ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານສະພາແຫ່ງຊາດ ຕ້ອນຮັບການຢ້ຽມຢາມພົບປະຂອງ ປະທານາທິບໍດີ ມົງໂກລີ

    

  

  

20231106 Lao ASB MGL P

Mongolia Lao 2

     

   

ໃນວັນທີ 06 ພະຈິກ 2023, ທີ່ ນະຄອນຫຼວງວຽງຈັນ, ພະນະທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ໄດ້ຕ້ອນຮັບການຢ້ຽມຢາມພົບປະຂອງ ພະນະທ່ານ ຄູເຣລສຸກຄ໌ ໂອຄະນາ (UKHNAA KHURELSUKH), ປະທານາທິບໍດີ ແຫ່ງ ມົງໂກລີ, ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນລະຫວ່າງວັນທີ 5-6 ພະຈິກ 2023.

  

ໃນໂອກາດນີ້, ພະນະທ່ານ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງມົງໂກລີ, ເຊິ່ງໄດ້ກາຍເປັນເຫດການທາງດ້ານປະຫວັດສາດອັນສຳຄັນອີກບາດກ້າວຫນຶ່ງແຫ່ງການພົວພັນ ລະຫວ່າງ ສປປ ລາວ - ມົງໂກລີ ຕະຫຼອດໄລຍະ 6 ທົດສະວັດຜ່ານມາ. ພ້ອມນີ້, ສອງຝ່າຍ ໄດ້ສະແດງຄວາມຍິນດີທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີງາມ ລະຫວ່າງ ສປປ ລາວ-ມົງໂກລີ ກໍ່ຄື ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດ ລາວ ແລະ ສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ແມ່ນໄດ້ຮັບການເສີມຂະຫຍາຍຂຶ້ນເປັນກ້າວໆມາ, ສະແດງອອກຄື ໄດ້ມີການພົບປະແລກປ່ຽນການຢ້ຽມຢາມຂອງບັນດາການນຳຂັ້ນສູງຂອງສອງປະເທດ, ການສະໜັບສະໜູນ ເເລະ ຊ່ວຍເຫຼືອເຊິ່ງກັນເເລະກັນ ໃນເວທີພາກພື້ນ ແລະ ສາກົນ. ພິເສດ, ໃນປີ 2022 ຜ່ານມາ ສອງຝ່າຍ ໄດ້ຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ມົງໂກລີ ຄົບຮອບ 60 ປີ (12 ກັນຍາ 1962 - 12 ກັນຍາ 2022) ໃຫ້ມີບັນຍາກາດຄຶກຄື້ນ ໂດຍການຈັດບັນດາກິດຈະກຳຕ່າງໆ. ໃນຂະນະດຽວກັນ ຄະນະຜູ້ແທນຂັ້ນສູງຂອງສອງສະພາເເຫ່ງຊາດ ກໍ່ໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນແລະກັນ ພ້ອມທັງໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັນ ລະຫວ່າງ ສະພາແຫ່ງຊາດ ລາວ ແລະ ສະພາຄູຣານໃຫຍ່ ມົງໂກລີ ເພື່ອສົ່ງເສີມການຮ່ວມມືໃນຂົງເຂດວຽກງານສະພາ ໃນໄລຍະປີ 2023-2028. ພ້ອມດຽວກັນນີ້, ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ການຮ່ວມມືໃນຂົງເຂດການສຶກສາ, ສາທາລະນະສຸກ ແລະ ກະສິກຳ-ລ້ຽງສັດ; ໃນນີ້ ລັດຖະບານ ມົງໂກລີ ໄດ້ໃຫ້ທຶນການສຶກສາແກ່ ສປປ ລາວ ໃນແຕ່ລະປີ ໂດຍສະເພາະ ໃນປີ 2022, ທ່ານປະທານາທິບໍດີ ມົງໂກລີ ໄດ້ໃຫ້ທຶນຕື່ມອີກ 5 ທຶນ, ໄດ້ປຸກສ້າງ ແລະ ສ້ອມແປງໂຮງໝໍມິດຕະພາບ ລາວ-ມົງໂກລີ ຢູ່ ແຂວງຊຽງຂວາງ ພ້ອມທັງ ໄດ້ສົ່ງຊ່ຽວຊານ ແພດໝໍມາປະຈໍາຢູ່ລາວ ແລະ ໄດ້ມອບແກະ ຈໍານວນ 1.050 ໂຕ ໃຫ້ແກ່ລັດຖະບານລາວ.

    

ໃນໂອກາດນີ້, ພະນະທ່ານ ປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຊ່ວຍເຫຼືອຂອງ ລັດຖະບານ ແລະ ປະຊາຊົນ ມົງໂກລີ ຕະຫຼອດໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ພ້ອມທັງໄດ້ແຈ້ງໃຫ້ຊາບວ່າ ສປປ ລາວ ຈະເປີດປີທ່ອງທ່ຽວລາວ ໄປພ້ອມດຽວກັນກັບການເປັນປະທານອາຊຽນ ເເລະ ເຈົ້າພາບກອງປະຊຸມລັດຖະສະພາ ລະຫວ່າງປະເທດອາຊຽນ AIPA ຄັ້ງທີ 45 ໃນປີ 2024 ທີ່ຈະມີເຖິງນີ້, ເຊິ່ງຈະເປັນໂອກາດດີ ໃນການສົ່ງເສີມການຮ່ວມມືໃນຂົງເຂດສະພາ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ໃຫ້ຫຼາຍຂຶ້ນ.

    

ໃນຂະນະດຽວກັນ, ພະນະທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ກໍ່ໄດ້ສະແດງຂອບໃຈ ແລະ ຍິນດີຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງຕົນ ສືບຕໍ່ປະສານສົມທົບກັບຝ່າຍລາວ ຢ່າງໃກ້ຊິດ ເພື່ອຂະຫຍາຍການຮ່ວມມືໃນຂະແໜງອື່ນໆທີ່ມີທ່າແຮງຮ່ວມກັນ ໃຫ້ຫຼາຍຂຶ້ນໃນຕໍ່ຫນ້າ ໂດຍສະເພາະການຂົນສົ່ງຜ່ານເສັ້ນທາງລົດໄຟ ລາວ-ຈີນ ແລະ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີທີງາມ ລະຫວ່າງ ມົງໂກລີ - ສປປ ລາວ ຈົ່ງໄດ້ຮັບການເພີ່ມພູນຄູນສ້າງຍິ່ງຂຶ້ນ ແລະ ນຳເອົາຫມາກຜົນຕົວຈິງມາສູ່ປະຊາຊົນສອງປະເທດ ໃນອະນາຄົດ.

   

ບົດຂ່າວອື່ນໆ

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508893
ມື້ນີ້25
ມື້ວານ263
ອາທິດນີ້1546
ເດືອນນີ້7283