ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ - ສປ ຕີມໍ-ເລສເຕ ເສີມຂະຫຍາຍການຮ່ວມມືສອງຝ່າຍ

 

LaoTimor 3LaoTimor 4

 

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳເຊື້ອ​ເຊີນຂອງ ​ພະນະ​ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ​ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະ​ທ່ານ ໂຈເຊ ຣາໂມສ ອໍຕ້າ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ພ້ອມ​ດ້ວຍ​ຄະນະ ໄດ້​ເດີນທາງ​ມາຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ​ໃນ​ລະຫວ່າງວັນ​ທີ 27 ກຸມພາ - 02 ມີນາ 2024, ເພື່ອ​ສືບຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ.

 

ໃນຕອນເຊົ້າຂອງວັນທີ 29 ກຸມພາ 2024, ພະນະ​ທ່ານ ໂຈເຊ ຣາໂມສ ອໍຕ້າ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ພ້ອມ​ດ້ວຍ​ຄະນະ ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ, ເຊິ່ງໄດ້ຮັບການຈັດຂຶ້ນຢ່າງສົມກຽດ ທີ່ ຫໍສະພາແຫ່ງຊາດລາວ, ໃຫ້ກຽດຕ້ອນຮັບອັນອົບອຸ່ນ ໂດຍ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຈາກຝ່າຍລາວ. ຫຼັງຈາກນັ້ນ ໄດ້ມີກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ, ເຊິ່ງຝ່າຍລາວ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມລັດຖະກິດຂອງຄະນະຜູ້ແທນຂັ້ນສູງ ຕີມໍ-ເລສເຕ ຄັ້ງນີ້ ແມ່ນການຢ້ຽມຢາມຄັ້ງທຳອິດໃນລະດັບປະມຸກລັດ ເຊິ່ງໄດ້ເປັນຂີດຫມາຍປະຫວັດສາດອັນສຳຄັນອີກບາດກ້າວຫນຶ່ງໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຕະຫລອດ 20  ກ່ວາປີທີ່ຜ່ານມາ ລະຫວ່າງສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ - ຕີມໍ-ເລສເຕ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະ ການຮັກສາບັນຍາກາດການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນໍາຂັ້ນສູງຢ່າງເປັນປົກກະຕິ ແລະ ການຮ່ວມມືໃນຂົງເຂດອື່ນໆ. ພ້ອມທັງໄດ້ເປັນການສະໜັບສະໜູນ ສປປ ລາວ ຢ່າງຕັ້ງໜ້າ ສໍາລັບການເປັນປະທານອາຊຽນ 2024.

 

ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕີມໍ-ເລສເຕ ທີ່ໄດ້ຮັບການຮັບຮອງເຂົ້າເປັນສະມາຊິກຂອງອົງການການຄ້າໂລກ (ອົງການ WTO) ປະເທດທີ 166 ໃນວັນທີ 26 ກຸມພາ 2024 ທີ່ຜ່ານມາ ຢູ່ ສະຫະນະຄອນ ອາຣັບ ເອມິເຣດ (UAE) ແລະ ສະແດງຄວາມຫວັງວ່າ ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ສປປ ລາວ ແລະ ສປ ຕີມໍ-ເລສເຕ ຈະໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອສົ່ງເສີມການຮ່ວມມືດ້ານການຄ້າສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສປ ຕີມ-ເລສເຕ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້້ນ.

 

LaoTimor 5

 

ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມຂອງສອງປະເທດ ໂດຍສະເພາະ ການຮ່ວມມືດ້ານການເມືອງໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ໄດ້ມີການແລກປ່ຽນການຢ້ຽມຢາມຂອງນໍາຂັ້ນສູງຂອງສອງປະເທດເປັນແຕ່ລະໄລຍະ ແລະ ເຫັນດີເປັນເອກະພາບໃນການສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນ ແລະ ການຮ່ວມມືດ້ານການເມືອງຂອງສອງປະເທດ ໄປຄຽງຄູ່ກັບ ການພັດທະນາການຮ່ວມມື ໃນຂະແໜງການຕ່າງໆທີ່ສອງຝ່າຍມີທ່າແຮງ, ເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ ກໍຄືການຄ້າສອງຝ່າຍ,​ ການລົງທຶນ, ກະສິກໍາ, ພະລັງງານ, ການບໍລິການ ແລະ ການທ່ອງທ່ຽວ. ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການສ້າງຕັ້ງຄະນະກໍາມະການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ  (JCBC) ລະຫວ່າງ ສປປ ລາວ ແລະ ສປ ຕີມໍ-ເລສເຕ ເພື່ອເປັນກົນໄກໃນການສົ່ງເສີມການຮ່ວມມື ກໍຄືການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດການຕົກລົງຂອງສອງລັດຖະບານ ລາວ ແລະ ຕີມໍ-ເລສເຕ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນໃນຕໍ່ໜ້າ.

