ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ກຽມພ້ອມຈະເປັນປະທານອາຊຽນ ໃນປີ 2024

  

  

20231117 ASEAN 2024 Interview 2

20231117 ASEAN 2024 Interview 4

   

   

ໃນວັນທີ 17 ພະຈິກ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ທັງເປັນຜູ້ປະຈໍາການຄະນະກໍາມະການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນລາວ ແລະ ສື່ມວນຊົນຕ່າງປະເທດ ກ່ຽວກັບ ການກະກຽມຄວາມພ້ອມຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ລາຍລະອຽດມີດັ່ງຕໍ່ໄປນີ້:

  

  

ຖາມ 1: ຂໍໃຫ້ທ່ານ ຍົກໃຫ້ເຫັນເຖິງ ການປະກອບສ່ວນອັນສໍາຄັນ ຂອງ ສປປ ລາວ ໃນວຽກງານອາຊຽນ ນັບຕັ້ງແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນປີ 1997 ເປັນຕົ້ນມາ?

  

ຕອບ:

          ການທີ່ປະເທດລາວເປັນປະເທດສະມາຊິກຂອງອາຊຽນ, ໃນຕະຫຼອດໄລຍະທີ່ຜ່ານມາ ແນ່ນອນ ພວກເຮົາໄດ້ປະກອບສ່ວນຫຼາຍສິ່ງຫຼາຍຢ່າງ, ໂດຍສະເພາະການເປັນປະທານອາຊຽນ. ສະມາຊິກອາຊຽນ ຕ້ອງປະຕິບັດຕາມພັນທະທີ່ໄດ້ກໍານົດໄວ້ໃນກົດບັດຂອງອາຊຽນ ຈະເປັນການປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນຂອງ ສປປ ລາວ. ຕະຫຼອດໄລຍະຜ່ານມາ, ພວກເຮົາກໍ່ໄດ້ເຄີຍເປັນປະທານອາຊຽນ 2 ຄັ້ງແລ້ວ ຄື: ໃນປີ 2004-2005 ເປັນຄັ້ງທໍາອິດ, ເຊິ່ງລາວເຂົ້າເປັນສະມາຊິກອາຊຽນ ບໍ່ທັນຮອດ 10 ປີ ລາວເຮົາກໍ່ໄດ້ເປັນປະທານອາຊຽນ; ຄັ້ງທີ 2 ແມ່ນປີ 2016. ສະນັ້ນ, ການເປັນປະທານອາຊຽນແຕ່ລະຄັ້ງ ແມ່ນພວກເຮົາໄດ້ດໍາເນີນບົດບາດຫຼາຍຢ່າງ ເປັນຕົ້ນ ບົດບາດໃນການນໍາພາ, ບົດບາດໃນການຕາງໜ້າໃຫ້ອາຊຽນ ເພື່ອເຂົ້າຮ່ວມບັນດາກົນໄກໃນເວທີຕ່າງໆ ຢູ່ໃນພາກພື້ນ ແລະ ສາກົນ. ສະນັ້ນ, ເວົ້າໄດ້ວ່າ ລາວ ໃນຖານະທີ່ເປັນສະມາຊິກອາຊຽນ ໄດ້ປະກອບສ່ວນຢ່າງຫ້າວຫັນ ໃນການສ້າງປະຊາຄົມເສດຖະກິດອາຊຽນ ໃນປີ 2015 ກ່ອນທີ່ລາວຈະເປັນປະທານອາຊຽນ. ທາງດ້ານເສດຖະກິດ, ເຖິງວ່າ ລາວ ຍັງເປັນປະເທດດ້ອຍພັດທະນາ ແລະ ເປັນປະເທດທີ່ມີເສດຖະກິດນ້ອຍກວ່າໝູ່ຢູ່ໃນປະເທດອາຊຽນ, ແຕ່ພວກເຮົາກໍ່ໄດ້ມີການເຄື່ອນໄຫວຢ່າງຫ້າວຫັນ ໃນການໂຄສະນາເຜີຍແຜ່ວິໄສທັດຂອງອາຊຽນ ເປັນຕົ້ນແມ່ນການສ້າງປະຊາຄົມເສດຖະກິດອາຊຽນ, ໄດ້ຂົນຂວາຍ ແລະ ເຮັດວຽກຢ່າງເອົາໃຈໃສ່ ໃນການຮ່ວມມືກັບບັນດາຄູ່ຮ່ວມພາຍນອກຂອງອາຊຽນຕ່າງໆ. ສະນັ້ນ, ເຖິງວ່າການປະກອບສ່ວນ ໃນສ່ວນໃດສ່ວນໜຶ່ງ ໃນຖານະທີ່ເປັນສະມາຊິກອາຊຽນ ເປັນປະເທດນ້ອຍ, ແຕ່ວ່າໂດຍລວມແລ້ວ ຜ່ານມາພວກເຮົາໄດ້ເຄື່ອນໄຫວຢ່າງຫ້າວຫັນ. ທາງດ້ານການເມືອງຄວາມໝັ້ນຄົງ, ລາວ ກໍ່ເປັນປະເທດໜຶ່ງທີ່ປະຕິບັດນະໂຍບາຍສັນຕິພາບ ແລະ ການຮ່ວມມື. ອັນນີ້ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສ້າງເຮັດໃຫ້ອາຊຽນ ຫຼິ້ນບົດບາດສໍາຄັນໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນການສົ່ງເສີມ ແລະ ປົກປ້ອງສັນຕິພາບ ແລະ ຄວາມໝັ້ນຄົງຢູ່ໃນໂລກ. ການປະກອບສ່ວນຂອງລາວ ໃນອາຊຽນ ໃນຂົງເຂດວັດທະນະທໍາ-ສັງຄົມ ກໍ່ມີຫຼາຍ, ພວກເຮົາບໍ່ພຽງແຕ່ສົ່ງເສີມການຮ່ວມມືທາງດ້ານວັດທະນະທໍາ-ສັງຄົມເທົ່ານັ້ນ, ແຕ່ພວກເຮົາຍັງມີການຊ່ວຍກັນເຜີຍແຜ່ວັດທະນະທໍາ-ສັງຄົມ ແລະ ຮີດຄອງປະເພນີຂອງບັນດາປະເທດສະມາຊິກອາຊຽນຂອງພວກເຮົາ. ສະນັ້ນ, ສະຫຼຸບລວມແລ້ວ ໃນຕະຫຼອດໄລຍະທີ່ຜ່ານມາ ໃນຖານະທີ່ລາວເຂົ້າເປັນສະມາຊິກຂອງອາຊຽນ ພວກເຮົາກໍ່ໄດ້ເຮັດສຸດຄວາມສາມາດ ປະກອບສ່ວນຢ່າງຫ້າວຫັນ ບໍ່ວ່າຈະຢູ່ໃນຂົງເຂດວັດທະນະທໍາ-ສັງຄົມ, ຂົງເຂດເສດຖະກິດ ແລະ ຂົງເຂດການເມືອງຄວາມໝັ້ນຄົງ. ສະນັ້ນ, ພວກເຮົາກໍ່ຕ້ອງມີຄວາມປະທັບໃຈ ແລະ ພູມໃຈ ໃນການເປັນສະມາຊິກອາຊຽນຂອງພວກເຮົາ ໃນຕະຫຼອດໄລຍະຜ່ານມາ.

  

  

ຖາມ 2: ການເປັນປະທານອາຊຽນຄັ້ງທໍາອິດ ແລະ ຄັ້ງທີ 2 ແມ່ນພວກເຮົາໄດ້ເຮັດສໍາເລັດ, ມາເຖິງຄັ້ງທີ 3 ຄວາມຄືບໜ້າຂອງການກະກຽມເປັນປະທານອາຊຽນ ຫຼາຍຄົນກໍ່ໄດ້ຕິດຕາມຢ່າງໃກ້ຊິດວ່າ ພວກເຮົາມີການກະກຽມຄວາມພ້ອມຄືແນວໃດແດ່?

