ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຢ້ຽມຢາມເຮັດວຽກຢູ່ ສິງກະໂປ

 

LaoSingapore 4LaoSingapore 5

LaoSingapore 2LaoSingapore 3

 

ໂດຍອີງຕາມການເຊື້ອເຊີນຂອງ ສະຖາບັນຄົ້ນຄວ້າ ກ່ຽວກັບອາຊີຕາເວັນອອກສຽງໃຕ້-ຢູຊອບ ອີຊັກ  (ISEAS-Yusof Ishak Institute) ປະເທດສິງກະໂປ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຢ້ຽມຢາມປະເທດສິງກະໂປ ໃນລະຫວ່າງວັນທີ 06-08 ທັນວາ 2023, ເຊິ່ງໃນວັນທີ 07 ທັນວາ 2023 ທ່ານຮອງນາຍົກລັດຖະມົນຕີ ໄດ້ຂຶ້້ນບັນຍາຍໃນຫົວຂໍ້: ອາຊຽນ ຄັ້ງທີ 24 (24th ASEAN Lecture) : ການກະກຽມເປັນປະທານອາຊຽນຂອງ ສປປ ລາວ ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”.

 

ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ອະທິບາຍກ່ຽວກັບເຫດຜົນໃນການເລືອກເອົາຄໍາຂວັນດັ່ງກ່າວ ກໍຄືຄວາມສໍາຄັນຂອງການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ເພື່ອຮັບປະກັນໃຫ້ແກ່ຄວາມພະຍາຍາມລວມຂອງອາຊຽນ ໃນການຮັດແໜ້ນປະຊາຄົມອາຊຽນໃນຕໍ່ໜ້າ ແລະ ເພື່ອໃຫ້ສາມາດນໍາໃຊ້ກາລະໂອກາດ ແລະ ຮັບມືກັບສິ່ງທ້າທາຍຕ່າງໆໃນປັດຈຸບັນ ແລະ ໃນອະນາຄົດ ໄດ້ຢ່າງມີປະສິດທິຜົນ. ພ້ອມດຽວກັນນີ້, ຍັງໄດ້ແຈ້ງໂດຍລວມ ກ່ຽວກັບແນວຄວາມຄິດກ່ຽວຂ້ອງກັບບູລິມະສິດ ສໍາລັບການເປັນປະທານອາຊຽນ ທີ່ ສປປ ລາວ ຈະສຸມໃສ່ໃນປີ 2024 ໂດຍສະເພາະ ແມ່ນໃນຂົງເຂດການເພີ່ມທະວີການເຊື່ອມຈອດ ແລະ ການສົ່ງເສີມຄວາມເຂັ້ມແຂງອາຊຽນ.

 

ໃນໂອກາດຢ້ຽມຢາມປະເທດສິງກະໂປຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ມີໂອກາດເຂົ້າຢ້ຽມຂໍ່ານັບ ທ່ານ ລີ ຊຽນ ລຸງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ເຊິ່ງສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນດ້ວຍໄມຕີຈິດມິດຕະພາບ ແລະ ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ເປັນຢ່າງດີ. ສອງຝ່າຍ ໄດ້ເຫັນດີເປັນເອກະພາບໃນການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະ ເທດ, ໂດຍສະເພາະ ການຮ່ວມມືດ້ານພະລັງງານ ແລະ ການສົ່ງເສີມການໄປມາຫາສູ່ຂອງປະຊາຊົນສອງຊາດ ລາວ ແລະ ສິງກະໂປ ເພື່ອເຮັດໃຫ້ການຈັດປີທ່ອງທ່ຽວລາວ 2024 ມີບັນຍາກາດຄຶກຄື້ນ ແລະ ສໍາເລັດຜົນຕາມຄາດໝາຍ.

 

ຝ່າຍລາວ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນສິງກະໂປ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດໄລຍະຜ່ານມາ, ອັນໄດ້ເປັນການສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ, ໂດຍສະເພາະ ການພັດທະນາຊັບພະຍາກອນມະນຸດ, ລວມທັງການສະໜັບສະໜູນບັນດາຂົງເຂດບູລິມະສິດຂອງ ສປປ ລາວ ສໍາລັບການເປັນປະທານອາຊຽນ 2024 ພ້ອມທັງການສະໜັບສະໜູນການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງລະຫວ່າງກັນ ອັນຈະເປັນຂີດໝາຍອັນສໍາຄັນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສິງກະໂປ ຄົບຮອບ 50 ປີ ໃນປີ 2024 ທີ່ຈະມາເຖິງນີ້.

 

ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະກັບ ທ່ານ Heng Swee Keat, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຮັບຜິດຊອບປະສານງານດ້ານນະໂຍບາຍເສດຖະກິດ ແລະ ຢ້ຽມຢາມ ສູນ SEAMEO RELC (Southeast Asian Ministers of Education Organization Regional Language Center), ເຊິ່ງໄດ້ພົບປະໂອ້ລົມກັບບັນດາການນໍາຂັ້ນສູງຂອງລາວທີ່ກໍາລັງເຂົ້າຮ່ວມການຝຶກອົບຮົມພາສາອັງກິດ ໃນລະຫວ່າງວັນທີ 27 ພະຈິກ - 22 ທັນວາ 2023 ຢູ່ ສູນດັ່ງກ່າວ.

 

ບົດຂ່າວອື່ນໆ

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508936
ມື້ນີ້68
ມື້ວານ263
ອາທິດນີ້1589
ເດືອນນີ້7326