ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ມົງໂກລີ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື

      

    

   

20231106 Lao MGR Pr 2

20231106 Lao MGR Pr 3

20231106 Lao MGR Pr 4

     

   

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ຄູເຣລສຸກຄ໌ ໂອຄະນາ (Khurelsukh UKHNAA), ປະທານາທິບໍດີ ແຫ່ງ ມົງໂກລີ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນລະຫວ່າງວັນທີ 5-6 ພະຈິກ 2023: ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ.

   

ພິທີຕ້ອນຮັບ ພະນະທ່ານ ຄູເຣລສຸກຄ໌ ໂອຄະນາ, ປະທານາທິບໍດິ ມົງໂກລີ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ, ໃນຕອນເຊົ້າຂອງວັນທີ 6 ພະຈິກ 2023, ທີ່ ທໍານຽບປະທານປະເທດ, ໂດຍການໃຫ້ກຽດຕ້ອນຮັບຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ.

  

   

  

20231106 Lao MGR Pr 520231106 Lao MGR Pr 6  

20231106 Lao MGR Pr 7

   

     

ພາຍຫຼັງສໍາເລັດພິທີຕ້ອນຮັບ, ສອງຝ່າຍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມພົບປະຢ່າງເປັນທາງການ. ການພົບປະສອງຝ່າຍໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ, ເຊິ່ງ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີ ແລະ ຄວາມຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ຂອງ ພະນະທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ໃນຄັ້ງນີ້, ເຊິ່ງຖືເປັນຂີດໝາຍປະຫວັດສາດສໍາຄັນອີກບາດກ້າວໜຶ່ງ ໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ກໍຄືປະຊາຊົນສອງຊາດ ໃຫ້ສະໜິດແໜ້ນຍິ່ງໆຂຶ້ນ, ໂດຍສະເພາະ ການຮັກສາບັນຍາກາດການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ແລະ ສົ່ງເສີມການຮ່ວມມືໃນຂົງເຂດອື່ນໆ.

   

ໃນການພົບປະຄັ້ງນີ້, ຜູ້ນໍາສອງປະເທດ ລາວ-ມົງໂກລີ ໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດຂອງຕົນ; ໄດ້ຮ່ວມກັນທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ, ເຊິ່ງສອງຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຕະລອດໄລຍະ 6 ທົດສະວັດ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 12 ກັນຍາ 1962 ເປັນຕົ້ນມາ, ເຫັນວ່າການພົວພັນຮ່ວມມືຂອງສອງປະເທດ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກເປັນກ້າວໆມາ, ໂດຍສະເພາະ ການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງ ຄະນະນະຜູ້ແທນຂັ້ນສູງ, ການສະໜັບສະໜູນ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ກໍຄືໃນກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ. ພິເສດ ໃນປີ 2022 ຜ່ານມາ ສອງປະເທດ ລາວ - ມົງໂກລີ ໄດ້ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ, ເຊິ່ງສອງປະເທດໄດ້ຮ່ວມກັນຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ຢ່າງມີບັນຍາກາດຄຶກຄື້ນ ແລະ ມີຜົນສໍາເລັດ. ພ້ອມກັນນັ້ນ, ສອງຝ່າຍ ກໍໄດ້ປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ກະສິກໍາ, ວັດທະນະທໍາ, ທ່ອງທ່ຽວ ແລະ ດ້ານອື່ນໆ, ລວມເຖິງເຫັນດີສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

 

ໃນໂອກາດນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຝ່າຍມົງໂກລີ ຕໍ່ການຊ່ວຍເຫຼືອ ແລະ ໜັບສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ, ອັນພົ້ນເດັ່ນແມ່ນຂະແໜງສາທາລະນະສູກ ໃນການປັບປຸງໂຮງໝໍມິດຕະພາບ ລາວ-ມົງໂກລີ ທີ່ ແຂວງຊຽງຂວາງ ແລະ ການສົ່ງຊ່ຽວຊານແພດໝໍຈາກ ມົງໂກລີ ມາປະຈໍາຢູ່ໂຮງໝໍດັ່ງກ່າວ ລວມທັງການມອບແກະ ຈໍານວນ 1.050 ໂຕ ໃຫ້ແກ່ ລັດຖະບານ ສປປ ລາວ. ພະນະທ່ານ ທອງລຸນ ສີສຸລິດ ໄດ້ແຈ້ງວ່າ ໃນປີ 2024 ນີ້ ສປປ ລາວ ຈະເປີດປີທ່ອງທ່ຽວລາວ ເພື່ອຕ້ອນຮັບນັກທ່ອງທ່ຽວຈາກທົ່ວທຸກມູມໂລກ ລວມທັງມົງໂກລີ, ໄປພ້ອມໆກັບການເປັນປະທານອາຊຽນ. ນອກນີ້, ກໍ່ໄດ້ເຊຶ້ອເຊີນນັກລົງທຶນຈາກມົງໂກລີ ຜູ້ທີ່ມີຄວາມສົນໃຈເຂົ້າມາລົງທຶນໃນຂະແໜງການຕ່າງໆທີ່ ສປປ ລາວ ມີທ່າແຮງ ໂດຍສະເພາະ ຂະແໜງລ້ຽງສັດ, ກະສິກໍາ ແລະ ຂະແໜງອື່ນໆ, ໂດຍອີງໃສ່ທ່າແຮງດ້ານການຂົນສົ່ງ ແລະ ເຊື່ອມຈອດຜ່ານເສັ້ນທາງລົດໄຟ ລາວ-ຈີນ ເຊື່ອມຕໍ່ໄປເຖິງມົງໂກລີ, ເຊິ່ງຈະເຮັດໃຫ້ການໄປມາຫາສູ່ກັນ ແລະ ການແລກປ່ຽນສິນຄ້າຕ່າງໆ ມີຄວາມສະດວກຂຶ້ນ.