  

ຕອບ:

          ປີ 2024 ນີ້ ອີກບໍ່ພໍເທົ່າໃດອາທິດ ຫຼື ປະມານເດືອນກວ່າ, ລາວເຮົາ ກໍ່ຈະໄດ້ຖືວ່າເປັນປະທານອາຊຽນຢ່າງເຕັມຮູບແບບ. ພິທີການມອບການເປັນປະທານອາຊຽນໄດ້ຈັດຂຶ້ນແລ້ວ ຢູ່ທີ່ນະຄອນຫຼວງຈາກາກຕາ, ອິນໂດເນເຊຍ, ເຊິ່ງລາວເຮົາໄດ້ຮັບການເປັນປະທານອາຊຽນຈາກອິນໂດເນເຊຍແລ້ວ, ແຕ່ມື້ທີ່ວ່າພວກເຮົາຈະເລີ່ມເປັນປະທານອາຊຽນແທ້ໆ ແມ່ນວັນທີ 01 ມັງກອນ 2024 ເປັນຕົ້ນໄປ. ສະນັ້ນ, ມາຮອດດຽວນີ້ ການກະກຽມຂອງພວກເຮົາກໍ່ຖືວ່າເກືອບເຕັມ 100% ແລ້ວ, ມື້ນີ້ເອງ ຂ້າພະເຈົ້າ ກໍ່ໄດ້ເປັນປະທານກອງປະຊຸມ, ໃນຖານະທີ່ເປັນຮອງປະທານ, ຜູ້ປະຈໍາການຄະນະຊີ້ນໍາລະດັບຊາດ ກໍ່ໄດ້ປະຊຸມກັນ ເພື່ອທົບທວນຄືນໝົດ ແລະ ກວດກາບັນດາໜ້າວຽກຕ່າງໆ ທີ່ແຕ່ລະອະນຸກໍາມະການໄດ້ຈັດຕ້ັງປະຕິບັດມາ, ເຊິ່ງຕະຫຼອດໄລຍະທີ່ຜ່ານມາ ພວກເຮົາໄດ້ເລີ່ມການກະກຽມໃຫ້ແກ່ການເປັນປະທານອາຊຽນ ຕັ້ງແຕ່ປີ 2021 ເປັນຕົ້ນມາ. ໃນໄລຍະ 2 ປີ ຜ່ານມາ, ພວກເຮົາກໍ່ໄດ້ມີການແຕ່ງຕັ້ງອະນຸກໍາມະການທີ່ຮັບຜິດຊອບແຕ່ລະໜ້າວຽກ ທັງໝົດ 14 ອະນຸກໍາມະການ. ສະນັ້ນ, ມື້ນີ້ ກອງປະຊຸມກໍ່ໄດ້ສະຫຼຸບຕີລາຄາວ່າ ພວກເຮົາສາມາດກະກຽມໄດ້ເກືອບ 100% ແລ້ວ, ມີແຕ່ວ່າຮອດວັນທີ 01 ມັງກອນ 2024 ເປັນຕົ້ນໄປ ພວກເຮົາກໍ່ຈະເລີ່ມປະຕິບັດໜ້າທີ່ການເປັນປະທານອາຊຽນ. ສະນັ້ນ, ມາຮອດປັດຈຸບັນນີ້ ກໍ່ຖືວ່າ ພວກເຮົາມີຄວາມພ້ອມຫຼາຍ, ມີແຕ່ບາງວຽກທີ່ພວກເຮົາຈະຕ້ອງໄດ້ສືບຕໍ່ກະກຽມ ເພາະວ່າບາງວຽກກໍ່ຕ້ອງເຮັດໃຫ້ແລ້ວກ່ອນເປັນປະທານອາຊຽນ, ແຕ່ບາງວຽກກໍ່ຍັງເປັນວຽກທີ່ຈະສືບຕໍ່ປະຕິບັດ ໃນເວລາພວກເຮົາເປັນປະທານອາຊຽນ ເຊັ່ນວ່າ ສະຖານທີ່ພັກເຊົາ, ສະຖານທີ່ຈັດກອງປະຊຸມ, ການອໍານວຍຄວາມສະດວກຕ່າງໆໃຫ້ຄະນະຜູ້ແທນສະມາຊິກອາຊຽນ ກໍ່ຄື ຄູ່ຮ່ວມເຈລະຈາ ມາເຂົ້າຮ່ວມກອງປະຊຸມ, ກໍ່ເຫັນວ່າ ພວກເຮົາມີຄວາມພ້ອມ.

