ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ສະວິດ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື

  

  

  

20240226 Laos Swiss 1

20240226 Laos Swiss 3

  

  

ໃນລະຫວ່າງ​ວັນ​ທີ 24-28 ກຸມພາ 2024, ​ທ່ານ ​ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ສະມາພັນທະລັດ ສະວິດ ຢ່າງເປັນທາງການ, ຕາມການເຊື້ອເຊີນຂອງ ​ທ່ານ ອິກນາຊີໂອ ກາດຊີດສ໌, ລັ​ດຖະ​ມົນຕີ ກະຊວງການຕ່າງປະເທດ ແຫ່ງ ສະມາພັນທະລັດ ສະວິດ, ເພື່ອເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ທີ່ມີມາແຕ່ດົນນານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະມາພັນທະລັດ ສະວິດ.

   

ໃນໄລຍະການເຄື່ອນໄຫວ ຢູ່ ສະມາພັນທະລັດ ສະວິດ ໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະເຮັດວຽກກັບຄູ່ຮ່ວມຕຳແໜ່ງ ທ່ານ ອິກນາຊີໂອ ກາດຊີດສ໌, ລັດຖະມົນຕີ ກະຊວງການຕ່າງປະເທດ ສະວິດ, ທີ່ ນະຄອນຫຼວງ ເບີນ, ເຊິ່ງສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ໃນໄລຍະຜ່ານມາ ແລະ ປືກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ, ພ້ອມທັງແລກປ່ຽນຄໍາຄິດເຫັນຕໍ່ບັນຫາສະພາບພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ. ໃນການພົບປະ, ສອງຝ່າຍ ໄດ້ຕີ​ລາ​ຄາ​ສູງ​ຕໍ່​​ສາຍ​ພົວ​ພັນມິດ​ຕະ​ພາບ ແລະ ການ​ຮ່ວມ​ມືອັນ​ດີ ລະ​ຫວ່າງ ສປປ ລາວ ແລະ ສະວິດ ຕະຫຼອດໄລຍະ 60 ກວ່າປີຜ່ານມາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ນັບຕັ້ງແຕ່ ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 4 ກັນຍາ 1963 ເປັນຕົ້ນມາ, ສປປ ລາວ ແລະ ສະ​ວິດ ໄດ້ມີການພົວພັນຮ່ວມມື​ທີ່ດີນຳກັນ ແລະ ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ສະ​ແດງ​ອອກ​ຄື ສອງ​ຝ່າຍ ໄດ້​ມີ​ການ​ແລກ​ປ່ຽນ​ການ​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະກັນ ​ຢ່າງເປັນ​ປົກ​ກະ​ຕິ ລະ​ຫວ່າງ ການນຳຂັ້ນສູງຂອງທັງສອງປະເທດ ແລະ ສະ​ວິດ ກໍ່​ສືບ​ຕໍ່ໃຫ້ການສະໜັບສະໜູນ ການພັດທະນາ ຢູ່ ສປປ ລາວ ຢ່າງຕໍ່ເນື່ອງ ບໍ່ວ່າທາງດ້ານເຕັກນິກ ກໍຄືທາງດ້ານແຫຼ່ງທຶນ ໃນຫຼາຍຂະແໜງການ ເປັນຕົ້ນ: ການ​ສຶກ​ສາ (ອາຊີວະສຶກສາ), ກະ​ສິ​ກຳ ແລະ ປ່າ​ໄມ້, ການ​ປົກ​ຄອງ, ພະ​ລັງ​ງານ​ ແລະ ບໍ່​ແຮ່, ສາ​ທາ​ລະ​ນະ​ສຸກ, ສິ່ງ​ແວດ​ລ້ອມ ແລະ ອື່ນໆ.  ພ້ອມດຽວກັນນັ້ນ, ເພື່ອເປັນການຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມື ໃນຕໍ່ໜ້າ, ສອງຝ່າຍ ເຫັນວ່າ ຈະໄດ້ເພີ່ມທະວີຊຸກຍູ້ການຮ່ວມມືທາງດ້ານການຄ້າ-ການລົງທຶນ ໃຫ້ຫຼາຍຂຶ້ນ ໂດຍສະເພາະ ຂະແໜງການທີ່ສອງຝ່າຍມີທ່າແຮງ.