 

ໃນຂະນະດຽວກັນ, ພະນະທ່ານ ປະທານາທິບໍດີ ມົງໂກລີ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອູ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈມາຍັງ ລັດຖະບານ ສປປ ລາວ ໃນການສະໜັບສະໜູນ ມົງໂກລີ ໃນເວທີພາກພື້ນ ແລະ ສາກົນ ຕະຫຼອດມາ ເເລະ ຕີລາຄາຕໍ່ໝາກຜົນຂອງການພົວພັນຮ່ວມມືຕະຫຼອດໄລຍະເວລາ 6 ທົດສະວັດ ທີ່ຜ່ານມາ. ພ້ອມນີ້, ກໍໄດ້ສະແດງຄວາມຢືນຢັນ ໃນການສືບຕໍ່ສົ່ງເສີມການພົວພັນຮ່ວມມືທີ່ມີມູນເຊື້ອອັນດີມາແຕ່ດົນນານ ລະຫວ່າງ ສອງປະເທດ ມົງໂກລີ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ໃນໂອກາດດຽວກັນນີ້, ພະນະທ່ານ ປະທານາທິບໍດີ ມົງໂກລີ ກໍ່ໄດ້ເຊື້ອເຊີນ ພະນະທ່ານ ປະທານປະເທດ ລາວ ໄປຢ້ຽມຢາມລັດຖະກິດ ທີ່ ມົງໂກລີ ໃນເວລາອັນເໝາະສົມ, ເຊິ່ງ ພະນະທ່ານ ປະທານປະເທດ ລາວ ກໍ່ໄດ້ຍິນດີຕອບຮັບ ແລະ ຈະຈັດສັນຫາວັນເວລາເໝາະສົມ ຕາມຄວາມສະດວກຂອງທັງສອງຝ່າຍ.

  

  

  

20231106 Lao MGR Pr 9

20231106 Lao MGR Pr 10

20231106 Lao MGR Pr 11

20231106 Lao MGR Pr 12

20231106 Lao MGR Pr 13

  

     

ພາຍຫຼັງສໍາເລັດການພົບປະ, ພະນະທ່ານ ປະເທດປະເທດ ທອງລຸນ ສີສຸລິດ ແລະ ພະນະທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ກໍ່ໄດ້ສືບຕໍ່ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 7 ສະບັບ ເພື່ອເເນ່ໃສ່ອໍານວຍຄວາມສະດວກ ເເລະ ເປັນນິຕິກໍາບ່ອນອີງພຶ້ນຖານ ໃນການຊຸກຍູ້ສົ່ງເສີມການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ ເເລະ ການທ່ອງທ່ຽວຮ່ວມກັນ ກໍ່ຄືຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນສອງປະເທດໃນຕໍ່ໜ້າ.

   

ໃນວັນດຽວກັນ, ພະນະທ່ານ ຄູເຣລສຸກຄ໌ ໂອຄະນາ, ປະທານາທິບໍດິ ມົງໂກລີ ແລະ ຄະນະ ກໍ່ໄດ້ໄປວາງພວງມາລາ ຢູ່ ອານຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນ ໃນສະໄໝສົງຄາມ; ໄດ້ຢ້ຽມຢາມພົບປະກັບ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນີຕີ ເເຫ່ງ ສປປ ລາວ ເເລະ ທ່ານ ໄຊສົມພອນ ພົມວິຫານ, ປະທານາສະພາເເຫ່ງຊາດ; ໄດ້ໄປຢ້ຽມຊົມພະທາດຫຼວງ; ໄດ້ເຂົ້າຮ່ວມພິທີປະດັບຫຼຽນໄຊ ແລະ ຫຼຽນກາ ແຫ່ງລັດ ມົງໂກລີ ໃຫ້ແກ່ ພົນລະເມືອງມົງໂກລີ ແລະ ພົນລະເມືອງລາວ ທີ່ມີຜົນງານດີເດັ່ນໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ມົງໂກລີ ແລະ ສປປ ລາວ; ແລະ ເຂົ້າຮ່ວມງານລ້ຽງຕ້ອນຮັບ ຈັດໂດຍ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ.

  

 

ບົດຂ່າວອື່ນໆ

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508843
ມື້ນີ້238
ມື້ວານ381
ອາທິດນີ້1496
ເດືອນນີ້7233