  

   

ຖາມ 3: ໃນນາມທີ່ເຮົາເປັນປະທານອາຊຽນ, ເຮົາເບິ່ງເຫັນເປັນກາລະໂອກາດ ແລະ ສິ່ງທ້າທາຍແນວໃດ ສໍາລັບ ສປປ ລາວ ຂອງພວກເຮົາ?

   

ຕອບ:

          ການເປັນປະທານອາຊຽນນີ້ ພວກເຮົາກໍ່ເປັນ 2 ຄັ້ງຜ່ານມາແລ້ວ, ຖືວ່າພວກເຮົາກໍ່ໄດ້ຖອດຖອນບົດຮຽນ, ໄດ້ມີບົດຮຽນ ມີປະສົບການສ່ວນໃດສ່ວນໜຶ່ງແລ້ວ. ສໍາລັບປີ 2024​ ທີ່ຈະມາເຖິງນີ້, ພວກເຮົາກໍ່ເບິ່ງເຫັນກາລະໂອກາດທີ່ສໍາຄັນ, ການເປັນປະທານອາຊຽນຂອງພວກເຮົາ ພໍດີຖືກກັບທີ່ ສປປ ລາວ ປະກາດເປັນປີທ່ອງທ່ຽວລາວ 2024, ເຊິ່ງອັນນີ້ແມ່ນໂອກາດສໍາຄັນ ທີ່ພວກເຮົາຈະສາມາດໂຄສະນາເຜີຍແຜ່ ສປປ ລາວ ຂອງພວກເຮົາ ບໍ່ວ່າຈະເປັນໃນວຽກງານວັດທະນະທໍາ-ສັງຄົມ ແລະ ດຶງດູດນັກທ່ອງທ່ຽວ; ເປັນໂອກາດທີ່ພວກເຮົາຈະສ້າງບົດບາດຂອງພວກເຮົາຢູ່ໃນເວທີພາກພື້ນ ແລະ ສາກົນ, ເພາະວ່າການເປັນປະທານອາຊຽນ ບໍ່ແມ່ນພຽງແຕ່ເປັນຮູບແບບ, ແຕ່ແມ່ນການປະກອບສ່ວນຢ່າງຫ້າວຫັນ ເຮັດແນວໃດພວກເຮົາຊິນໍາພາອາຊຽນ ສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເປັນຮູບປະທໍາ. ດຽວນີ້ພວກເຮົາໄດ້ມີປະຊາຄົມເສດຖະກິດອາຊຽນແລ້ວ, ແຕ່ວ່າສິ່ງທີ່ຈະເປັນຮູບປະທໍາທີ່ສໍາພັດໄດ້ຕົວຈິງນັ້ນ ຍັງບໍ່ຫຼາຍ. ສະນັ້ນ, ນີ້ເປັນໂອກາດດີ ທີ່ພວກເຮົາຈະສ້າງບົດບາດ, ຖ້າວ່າພວກເຮົາສາມາດນໍາພາອາຊຽນ ບັນລຸອັນໃດອັນໜຶ່ງ ທີ່ເຫັນປະຈັກຕາ ກໍ່ຈະສະແດງໃຫ້ເຫັນເຖິງວ່າ ພວກເຮົາມີບົດບາດທີ່ໂດດເດັ່ນໃນການເປັນປະທານອາຊຽນ. ນອກຈາກນັ້ນ, ພວກເຮົາກໍ່ຈະຖືເອົາກາລະໂອກາດດັ່ງກ່າວນີ້ ໃນການໂຄສະນານະໂຍບາຍ, ຈະເປັນນະໂຍບາຍການຕ່າງປະເທດຂອງພັກ-ລັດເຮົາ ຫຼືວ່າ ເປັນນະໂຍບາຍການສົ່ງເສີມການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ລະຫວ່າງ ລາວ ແລະ ປະເທດຕ່າງໆຢູ່ໃນໂລກ, ເພາະວ່າການເປັນປະທານອາຊຽນນີ້, ລາວຖືວ່າຈະຢູ່ໃນຈຸດສໍາຄັນ ຈຸດສົນໃຈຂອງວົງຄະນະຍາດສາກົນ, ເຊິ່ງອັນນີ້ຈະເປັນກາລະໂອກາດທີ່ສໍາຄັນທີ່ສຸດ ໃນການສົ່ງເສີມການທ່ອງທ່ຽວ, ການດຶງດູດການລົງທຶນຂອງຕ່າງປະເທດ, ການຮ່ວມມືທາງດ້ານການຄ້າ ລະຫວ່າງ ລາວ ກັບປະເທດຕ່າງໆຢູ່ໃນໂລກ. ອັນນັ້ນແມ່ນກາລະໂອກາດສໍາຄັນ, ແຕ່ທັງໝົດນີ້ ມັນຕ້ອງຮຽກຮ້ອງເຖິງການປະກອບສ່ວນສໍາຄັນຂອງທຸກຄົນຢູ່ໃນສັງຄົມ ຈະເປັນພາກລັດ, ພາກເອກະຊົນ ຫຼືວ່າ ປະຊາຊົນທົ່ວໄປໃນສັງຄົມພວກເຮົາ ຕັ້ງແຕ່ສູນກາງລົງຮອດທ້ອງຖິ່ນ ຕ້ອງໄດ້ຊ່ວຍກັນປະກອບສ່ວນເຮັດແນວໃດ ໃຫ້ການເປັນປະທານອາຊຽນຂອງພວກເຮົານີ້ ບັນລຸຕາມຈຸດປະສົງ, ລະດັບຄາດໝາຍ ແລະ ເຮັດໃຫ້ພວກເຮົາໄດ້ຮັບຜົນປະໂຫຍດຕົວຈິງໃນການເປັນປະທານອາຊຽນ.