   

  

   

20240226 Laos Swiss 2

  

  

ໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ມາຍັງ ລັດຖະບານ ແລະ ປະ​ຊາ​ຊົນ​ ສະ​ວິດ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ການຮ່ວມມື ແກ່ ສປປ ລາວ, ອັນໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສ້າງສາ ແລະ ພັດທະນາ ເສດຖະກິດ-ສັງຄົມ ຂອງ ​ສປປ ລາວ ຕະ​ຫຼອດໄລຍະຜ່ານ​ມາ, ພ້ອມທັງໄດ້ ເຊື້ອເຊີນ ​ທ່ານ ອິກນາຊີໂອ ກາດຊີດສ໌ ໄປຢ້ຽມຢາມ ສປປ ລາວ ​ຕື່ມ​ອີກ ໃນເວລາທີ່ສະດວກ, ໂດຍ​ສະ​ເພາະໄປ​ຢ້ຽມ​ຢາມ​​ບັນ​ດາແຂວງ​ຕ່າງໆ ທີ່​ ສະ​ວິດ ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ ແລະ ​ຖື​ໂອ​ກາດ​ທ່ອງ​ທ່ຽວແຂວງ​ດັ່ງ​ກ່າວ, ຊຶ່ງ​ປະ​ຈຸ​ບັນ​ກໍ່​ສາ​ມາດ​ ເດີນ​ທາງ​ໄປທາງພາກເໜືອ​​ໄດ້​ດ້ວຍລົດ​ໄຟ​ຄວາມ​ໄວ​ສູງ​. ພ້ອມກັນນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ແຈ້ງໃຫ້ຊາບການເປັນປະທານ ອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມການເຊື່ອມຕໍ່ພາກພື້ນ ແລະ ສ້າງຄວາມເຂັ້ມແຂງແກ່ອາຊຽນ ແລະ ເສີມຂະຫຍາຍການພົວພັນຮ່ວມມືກັບບັນດາຄູ່ຮ່ວມພັດທະນາຕ່າງໆ, ພ້ອມທັງ ເຊີນຊວນຊາວສະວິດ ໄປທ່ອງທ່ຽວລາວ ໃນໂອກາດປີທ່ອງທ່ຽວລາວ 2024 ນີ້.

   

ໃນໂອກາດຢ້ຽມຢາມ ສະມາພັນທະລັດ ສະວິດ ຢ່າງເປັນທາງການຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຄັງນີ້ ໄດ້ເປັນຂີດໝາຍອັນສຳຄັນ ໃນທ່າມກາງບັນຍາກາດທີ່ສອງປະເທດກຳລັງສະເຫຼີມສະຫຼອງ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ສະວິດ; ໃນຂະນະດຽວກັນ ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເຂົ້າຮ່ວມ ແລະ ກ່າວບົດປາໄສ ໃນວາລະອະພິປາຍ ລະດັບສູງ ຂອງກອງປະຊຸມສະພາສິດທິມະນູດ ຄັ້ງທີ 55, ທີ່ ຫ້ອງການ ສປຊ ທີ່ ເຊີແນວ ແລະ ພົບປະສອງຝ່າຍ ກັບ ທ່ານ ໂວລເກີ້ ເຕີກ, ຂ້າຫຼວງໃຫຍ່ ສປຊ ເພື່ອສິດທິມະນຸດ.

   

  

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486202
ມື້ນີ້118
ມື້ວານ215
ອາທິດນີ້1238
ເດືອນນີ້5507