ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດກະບອກສຽງຊີກໂລກໃຕ້ ຄັ້ງທີ 2 ຜ່ານກອງປະຊຸມທາງໄກ

  

  

20231117 VOGSS2 3

20231117 VOGSS2 4

20231117 VOGSS2 5

  

  

ໃນຕອນບ່າຍຂອງວັນທີ 17 ພະຈິກ 2023, ທີ່ ກະຊວງການຕ່າງປະເທດ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດກະບອກສຽງຊີກໂລກໃຕ້ ຄັ້ງທີ 2 (2nd Voice of Global South Summit “VOGSS2”)   ພາຍໃຕ້ຫົວຂໍ້: ຮ່ວມກັນ, ເພື່ອການເຕີບໂຕຂອງທຸກຄົນ, ດ້ວຍຄວາມເຊື່ອໝັ້ນຂອງທຸກຄົນ (Together, for Everyone’s Growth, with Everyone’s Trust) ຜ່ານກອງປະຊຸມທາງໄກ. ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອສືບຕໍ່ປຶກສາຫາລືໝາກຜົນທີ່ສໍາຄັນຂອງກອງປະຊຸມ G20 ໃນໄລຍະອິນເດຍເປັນປະທານ ໃຫ້ບັນດາກຸ່ມປະເທດໃນຊີກໂລກໃຕ້ ເພື່ອໃຊ້ເປັນເວທີປຶກສາຫາລືແນວທາງການຮ່ວມມືຂອງກຸ່ມບັນດາປະເທດຊີກໂລກໃຕ້ ແລະ ບັນດາກິດຈະກຳການຮ່ວມມືຕ່າງໆ ທີ່ໄດ້ຮັບຮອງໃນກອງປະຊຸມສຸດຍອດ ຄັ້ງທີ 1 ຜ່ານມາ ແລະ ກອງປະຊຸມສຸດຍອດ G20 ເພື່ອໃຫ້ບັນລຸຄວາມມຸ່ງມາດປາດຖະໜາຮ່ວມກັນ ໃນຂະບວນວິວັດການພັດທະນາສາກົນໃຫ້ທົ່ວເຖິງ ແລະ ເທົ່າທຽມກັນ, ໂດຍການເສີມຂະຫຍາຍ ແລະ ຮ່ວມມືຂອງສະຖາບັນການປົກຄອງທົ່ວໂລກ ໃຫ້ມີຄວາມເທົ່າທຽມກັນຫຼາຍຂຶ້ນໃນຊີກໂລກໃຕ້ ເພື່ອແນໃສ່ການຮັບມືກັບສິ່ງທ້າທາຍໃນສັດຕະວັດທີ 21 ໃຫ້ມີປະສິດທິຜົນສູງສຸດ; ພ້ອມດຽວກັນນີ້, ກໍ່ເປັນການສັງລວມເອົາບັນດາແນວຄວາມຄິດ ແລະ ຄໍາແນະນໍາທີ່ສໍາຄັນຕ່າງໆໄປພິຈາລະນາໃນກອງປະຊຸມສຸດຍອດ G20 ຄັ້ງຕໍ່ໄປ ທີ່ ອິນເດຍຈະເປັນເຈົ້າພາບ ໃນວັນທີ 22 ພະຈິກ 2023 ໃນຮູບແບບກອງປະຊຸມທາງໄກ.

         

ໃນກອງປະຊຸມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານອິນເດຍ ທີ່ໄດ້ມີແນວຄວາມຄິດເປັນເຈົ້າພາບຈັດກອງປະຊຸມສຸດຍອດນີ້ຂຶ້ນ ຊຶ່ງທ່ວງທັນກັບເວລາ ແລະ ເໝາະສົມກັບສະພາບການຂອງໂລກໃນປະຈຸບັນ ທີ່ບັນດາປະເທດຕ່າງໆໃນໂລກຈະຕ້ອງຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຊອກວິທີທາງແກ້ໄຂບັນດາສິ່ງທ້າທາຍອັນຫຍຸ້ງຍາກໃນທົ່ວໂລກ. ພ້ອມດຽວກັນນີ້, ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການເປັນປະທານ G20 ຂອງອິນເດຍ ແລະ ຖືໂອກາດດັ່ງກ່າວ ແຈ້ງໃຫ້ທີ່ປະຊຸມຊາບ ກ່ຽວກັບ ການກະກຽມຄວາມພ້ອມ ຂອງ ສປປ ລາວ ໃນການເປັນປະທານອາຊຽນ ສໍາລັບ ປີ 2024 ໂດຍຍົກໃຫ້ເຫັນບາງໜ້າວຽກທີ່ມີຄວາມຈໍາເປັນຂອງອາຊຽນ ເຊັ່ນ: ການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ໂດຍຜ່ານການສົ່ງເສີມການຮ່ວມມືອາຊຽນ ພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ, ການເຊື່ອມຈອດດ້ານພື້ນຖານໂຄງລ່າງ, ການຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ, ການເຊື່ອມໂຍງທາງດ້ານເສດຖະກິດຫຼາຍຂຶ້ນ, ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ແລະ ການເສີມຂະຫຍາຍການພົວພັນຮ່ວມມືອາຊຽນກັບຄູ່ຮ່ວມມືພາຍນອກ ໂດຍການຮັກສາບົດບາດ ແລະ ຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງການຮ່ວມມືຂອງພາກພື້ນທີ່ພວມຜັນປ່ຽນ ຕາມຫົວຂໍ້ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ - ASEAN: Enhancing Connectivity and Resilience”.

         

ສຸດທ້າຍ, ໃນນາມລັດຖະບານ ແຫ່ງ ສປປ ລາວ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານອິນເດຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມືຢ່າງຕໍ່ເນື່ອງແກ່ ສປປ ລາວ ຕະຫຼອດໄລຍະຫຼາຍປີຜ່ານມາ ເປັນຕົ້ນໃນຂົງເຂດການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ, ກະສິກໍາ ການສຶກສາ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ.

---------------------------------------------

  

  

ບົດຂ່າວອື່ນໆ

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508833
ມື້ນີ້228
ມື້ວານ381
ອາທິດນີ້1486
ເດືອນນີ້7223