  

  

ຖາມ 4: ເຮົາພ້ອມແລ້ວຫຼືຍັງ ມາຮອດປັດຈຸບັນນີ້ ສໍາລັບການເປັນປະທານອາຊຽນ?

  

ຕອບ:

          ຂ້າພະເຈົ້າຂໍຢືນຢັນວ່າ ພວກເຮົາພ້ອມແລ້ວ ທີ່ຈະເປັນປະທານອາຊຽນ ຈະເປັນທາງດ້ານເນື້ອໃນ, ພິທີການ, ການຈັດຕັ້ງ, ການກະກຽມຕ້ອນຮັບ ບັນດາແຂກຕ່າງປະເທດ, ສະມາຊິກອາຊຽນ ແລະ ຄູ່ຮ່ວມພັດທະນາຕ່າງໆ ທີ່ຈະເຂົ້າຮ່ວມກອງປະຊຸມ ໃນປີ 2024 ທີ່ຈະມາເຖິງນີ້.

  

  

  20231117 ASEAN 2024 Interview 1

20231117 ASEAN 2024 Interview 3

  

  

  

ຖາມ 5: ເປັນຫຍັງ ຫົວຂໍ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ຈຶ່ງຖືກຄັດເລືອກມາເປັນຫົວຂໍ້ຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44?

  

ຕອບ:

          ຫົວຂໍ້ຂອງການເປັນປະທານອາຊຽນຂອງພວກເຮົາ ມັນສອດຄ່ອງກັບສະພາບທີ່ເກີດຂຶ້ນ ຢູ່ໃນພາກພື້ນ ແລະ ສາກົນ ຢູ່ໃນປັດຈຸບັນນີ້. ອັນທີໜຶ່ງ ແມ່ນ “ການເຊື່ອມໂຍງ-ການເຊື່ອມຈອດ” ພາສາອັງກິດວ່າ Connectivity, ອັນນີ້ມັນຖືກກັບຊ່ວງເວລາ ທີ່ອາຊຽນກໍາລັງຈັດຕັ້ງປະຕິບັດ ແຜນແມ່ບົດ ວ່າດ້ວຍ ການເຊື່ອມຈອດຂອງອາຊຽນ. ສະນັ້ນ, ລາວພວກເຮົາ ເປັນປະເທດທີ່ຢູ່ໃຈກາງຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເຖິງວ່າພວກເຮົາບໍ່ແມ່ນປະເທດທີ່ມີຊາຍແດນຕິດຈອດກັບທະເລ, ແຕ່ວ່າພວກເຮົາແມ່ນຈຸດໃຈກາງ. ສະນັ້ນ, ການເອົາຫົວຂໍ້ ການເຊື່ອມຈອດ ເປັນຫົວຂໍ້ຂອງປະທານອາຊຽນຂອງພວກເຮົາ ມັນຕອບສະໜອງບໍ່ສະເພາະແຕ່ອາຊຽນ, ແຕ່ໃນເວລາດຽວກັນນັ້ນ ໃນຖານະທີ່ພວກເຮົາເປັນປະເທດທີ່ບໍ່ມີຊາຍແດນຕິດທະເລ ມັນກໍ່ຕອບສະໜອງຕໍ່ຈຸດປະສົງ ແລະ ເປົ້າໝາຍວິໄສທັດຂອງພັກຂອງລັດພວກເຮົາ ທີ່ຈະຫັນປະເທດຂອງເຮົາ ຈາກປະເທດທີ່ບໍ່ມີຊາຍແດນຕິດທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ. ຄືໃນປັດຈຸບັນ ພວກເຮົາກໍ່ມີເສັ້ນທາງລົດໄຟ, ພວກເຮົາມີແຜນຈະສ້າງແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ, ແລວເສດຖະກິດ ເໜືອ-ໃຕ້, ເຊິ່ງທັງໝົດນີ້ເປັນການປະກອບສ່ວນໂດຍລວມ ຕໍ່ການບັນລຸເປົ້າຫມາຍຂອງວິໄສທັດອາຊຽນ ວ່າດ້ວຍ ການເຊື່ອມໂຍງເຊື່ອມຈອດ; ສະນັ້ນ, ຈຸດນີ້ມັນສອດຄ່ອງກັບສະພາບປັດຈຸບັນທີ່ສຸດ. ອັນທີສອງ ແມ່ນ “ຄວາມເຂັ້ມແຂງ”, ເພີ່ມທະວີ ແລະ ສ້າງຄວາມເຂັ້ມແຂງຂອງອາຊຽນ ໃນສະພາບຂອງໂລກ ທີ່ມີຄວາມຂັດແຍ່ງກັນຫຼາຍດ້ານ. ຄວາມເຂັ້ມແຂງຂອງອາຊຽນ ເປັນສິ່ງທີ່ສໍາຄັນທີ່ສຸດ ໃນປັດຈຸບັນ, ຖ້າວ່າອາຊຽນບໍ່ມີຄວາມເຂັ້ມແຂງ ອາຊຽນບໍ່ມີຄວາມເປັນປຶກແຜ່ນຈິດໜຶ່ງໃຈດຽວ ບໍ່ມີຄວາມເປັນເອກະພາບກັນ, ແນ່ນອນມັນກໍ່ຈະມີຜົນກະທົບຕໍ່ບົດບາດຂອງອາຊຽນ ຢູ່ໃນພາກພື້ນ ແລະ ສາກົນ. ຄືພວກເຮົາຮູ້ໃນປັດຈຸບັນນີ້ ອາຊຽນເປັນອົງການຈັດຕັ້ງລະຫວ່າງລັດຖະບານ ລະດັບພາກພື້ນອັນໜຶ່ງຢູ່ໃນໂລກ ທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ. ບັນດາປະເທດມະຫາອໍານາດໃນໂລກ ແມ່ນຢາກມີການຮ່ວມມືໂດຍກົງກັບອາຊຽນ ແລະ ໄດ້ສະເໜີຂໍເປັນຄູ່ຮ່ວມເຈລະຈາກັບອາຊຽນ. ຖ້າພວກເຮົາມາເບິ່ງບັນດາປະເທດຄູ່ຮ່ວມເຈລະຈາຂອງອາຊຽນ, ເຊິ່ງປັດຈຸບັນນີ້ມີ 11 ປະເທດແລ້ວ. ນອກຈາກນັ້ນ, ຍັງມີອີກຫຼາຍປະເທດ ທີ່ສະເໜີຂໍເຂົ້າເປັນຄູ່ຮ່ວມເຈລະຈາຂອງປະເທດອາຊຽນ. ອັນນັ້ນມັນສະແດງໃຫ້ເຫັນວ່າ ອາຊຽນມີຄວາມສໍາຄັນ, ມີບົດບາດຕໍ່ບັນດາປະເທດຕ່າງໆຢູ່ໃນໂລກ ໂດຍສະເພາະແມ່ນປະເທດທີ່ໃຫຍ່, ປະເທດມະຫາອໍານາດ. ສະນັ້ນ, ຂ້າພະເຈົ້າຄິດວ່າ ການເພີ່ມທະວີຄວາມເຂັ້ມແຂງຂອງອາຊຽນ ມີຄວາມສໍາຄັນ, ຖ້າວ່າອາຊຽນບໍ່ເຂັ້ມແຂງ ອາຊຽນຈະບໍ່ມີບົດບາດ. ດັ່ງນັ້ນ, ສອງຈຸດສອງປະເດັນ, ການເຊື່ອມຈອດ ແລະ ການສ້າງຄວາມເຂັ້ມແຂງຂອງອາຊຽນ ຈຶ່ງແມ່ນຫົວຂໍ້ທີ່ສໍາຄັນທີ່ສຸດ. ຖ້າວ່າລາວ ສາມາດບັນລຸໄດ້ບັນດາເປົ້າໝາຍ ທີ່ຂ້າພະເຈົ້າເວົ້າມາທັງສອງອັນຂ້າງເທິງ ໃນເວລາລາວເປັນປະທານອາຊຽນ, ອັນນີ້ມັນຈະເຮັດໃຫ້ລາວ ແຮງຍິ່ງມີບົດບາດສໍາຄັນ ຢູ່ໃນພາກພື້ນ ແລະ ສາກົນ, ເຂົາຍິ່ງຈະໃຫ້ຄວາມສໍາຄັນ ແລະ ເຫັນວ່າ ລາວມີຄວາມສາມາດໃນການເປັນປະທານອາຊຽນ. ສະນັ້ນ, ຫົວຂໍ້ທີ່ພວກເຮົາເລືອກມາເປັນຫົວຂໍ້ຂອງປະທານອາຊຽນນີ້ ຈຶ່ງມີຄວາມສໍາຄັນຄືແນວນັ້ນ, ພວກເຮົາຈຶ່ງໄດ້ເລືອກເອົາຫົວຂໍ້ນີ້.

