ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ຢ້ຽມຂໍ່ານັບການນໍາຂັ້ນສູງຫວຽດນາມ

  

  

20231122 Lao DPM VM LD 2

20231122 Lao DPM VM LD 3

20231122 Lao DPM VM LD 5

ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ຢ້ຽມຂໍ່ານັບ ສະຫາຍ ຫວໍ້ ວັນ ເຖື່ອງ, ປະທານປະເທດ ແຫ່ງ ສສ ຫວຽດນາມ

       

     

      

ໃນຕອນບ່າຍຂອງວັນທີ 22 ພະຈິກ 2023, ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫວໍ້ ວັນ ເຖື່ອງ, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດນໍາພາຄະນະເດີນທາງຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 10 ລະຫວ່າງສອງກະຊວງນການຕ່າງປະເທດ ລາວ-ຫວຽດນາມ ໃນລະຫວ່າງວັນທີ 21-23 ພະຈິກ 2023.

  

ໃນໂອກາດນີ້, ສະຫາຍ ການນໍາຂັ້ນສູງຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບດ້ວຍໄມຕີຈິດມິດຕະພາບອັນສະໜິດສະໜົມ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສສ ຫວຽດນາມ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ແລະ ຄະນະ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ. ໃນຂະນະດຽວກັນ, ສະຫາຍ ສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ເຊິ່ງສະແດງເຖິງຄວາມເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນຕໍ່ສາຍພົວພັນພິເສດສອງປະເທດ ລາວ-ຫວຽດນາມ, ທັງຍັງເປັນການສະແດງເຖິງຄວາມມີຊີວິດຊີວາຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງຊາດ ລາວ-ຫວຽດນາມ. ພ້ອມນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ນໍາເອົາຄໍາຢື້ຢາມຖາມຂ່າວອັນສະໜິດສະໜົມ ຈາກ ສະຫາຍ ປະທານປະເທດ ທອງລຸນ ສີສຸລິດ; ສະຫາຍ ປະທານສະພາ ໄຊສົມພອນ ພົມວິຫານ ແລະ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ການນໍາສະຫາຍອື່ນໆ ເຖິງ ສະຫາຍ ປະທານປະເທດ ຫວໍ້ ວັນ ເຖື່ອງ ແລະ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ລວມໄປເຖິງການນໍາພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງທຸກຖ້ວນໜ້າ ແລະ ຍັງໄດ້ແຈ້ງໃຫ້ຊາບເຖິງຜົນຂອງການປຶກສາຫາລືກັບ ສະຫາຍ ລັດຖະມົນຕີ ບຸ່ຍ ແທັງ ເຊີນ ກ່ຽວກັບ ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ, ໂດຍສະເພາະແມ່ນການພົວພັນຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ໃນກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 10 ລະຫວ່າງສອງກະຊວງນການຕ່າງປະເທດ ລາວ-ຫວຽດນາມ.

    

    

    

20231122 Lao DPM VM LD 6

20231122 Lao DPM VM LD 7

20231122 Lao DPM VM LD 9

ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ຢ້ຽມຂໍ່ານັບ  ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

    

        

  

ໃນໂອກາດດຽວກັນນີ້, ສອງຝ່າຍ ຍັງໄດ້ເປັນເອກະພາບກັນຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ, ເຊິ່ງການພົວພັນຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ຂອງສອງປະເທດ ໄດ້ຮັບການເພີ່ມທະວີ ແລະ ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນໃນທຸກຂົງເຂດ; ການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງຄະນະຜູ້ແທນຂັ້ນຕ່າງໆມີຢ່າງເປັນປົກກະຕິ ແຕ່ສູນກາງຮອດທ້ອງຖິ່ນ; ການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງລະຫວ່າງສອງກົມການເມືອງ ກໍ່ຄືຜົນຂອງກອງປະຊຸມຄະນະກໍາມະການຮ່ວມມືສອງລັດຖະບານ ຄັ້ງທີ 45 ກໍເຫັນໄດ້ວ່າມີປະສີດພາບ ແລະ ປະສິດທິຜົນ; ໂດຍສະເພາະແມ່ນທ້າຍປີນີ້ຮອດຕົ້ນປີ 2024, ສອງປະເທດພວມກະກຽມໃຫ້ແກ່ການພົບປະລະຫວ່າງສອງກົມການເມືອງ, ກອງປະຊຸມຄະນະກຳມະການຮ່ວມມື ລະຫວ່າງສອງລັດຖະບານ ຄັ້ງທີ 46 ທີ່ ຈະມີຂຶ້ນຢູ່ ສສ ຫວຽດນາມ. ພ້ອມນີ້, ສະຫາຍ ປະທານປະເທດ ແລະ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຍັງໄດ້ຢືນຢັນຄືນວ່າ ຈະໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການເປັນປະທານ ອາຊຽນ ໃນປີ 2024 ນີ້.  

  

  

 

ບົດຂ່າວອື່ນໆ

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508888
ມື້ນີ້20
ມື້ວານ263
ອາທິດນີ້1541
ເດືອນນີ້7278