່ງໃນບັ້ນຮົບຕໍ່ສູ້ທີ່ສໍາຄັນທີ່ສຸດຢູ່ໃນລາວ ເຖິງຈະບໍ່ໄດ້ຮັບໄຊຊະນະ ແລະ ຖືກປາບປາມຢ່າງນອງເລືອດກໍ່ຕາມ ແຕ່ມັນກໍ່ເປັນການ ປຸກລະດົມນ້ໍາໃຈຮັກຊາດ, ຄຽດແຄ້ນສັດຕູຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນລຸກຮືຂຶ້ນດ້ວຍຄວາມເກັ່ງກ້າສາມາດ ແລະ ມີໄຫວພິບ. ບັ້ນຮົບດັ່ງກ່າວ ໄດ້ກາຍເປັນເຫດການປະຫວັດສາດແຫ່ງການຕໍ່ສູ້ຢ່າງພິລະອາດຫານຂອງປະຊາຊົນລາວ ແລະ ກາຍເປັນກະແສຟອງໃຫ້ແກ່ການປະຕິວັດຊາດ ປະຊາທິປະໄຕ ຂອງພວກເຮົາກ້າວໄປສູ່ການປົດປ່ອຍຊາດຢ່າງສົມບູນ.

 

LRP Day Anniv 69 yrs 5

 

ຫຼັງຈາກນັ້ນ, ສະຫາຍຮອງເລຂາຄະນະບໍລິຫານງານພັກກະຊວງ ກໍ່ໄດ້ເຜີຍແຜ່ເຊື່ອມຊຶມຄໍາສັ່ງແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 13 /ຄຈສພ, ລົງວັນທີ 11 ມັງກອນ 2024 ກ່ຽວກັບການຈັດຕັ້ງປະຕິບັດມະຕິກົມການເມືອງສູນກາງພັກ ວ່າດ້ວຍການເລືອກເຟັ້ນ ແຕ່ງຕັ້ງ, ສັບປ່ຽນໜ້າທີ່ ຂອງພະນັກງານນໍາພາ-ຄຸ້ມຄອງ ແລະ ຄຳສັ່ງແນະນຳ ສະບັບເລກທີ 14/ຄຈສພ, ລົງວັນທີ 11 ມັງກອນ 2024 ກ່ຽວກັບການຈັດຕັ້ງປະຕິບັດ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຕີລາຄາພະນັກງານ ເພື່ອເຮັດໃຫ້ບັນດາສະຫາຍ ຄະນະພັກ, ຄະນະໜ່ວຍພັກ ແລະ ຜູ້ທີ່ເຮັດວຽກເປັນເສນາທິການ ໃຫ້ຂັ້ນເທິງດ້ານວຽກງານຈັດຕັ້ງ ແລະ ພະນັກງານ ໃນແຕ່ລະຂັ້ນ ໄດ້ເຂົ້າໃຈ ຫຼັກການ, ມາດຕະຖານ, ເງື່ອນໄຂ, ວິທີການ ແລະ ຂັ້ນຕອນ ໃນການເລືອກເຟັ້ນ, ແຕ່ງຕັ້ງ, ສັບປ່ຽນຫນ້າທີ່ ແລະ ການປະເມີນຕີລາຄາມາດຕະຖານ ແລະ ຄຸນນະພາບຂອງພະນັກງານ ຕາມທິດຊີ້ນໍາຂອງຂັ້ນເທິງວາງອອກ.

 

LRP Day Anniv 69 yrs 7

 

ໂດຍຖືເອົາໂອກາດດຽວກັນນີ້, ກະຊວງການຕ່າງປະເທດ ຍັງໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານປະຈໍາປີ 2023 ຜ່ານມາ ແລະ ວາງທິດທາງແຜນການປະຈໍາປີ 2024 ຂອງກະຊວງການຕ່າງປະເທດ ແລະ ເຜີຍແຜ່ຜັນຂະຫຍາຍບັນດາເນື້ອໃນກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ໂດຍແມ່ນ ສະຫາຍ ໄມທອງ ທຳມະວົງສາ, ກຳມະການຄະນະພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານບັນດາເອກະສານ ດັ່ງກ່າວ ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດໃນດ້ານຕ່າງໆ, ພ້ອມທັງຕີລາຄາດ້ານດີ,​ ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໜຶ່ງປີຜ່ານມາ. ນອກຈາກນັ້ນ, ສະຫາຍ ຍັງໄດ້ສະຫຼຸບຕີລາຄາການປະຕິບັດວຽກງານພັກ-ພະນັກງານ ຂອງກະຊວງການຕ່າງປະເທດປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຊຶ່ງໄດ້ຊີ້ໃຫ້ເຫັນເຖິງຜົນສໍາເລັດຫຼາຍດ້ານ ແລະ ບັນຫາທ້າທາຍທີ່ຈະຕ້ອງໄດ້ມີການປັບປຸງແກ້ໄຂໃນຕໍ່ໜ້າ.

 

LRP Day Anniv 69 yrs 6LRP Day Anniv 69 yrs 8

 

ໃນຕອນທ້າຍພິທີ, ສະຫາຍຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກ ຕ້ອງສືບຕໍ່ເອົາໃຈໃສ່ ເປັນຕົ້ນແມ່ນ: ການຄົ້ນຄວ້າ ໃຫ້ເລິກເຊິ່ງຕໍ່ມູນເຊື້ອປະຫວັດຄວາມຄວາມເປັນມາ ແລະ ແນວທາງນະໂຍບາຍຂອງພັກ, ການເພີ່ມທະວີເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ເອົາໃຈໃສ່ຢ່າງເປັນເຈົ້າການດ້ານວຽກງານການເມືອງແນວຄິດ ໃຫ້ແກ່ພະນັກງານ, ສະມາຊິກພັກ ທີ່ຢູ່ໃນ​ໃນ​ຄວາມຮັບຜິດຊອບ​ຂອງ​ຕົນ​ ເພື່ອໃຫ້​ຮັບ​ຮູ້​ເຂົ້າ​ໃຈ​ເຖີງສະພາບ​ຄວາມ​ຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ທີ່ເກີດຂຶ້ນໃນປັດຈຸບັນ ​ພ້ອມ​ທັງ​ມີ​ສະຕິ​ຕໍ່​ກົນອຸບາຍ​ຫັນປ່ຽນ​ໂດຍ​ສັນ ຕິ​ຂອງ​ສັດຕູ ໄປພ້ອມໆກັບການເພີມທະວີຄວາມເອົາໃຈໃສ່ຕື່ມ ວຽກງານການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ ຢ່າງເດັດຂາດ ແລະ ທັນການ ​ໂດຍ​ສະ​ເພາະ​​ໃນສະພາບ​ເງື່ອນ​ໄຂໃນ​ປັດຈຸບັນ.

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486080
ມື້ນີ້211
ມື້ວານ168
ອາທິດນີ້1116
ເດືອນນີ້5385