  

  

ຖາມ 6: ທ່ານຢາກຝາກຂໍ້ຄວາມຫຍັງເຖິງປະຊາຊົນລາວບັນດາເຜົ່າ ກໍ່ຄື ປະຊາຄົມໃນພາກພື້ນອາຊຽນ ໃນນາມທີ່ເຮົາເປັນປະທານອາຊຽນໃນປີ 2024 ນີ້?

  

ຕອບ:

          ໃນຖານະທີ່ລາວ ເປັນປະທານອາຊຽນ 2024 ນີ້, ສໍາລັບ ສປປ ລາວ ຂອງພວກເຮົາ, ຂ້າພະເຈົ້າກໍ່ຢາກສະເຫນີ ແລະ ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມລາວ, ຈະເປັນພາກລັດ, ພາກເອກະຊົນ ແລະ ພໍ່ແມ່ປະຊາຊົນ ຕັ້ງແຕ່ສູນກາງຈົນຮອດທ້ອງຖິ່ນ ຈົ່ງພ້ອມກັນສະໜັບສະໜູນ, ໃຫ້ການຮ່ວມໄມ້ຮ່ວມມື ເພື່ອເຮັດແນວໃດໃຫ້ການເປັນປະທານອາຊຽນຂອງພວກເຮົາ ສາມາດບັນລຸຈຸດປະສົງ ແລະ ເປົ້າໝາຍທີ່ພວກເຮົາວາງອອກ. ການເປັນປະທານອາຊຽນ ບໍ່ແມ່ນພວກເຮົາຈະໄດ້ເປັນທຸກປີ, 10 ປີ ພວກເຮົາຈັ່ງໄດ້ເປັນເທື່ອໜຶ່ງ. ອັນນີ້ມັນເປັນໂອກາດດີຂອງພວກເຮົາ ທີ່ຈະເຮັດໃຫ້ພວກເຮົາມີບົດບາດ ແລະ ຍາດແຍ່ງເອົາກາລະໂອກາດທາງດ້ານເສດຖະກິດ, ການເມືອງ, ຄວາມໝັ້ນຄົງ ແລະ ວັດທະນະທໍາ-ສັງຄົມ ເພື່ອນໍາມາສ້າງປະເທດຊາດຂອງພວກເຮົາ ໃຫ້ຈະເລີນຮຸ່ງເຮືອງ ແລະ ຜ່ານຜ່າບັນດາອຸປະສັກທີ່ພວກເຮົາກໍາລັງປະເຊີນຢູ່ໃນປັດຈຸບັນ. ສະນັ້ນ, ການປະກອບສ່ວນຂອງສັງຄົມ ມີຄວາມສໍາຄັນຫຼາຍ. ອີກຢ່າງໜຶ່ງ ປີ 2024 ນີ້, ນອກຈາກລາວເປັນປະທານອາຊຽນແລ້ວ ພວກເຮົາຍັງໄດ້ປະກາດປະເທດເປັນປີທ່ອງທ່ຽວລາວ. ສະນັ້ນ, ໃນສອງອັນນີ້ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມພວກເຮົາ ປະກອບສ່ວນຢ່າງຫ້າວຫັນ, ປະກອບສ່ວນຕາມຄວາມຮູ້ຄວາມສາມາດ ຕາມປະສົບການຂອງຕົນ. ຂ້າພະເຈົ້າຫວັງວ່າ ທຸກຝ່າຍຈະ ໃຫ້ການຮ່ວມໄມ້ຮ່ວມມື ແລະ ປະກອບສ່ວນຢ່າງເຕັມທີ່. ສໍາລັບ ປະເທດອາຊຽນ, ຂ້າພະເຈົ້າ ກໍ່ຈະສືບຕໍ່ຮ່ວມມື ແລະ ເຮັດວຽກຢ່າງຫ້າວຫັນ ກັບບັນດາປະເທດສະມາຊິກອາຊຽນ, ພວກເຮົາຈະອີງໃສ່ບົດຮຽນປະສົບການ ແລະ ບັນດາການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ ອິນໂດເນເຊຍ ປະທານອາຊຽນໃນປີ 2023 ໄດ້ສ້າງໄວ້. ອີງໃສ່ພື້ນຖານໂຕນີ້ ເພື່ອເຮັດແນວໃດໃຫ້ເປົ້າໝາຍ ກໍ່ຄື ຫົວຂໍ້ຂອງການເປັນປະທານອາຊຽນຂອງລາວ ໃນປີ 2024 ນີ້ ໄດ້ຮັບການຈັດຕັ້ງປະຕິບັດຢ່າງສົມບູນ ໂດຍສອດຄ່ອງກັບບັນດາຫົວຂໍ້ ແລະ ເປົ້າໝາຍຕ່າງໆ ທີ່ບັນດາປະເທດອາຊຽນ ທີ່ເຄີຍເປັນປະທານອາຊຽນມາກ່ອນເຮົາ ໃຫ້ມັນໂລ່ງລ່ຽນ ແລະ ນໍາຜົນປະໂຫຍດຕົວຈິງ ມາສູ່ ປະຊາຊົນລາວ ກໍ່ຄື ບັນດາປະເທດອາຊຽນທັງໝົດ.

  

  

ບົດຂ່າວອື່ນໆ

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508868
ມື້ນີ້0
ມື້ວານ263
ອາທິດນີ້1521
ເດືອນນີ້7258