ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ສົມເດັດ ອົງມົງກຸດຣາຊະກຸມມານ ອາກິຊິໂນະ ແຫ່ງ ຍີ່ປຸ່ນ ແລະ ພະຊາຍາ

 

CourtesycalljapanKing 3CourtesycalljapanKingSlide

 

ໃນຕອນເຊົ້າຂອງວັນທີ 09 ພະຈິກ 2023, ທີ່ ສຳນັກພະຣາຊະວັງ ອາກາຊາກະ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຢ້ຽມຂ່ຳນັບ ສົມເດັດ ອົງມົງກຸດ ຣາຊະກຸມມານ ອາກິຊິໂນະ ແຫ່ງ ຍີ່ປຸ່ນ ແລະ ພະຊາຍາ, ໃນໂອກາດເດີນທາງຢ້ຽມຢາມທາງການ ຍີ່ປຸ່ນ ໃນວັນທີ 7-11 ພະຈິກ 2023.

 

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຮູ້ສຶກເປັນກຽດຢ່າງສູງທີ່ໄດ້ມີໂອກາດເຂົ້າຢ້ຽມຂ່ຳນັບ ສົມເດັດ ອົງມົງກຸດ ຣາຊະກຸມມານ ອາກິຊິໂນະ ແລະ ພະຊາຍາ ໃນຄັ້ງນີ້, ເຊິ່ງການມາຢ້ຽມຢາມທາງຍີ່ປຸ່ນ ໃນຄັ້ງນີ້ ກໍ່ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ - ຍີ່ປຸ່ນ ໂດຍສະເພາະ ເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ຂອງສອງປະເທດ ໃຫ້ນັບມື້ໄດ້ຮັບການຮັດແຫນ້ນ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ສະແດງຄວາມຍິນດີທີ່ເຫັນວ່າ ການພົວພັນຮ່ວມມື ສປປ ລາວ ແລະ ຍີ່ປຸ່ນ ແມ່ນສືບຕໍ່ໄດ້ຮັບການສົ່ງເສີມ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນສອງຊາດມີຄວາມໃກ້ຊິດ, ສະຫນິດສະຫນົມ ແລະ ຮັກແພງກັນ, ໄດ້ມີການຮ່ວມມືກັນຢ່າງຕັ້ງຫນ້າທັງໃນສາຍລັດ, ສາຍພັກ ແລະ ສາຍສະພາ, ເຊິ່ງໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ, ລວມທັງຂົງເຂດ ແລະ ພາກພື້ນ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງຫນ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າຈາກລັດຖະບານຍີ່ປຸ່ນ ອັນສະເຫມີຕົ້ນສະເຫມີປາຍມາໂດຍຕະຫຼອດ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ເປັນແຕ່ລະໄລຍະ, ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ການພັດທະນາໂຄງລ່າງພື້ນຖານ, ການຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ພິເສດ ກໍ່ແມ່ນການຊ່ວຍເຫຼືອໃນວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (UXO), ໃນນີ້ ເຫັນວ່າ ສອງປະເທດ ລາວ-ຍີ່ປຸນ ຍັງມີທ່າແຮງຫຼາຍດ້ານທີ່ສາມາດຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ມີບາດກ້າວຂະຫຍາຍຕົວ ເປັນຕົ້ນ ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ເຊິ່ງ ໃນປີ 2024 ນີ້ ສປປ ລາວ ຈະເປັນປະທານອາຊຽນ ແລະ ຈັດປີທ່ອງທ່ຽວລາວ ເຫັນວ່າເປັນກາລະໂອກາດອັນດີ ໃນການຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນສອງປະເທດ ໃຫ້ຫຼາຍຂຶ້ນ, ໂດຍສະເພາະ ການທ່ອງທ່ຽວ ລາວ-ຍີ່ປຸ່ນ ເພື່ອຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ໃນຕໍ່ຫນ້າ.

 

ໃນຂະນະດຽວກັນ, ສົມເດັດ ອົງມົງກຸດ ຣາຊະກຸມມານ ອາກິຊິໂນະ ສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງສອງຝ່າຍ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ໃນຂະແຫນງການຕ່າງໆທີ່ມີທ່າແຮງຮ່ວມກັນໃຫ້ຫລາຍຂຶ້ນ; ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຍິນດີໃຫ້ການສະຫນັບສະຫນູນຊ່ວຍເຫຼືອ ສປປ ລາວ ໃນການກະກຽມເປັນປະທານອາຊຽນ ປີ 2024 ໃຫ້ປະສົບຜົນສຳເລັດຕາມລະດັບຄາດຫມາຍ, ໂດຍສະເພາະ ໃນປີ 2025 ທີ່ຈະມາເຖິງນີ້ ຍີ່ປຸ່ນ ແລະ ສປປ ລາວ ກໍ່ຈະໄດ້ຮ່ວມກັນຈັດບັນດາກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ (05 ມີນາ 1955) ໃຫ້ມີບັນຍາກາດອັນຟົດຟື້ນ, ເຊິ່ງຈະກາຍເປັນຂີດຫມາຍສຳຄັນຂອງການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ຍີ່ປຸ່ນ-ລາວ ໃຫ້ນັບມື້ຈະເລີນງອກງາມຍິ່ງຂຶ້ນ, ອວຍພອນໃຫ້ຄະນະຜູ້ແທນລາວ ຈົ່ງປະສົບຜົນສຳເລັດໃນການມາຢ້ຽມຢາມທາງການ ຍີ່ປຸ່ນ ໃນຄັ້ງນີ້.

 

ໃນວັນດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ພົບປະເຮັດວຽກກັບ ທ່ານ ນາງ ຊຶຈິຢະ ຊິນາໂກະ, ລັດຖະມົນຕີກະຊວງຟື້ນຟູໄພພິບັດ, ປະທານຄະນະມິດຕະພາບ ລັດຖະສະພາ ຍີ່ປຸ່ນ - ລາວ, ພ້ອມນີ້ ກໍ່ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບປະເຮັດວຽກກັບຫຼາຍພາກສ່ວນຫົວຫນ່ວຍທຸລະກິດຍີ່ປຸ່ນ ເພື່ອປຶກສາຫາລື ແລະ ເສີມຂະຫຍາຍການຮ່ວມມືໃນຕໍ່ຫນ້າ ເປັນຕົ້ນ ບໍລິສັດ Ryobi Lao (IT Solution), ບໍລິສັດ Tsubame BHB, ບໍລິສັດ Asue, ບໍລິສັດ All Nippon Airways ແລະ ຕ້ອນຮັບ ຄະນະອາຈານ ຈາກ ມະຫາວິທະຍາໄລໂຕກຽວ. ພ້ອມດຽວກັນນີ້, ຄະນະຜູ້ແທນລາວ ຍັງໄດ້ເດີນທາງໄປທັດສະນະຢ້ຽມຢາມ ບໍລິສັດ Sankyu Inc.

ບົດຂ່າວອື່ນໆ

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508823
ມື້ນີ້218
ມື້ວານ381
ອາທິດນີ້1476
ເດືອນນີ້7213