ທ່ານ ນິໂກລາຍ ພຣິດສ໌ (Nicolai Prytz), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກ ດານມາກ ປະຈໍາ ສປປ ລາວ
ທ່ານ ນາງ ເມແກນ ເອລິຊ໌ເບັດ ໂຈນສ໌ (Megan Elizabeth JONES), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ
ໃນວັນທີ 22 ກຸມພາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງບັນດາທູດປະເທດເພື່ອນມິດ ຕາມລຳດັບ ຄື: 1.) ທ່ານ ນິໂກລາຍ ພຣິດສ໌ (Nicolai Prytz), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກ ດານມາກ ປະຈໍາ ສປປ ລາວ ແລະ 2.) ທ່ານ ນາງ ເມແກນ ເອລິຊ໌ເບັດ ໂຈນສ໌ (Megan Elizabeth JONES), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ, ໃນໂອກາດທີ່ຖືກແຕ່ງຕັ້ງໃຫ້ມາດໍາລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ປະຈຳ ສປປ ລາວ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານທູດທັງສອງປະເທດ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລັດຖະບານ ກໍ່ຄື ປະຊາຊົນຂອງຕົນ, ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຄົນໃໝ່ ປະຈຳ ສປປ ລາວ, ສະແດງຄວາມເຊື່ອໝັ້ນວ່າ ທ່ານທູດທັງສອງ ຈະເປັນຂົວຕໍ່ສຳຄັນຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນໃນອະນາຄົດ, ເຊິ່ງ ກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງຕ່າງໆຂອງລາວ ພ້ອມທີ່ຈະໃຫ້ການຮ່ວມມືຢ່າງໃກ້ຊິດ ເພື່ອອໍານວຍຄວາມສະດວກໃຫ້ບັນດາທ່ານທູດ ສາມາດເຮັດສໍາເລັດໜ້າທີ່ວຽກງານຂອງຕົນທີ່ໄດ້ຮັບມອບໝາຍຢ່າງມີຜົນສຳເລັດຈົບງາມ. ພ້ອມດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະເໜີໃຫ້ ທ່ານທູດທັງສອງ ຈົ່ງສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢຽມເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາການນຳຂັ້ນສູງ ໃນຕໍ່ຫນ້າ, ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະລັງງານສະອາດ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ແຮງງານ, ສາທາລະນະສຸກ ແລະ ຂົງເຂດບູລິມະສິດອື່ນໆ, ຊຸກຍູ້ຂົນຂວາຍບັນດານັກທຸລະກິດ-ນັກລົງທຶນ ແລະ ນັກທ່ອງທ່ຽວ ໃຫ້ມາ ສປປ ລາວ ຫລາຍຂຶ້ນໃນຕໍ່ຫນ້າ ເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄື ເປົ້າໝາຍການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນຊຸມປີຕໍ່ໜ້າ. ພ້ອມດຽວກັນນີ້, ກໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມການເຊື່ອມຕໍ່ພາກພື້ນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ອາຊຽນ, ເສີມຂະຫຍາຍການພົວພັນຮ່ວມມືກັບບັນດາຄູ່ຮ່ວມພັດທະນາຕ່າງໆ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອ ແລະ ການຮ່ວມມື ຈາກທ່ານທູດທັງສອງ ເພື່ອເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ປະສົບຜົນສໍາເລັດຢ່າງຈົບງາມ.
ໃນຂະນະດຽວກັນ, ທ່ານທູດທັງສອງ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ໃນໂອກາດມາປະຕິບັດຫນ້າທີ່ຢູ່ ສປປ ລາວ ຄັ້ງນີ້, ພ້ອມທັງ ໄດ້ຢືນຢັນ ຈະສຸມທຸກກຳລັງແຮງຂອງຕົນ ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ປະເທດຂອງຕົນກັບ ສປປ ລາວ ໃຫ້ຫຼາຍຂຶ້ນໃນຕໍ່ຫນ້າ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.