 

ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ຢືນຢັນຄືນທັດສະນະຂອງ ສປປ ລາວ ໃນການສະໜັບສະໜູນ ແລະ ແລກປ່ຽນບົດຮຽນຂອງ ສປປ ລາວ ໃຫ້ແກ່ ສປ ຕີມໍ-ເລສເຕ ໃນການກະກຽມເຂົ້າເປັນສະມາຊິກສົມບູນຂອງອາຊຽນ ພາຍໃນປີ 2025 ທີ່ຈະມາເຖິງນີ້, ເຊິ່ງ ພະນະທ່ານ ປະທານາທິບໍດີ ໂຈເຊ ຣາໂມສ ອໍຕ້າ ໄດ້ສະແດງຄວາມຂອບໃຈ ພ້ອມທັງໄດ້ຢືນຢັນຄືນທັດສະນະຂອງ ສປ ຕີມໍ-ເລສເຕ ໃນການສືບຕໍ່ສະໜັບສະໜູນການເປັນປະທານອາຊຽນ 2024 ຂອງ ສປປ ລາວ ໃຫ້ສໍາເລັດຜົນຕາມຄາດໝາຍ, ລວມທັງໄດ້ຢືນຢັນຄືນການເຄົາລົບຄວາມເປັນເອກະສັນ (Consensus) ແລະ ຄວາມເປັນແກນກາງ (Centrality) ຂອງອາຊຽນ, ລວມທັງ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນທີ່ໄດ້ຕົກລົງເຫັນດີຮ່ວມກັນໃນໄລຍະຜ່ານມາ. ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນຈໍານວນໜຶ່ງ, ລວມທັງໄດ້ເຫັນດີເປັນເອກະພາບໃນການຮ່ວມມືກັນຢ່າງໃກ້ຊິດ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືເພື່ອການພັດທະນາຂອງຂອບການຮ່ວມມືອາຊຽນໃນຕໍ່ໜ້າ.

 

ພະນະທ່ານ ປະທານາທິບໍດີ ໂຈເຊ ຣາໂມສ ອໍຕ້າ ໄດ້ສະແດງຄວາມຂອບໃຈມາຍັງ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ກໍຄືລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ທີ່ ສປປ ລາວ ຍາດມາໄດ້ໃນໄລຍະຜ່ານມາໃນການພັດທະນາ ແລະ ສ້າງສາປະເທດຊາດ, ການເມືອງມີຄວາມສະຖຽນລະພາບ ແລະ ສັງຄົມມີຄວາມສະຫງົບ.  

 

ພາຍຫຼັງການພົບປະສອງຝ່າຍດັ່ງກ່າວ, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ແລະ ພະນະທ່ານ ປະທານາທິບໍດີ ໂຈເຊ ຣາໂມສ ອໍຕ້າ ຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານແລກປ່ຽນ 2 ເອກະສານ ຄື:

 

LaoTimor 6

 

1.) ສັນຍາ ວ່າດ້ວຍ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ລະຫວ່າງ ສປປ ລາວ ແລະ ສປ ຕີມໍ-ເລສເຕ, ເພື່ອປັບປຸງສັນຍາທີ່ໄດ້ຮັບການລົງນາມໃນປີ 2013, ເຊິ່ງໄດ້ຮັບການລົງນາມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ,​ຮອງນາຍົກລັດຖະມົນຕີ,​ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Bendito dos Santos Freitas, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສປ ຕີມໍ-ເລສເຕ;

 

LaoTimor 7

 

2.) ໜັງສືສະແດງເຈດຈໍານົງ (Letters Of Intent) ໃນການແລກປ່ຽນທີ່ດິນສໍາລັບສະຖານທູດຂອງສອງປະເທດ ສປປ ລາວ ແລະ ສປ ຕີມໍ-ເລສເຕ ໃນຕໍ່ໜ້າ, ເຊິ່ງໄດ້ຮັບການລົງນາມໂດຍ ທ່ານ ຄໍາເຟື້້ອງ ພັນທະໄຊ, ເອກະອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຕີມໍ-ເລສເຕ ແລະ ທ່ານ ຟິໂລເມໂນ ອາເລໂຊ ດາ ຄຸດຊ໌, ເອກອັກຄະລັດຖະທູດ ແຫ່ງ ສປ ຕີມໍ-ເລສເຕ ປະຈໍາ ສປປ ລາວ.

LaoTimor 2

 

ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງ ຕີມໍ-ເລສເຕ ກໍ່ໄດ້ເຂົ້າຮ່ວມພິທີວາງພວງມາລາ ທີ່ ອານຸສາວະລີນັກຮົບນິລະນາມ

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486318
ມື້ນີ້14
ມື້ວານ220
ອາທິດນີ້1354
ເດືອນນີ້5623